ພາສາລາວພາສາອັງກິດ |
ຫຼັກສູດປະລິນຍາໂທເສດຖະສາດ ສາຂາ: ເສດຖະສາດລະຫວ່າງປະເທດ |
Master of Economics Program in International Economics |
ຈຸດປະສົງຂອງຫຼັກສູດ:
-
ສ້າງນັກວິຊາການແລະນັກຄົ້ນຄ້ວາດ້ານການຕະຫລາດໃຫ້ມີຄຸນສົມບັດ, ສິນທຳປະຕິວັດແທດ ເໝາະກັບແນວທາງການປ່ຽນແປງໃໝ່ຂອງພັກແລະລັດຢ່າງຮອບດ້ານໂດຍສະເພາະແມ່ນ:
- ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີຈິດໃຈຮັກຊາດຕິດພັນກັບການຮັກລະບອບປະຊາທິປະໄຕ ຍຶດໝັ້ນໃນຈຸດໝາຍສັງຄົມນິຍົມ.
- ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄຸນນະທຳ ຈະລິຍະທໍາແລະ ຄວາມຮັບຜິດຊອບຕໍ່ສັງຄົມ ມີຄວາມສຳນຶກໃນການປົກປັກຮັກສາວັດທະນະທຳອັນດີງາມຂອງຊາດ ແລະ ສິ່ງແວດລ້ອມ.
-
ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມຮູ້ທາງດ້ານການຕະຫລາດ ໂດຍສະເພາະແມ່ນ:
- ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມຮູ້ທາງດ້ານທິດສະດີ ການຕະຫລາດທີ່ສາ ມາດຖ່າຍທອດຄວາມຮູ້ ແລະ ພັດທະນາຄວາມຮູ້ດ້ານການຕະຫລາດໄດ້ຢ່າງມີປະສິດທິພາບ.
- ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມຮູ້ກ່ຽວກັບການວິເຄາະສະພາບແວດລ້ອມທາງດ້ານທຸລະກິດໂດຍສະເພາະດ້ານ ການຕະຫລາດ, ການແຂ່ງຂັນທັ້ງຕະຫລາດພາຍໃນ ແລະ ຕ່່າງປະເທດເພື່ອກໍານົດຍຸດທະສາດທາງການແຂ່ງຂັນໃນອົງກອນທຸລະກິດ.
- ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມຮູ້ໃໝ່ໆ ດ້ານການຕະຫລາດເພື່ອໄປພັດທະນາອົງກອນທຸລະກິດ ແລະ ໄປປະກອບອາຊິີບອິດສະຫລະໄດ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ.
- ເພື່ອສ້າງນັກວິຊາການໃຫ້ເປັນນັກຄົ້ນຄ້ວາວິທະຍາສາດທາງດ້ານການຕະຫລາດ
-
ເພື່ອສ້າງເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມສາມາດທາງດ້ານການຕະຫລາດ ໂດຍສະເພາະແມ່ນ:
- ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມສາມາດໃນການວິເຄາະສະພາບທາງການຕະຫລາດ, ວິເຄາະຄູູ່ແຂ່ງຂັນ, ວິເຄາະພຶດຕິກໍາຜູ້ບໍລິໂພກ.
- ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມສາມາດໃນການນໍາທິດສະດີດ້ານການຕະຫລາດໄປນໍາໃຊ້ກັບວຽກງານຕົວຈິງໃນການປະກອບອາຊີບໄດ້ຢ່າງມີປະສິດທິພາບ.
- ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມສາມາດໃນການສ້າງຈະກໍາການດ້ານການສົ່ງເສີມການຕະຫລາດ ແລະ ການໂຄສະນາ, ການນໍາສະເໜີຂາຍສິນຄ້າແລະການຄົ້ນຄ້ວາວິໄຈກ່ຽວກັບການຕະຫລາດ.
- ເພື່ອສ້າງນັກວິຊາການດ້ານການຕະຫລາດໃຫ້ມີຄວາມຮູ້ດ້ານວິຊາສະເພາະ ແລະ ສາມາດນຳຄວາມຮູ້ໄປຍົກລະດັບທີ່ສູງຂຶ້ນທັງພາຍໃນແລະຕ່າງປະເທດ.
ເງື່ອນໄຂຂອງຜູ້ເຂົ້າສຶກສາ
ໂດຍອີງຕາມຂໍ້ກຳນົດວ່າດ້ວຍເງື່ອນໄຂຂອງຜູ້ເຂົ້າສຶກສາຂອງນິຕິກໍາກ່ຽວກັບວຽກງານວິຊາການ ມະຫາວິທະຍາໄລແຫ່ງຊາດໃນມາດຕາ 10 (2013) ແລະມາດຕາ 19ຂໍ້ຕົກລົງວ່າດ້ວຍມາດຕະຖານຫລັກສູດແຫ່ງຊາດ (2011) ວາງອອກນັກສຶກສາຈະຕ້ອງສຳເລັດການສຶກສາໃນລະດັບປະລິນຍາຕີໃນສາຂາວິຊາການຕະຫລາດ ແລະ ສາຂາວິຊາອື່ນ ໆ ທີ່ໃກ້ຄຽງ ໂດຍມີຄະແນນສະເລ່ຍສະສົມ 3.00 ຂຶ້ນໄປ. ສຳລັບນັກສຶກສາທີ່ມີຄະແນນສະເລ່ຍສະສົມຕ່ຳກວ່າ 3.00 ແມ່ນຕ້ອງມີປະສົບປະການໃນການເຮັດວຽກຢ່າງໜ້ອຍ 2 ປີ. ສ່ວນນັກສຶກສາທີ່ສຳເລັດການສຶກສາໃນລະດັບປະລິນຍາຕີໃນສາຂາວິຊາ ອື່ນໆ ນັ້ນ ຕ້ອງໄດ້ລົງທະບຽນຮຽນວິຊາຄວາມຮູ້ພື້ນຖານທີ່ຈໍາເປັນໃຫ້ແກ່ການຮຽນໃນຫລັກສູດການຕະຫລາດໂດຍບໍ່ໄດ້ນັບໜ່ວຍກິດເຂົ້າໃນຫຼັກສູດແລະຕ້ອງຈ່າຍຄ່າຮຽນຂອງລາຍວິຊາທີ່ເປັນຄວາມຮູ້ພື້ນຖານວິຊາການຕະຫລາດຕ່າງຫາກ, ຊຶ່ງບໍ່ລວມເອົາຄ່າໃຊ້ຈ່າຍໃນການຮຽນຕາມຫລັກສູດຂອງສາຂາການຕະຫລາດ.
ວິທີການຄັດເລືອກຜູ້ເຂົ້າສຶກສາ
ນັກສຶກສາທີ່ຈະເຂົ້າສຶກສາປະລິນຍາໂທບໍລິຫານທຸລະກິດສາຂາການຕະຫລາດເລືອກຕາມເອກະສານຄໍາຮ້ອງໂດຍຜ່ານການສອບເສັງຂຽນແລະສອບສຳພາດ ໂດຍຄະນະຮັບຜິດຊອບຫລັກສູດຊຶ່ງປະກອບດ້ວຍຜູ້ບໍລິຫານຂອງຄະນະເສດຖະສາດແລະບໍລິຫານທຸລະກິດ, ຄະນະຜູ້ຕາງໜ້າຫ້ອງການຄົ້ນຄວ້າແລະຫລັງປະລິນຍາຕີຂອງມະຫາວິທະຍາໄລແຫ່ງຊາດ, ປະກອບເປັນທີມງານຫລັກຂອງທີມງານຄັດເລືອກ, ຈາກນັ້ນຄະນະຮັບຜິດຊອບການຄັດເລືອກຈະລາຍງານໃຫ້ມະຫາວິທະຍາໄລແຫ່ງຊາດຮັບຊາບແລະຂໍອະນຸມັດຕາມລະບຽບຫລັກການຂອງມະຫາວິທະຍາໄລແຫ່ງຊາດ ແລະ ກະຊວງສຶກສາທິການແລະກິລາ. ວິຊາທີ່ສອບເສັງຂຽນມີ 5 ວິຊາດັ່ງນີ້:
- ຄວາມຮູ້ທົ່ວໄປກ່ຽວກັບວິຊາບໍລິຫານທຸລະກິດ
- ຄວາມຮູ້ທົ່ວໄປກ່ຽວກັບວິຊາການເງິນ
- ຄວາມຮູ້ທົ່ວໄປກ່ຽວກັບວິຊາບັນຊີ
- ຄວາມຮູ້ທົ່ວໄປກ່ຽວກັບວິຊາການຕະຫລາດ
- ພາສາອັງກິດສຳຫລັບການຕະຫລາດ
ການຈັດຕັ້ງການຮຽນ-ການສອນ
ເປັນຫລັກສູດທີ່ຮຽນເສົາ ແລະອາທິດແລະຈັດຕັ້ງການຮຽນ-ການສອນເປັນໜ່ວຍກິດໃນ 4 ພາກຮຽນ (2 ປີ). ແຕ່ລະພາກຮຽນ ຮຽນ 20 ອາທິດ (ຮຽນຕົວຈິງ 16 ອາທິດ, ແຮ 1 ອາທິດ, ສອບເສັງ 2 ອາທິດ, ພັກພາກຮຽນ 1 ອາທິດ) ເວລາຮຽນແມ່ນ 8:00-12:00ໂມງ ແລະ 13:00-17:00ໂມງ ຂອງວັນເສົາແລະອາທິດ. ຄຽງຄູ່ກັບການຮຽນ-ການສອນໃນຫ້ອງຮຽນແລ້ວຍັງຈະຕ້ອງຈັດກິດຈະກໍາໄປທັດສະນະສຶກສາທາງພາຍໃນຫລືຕ່າງປະເທດຢ່າງຫນ້ອຍຫນຶ່ງຄັ້ງຕໍ່ຫນຶ່ງຊຸດຮຽນ.
ໄລຍະເວລາການສຶກສາ
ໄລຍະເວລາຮຽນຕ່ຳສຸດ 4 ພາກຮຽນ (2 ປີ) ແລະ ສູງສຸດບໍ່ເກີນ 6 ພາກຮຽນ (3 ປີ)
ແຜນການຮຽນ-ການສອນ
ພາກຮຽນທີ 1
ລະຫັດລາຍວິຊາ | ລາຍວິຊາ | ຈ/ນ ໜ່ວຍກິດ |
ແນວທາງການເມືຶຶອງຂອງ ສປປ ລາວ | 2(2-1-0) | |
81EL620 | ພາສາອັງກິດສຳລັບສະຖະສາດ | 2(2-0-0) |
81MI610 | ທິດສະດີເສດຖະສາດຈຸລະພາກຂັ້ນສູງ | 3(2-2-0) |
81MA620 | ທິດສະດີເສດຖະສາດມະຫາພາກຂັ້ນສູງ | 3(2-2-0) |
81MR610 | ¸òທີຄົ້ນຄວ້າວິທະຍາສາດສຳລັບເສດຖະສາດລະຫວ່າງປະເທດຂັ້ນສູງ | 3(2-2-0) |
ວິຊາເລືອກ 1 | 2(2-0-0) | |
ລວມ: | 15 ໜວ່ຍກິດ |
ພາກຮຽນທີ 2
ລະຫັດລາຍວິຊາ | ລາຍວິຊາ | ຈ/ນ ໜ່ວຍກິດ |
81QA610 | ການວິເຄາະເສດຖະສາດປະລິມານ | 2(2-1-0) |
81RD620 | ການພັດທະນາຕະຫຼາດການເງິນຊົນນະບົດ | 2(2-1-0) |
81EM620 | ເສດຖະມິຕິຂັ້ນສູງ | 3(2-2-0) |
81IE630 | ເສດຖະສາດລະຫວ່າງປະເທດຂັ້ນສູງ | 3(2-2-0) |
81SE141 | ສຳມະນາ 1 | 2(0-0-6) |
ລວມ: | 12 ໜວ່ຍກິດ |
ພາກຮຽນທີ 3
ລະຫັດລາຍວິຊາ | ລາຍວິຊາ | ຈ/ນ ໜ່ວຍກິດ |
81II630 | ເສດຖະສາດການລົງທຶນລະຫວ່າງປະເທດຂັ້ນສູງ | 3(2-2-0) |
81IT620 | ທິດສະດີ ແລະ ນະໂຍບາຍການຄ້າຂັ້ນສູງ | 3(2-2-0) |
81IF630 | ການເງິນລະຫວ່າງປະເທດຂັ້ນສູງ | 3(2-2-0) |
85MSE242 | ສຳມະນາ II | 2(0-0-6) |
ວິຊາເລືອກ 2 | 2(2-0-0) | |
ລວມ: | 13 ໜວ່ຍກິດ |
ພາກຮຽນທີ 4
ລະຫັດລາຍວິຊາ | ລາຍວິຊາ | ຈ/ນ ໜ່ວຍກິດ |
85MTC240 | ບົດວິທະຍານິພົນ | 18 (0-0-30) |
ລວມ: | 18 ໜ່ວຍກິດ |