3 ຫຼັກສູດຂອງ ຄສບ ໄດ້ຮັບໃບຢັ້ງຢືນການຕາມາດຕະຖານຂອງເຄືອຄ່າຍມະຫາວິທະຍາໄລອາຊຽນ AUN

ຄສບ ຈັດພິທີມອບ-ຮັບໃບຢັ້ງຢືນມາດຕະຖານເຄືອຄ່າຍ ມະຫາວິທະຍາໄລອາຊຽນ (AUN) ໃຫ້ແກ່ 3 ພາກວິຊາ, ພ້ອມທັງ ຖອດຖອນບົດຮຽນ ແລະ ເຜີຍແຜ່ຜົນສຳເລັດຂອງການປະເມີນ ຫຼັກສູດມາດຕະຖານເຄືອຄ່າຍ ມະຫາວິທະຍາໄລອາຊຽນ 3 ຫຼັກສູດ ຂອງ ຄສບ.
ໃນຕອນເຊົ້າ ວັນພຸດ ທີ 08 ພຶດສະພາ 2024 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນມາດຕະຖານເຄືອຄ່າຍມະຫາວິທະຍາໄລອາຊຽນ (ASEAN University Network: AUN) ພ້ອມທັງ ຖອດຖອນບົດຮຽນ ແລະ ເຜີຍແຜ່ຜົນສຳເລັດຂອງການປະເມີນ ຫຼັກສູດມາດຕະຖານເຄືອຄ່າຍ ມະຫາວິທະຍາໄລອາຊຽນ 3 ຫຼັກສູດ ຂອງ ຄສບ ຄື,
1.ພາກວິຊາເສດຖະສາດ: ສາຂາເສດຖະສາດພັດທະນາ ແລະ ການວາງແຜນ,
2. ພາກວິຊາບໍລິຫານທຸລະກິດ: ສາຂາ ບໍລິຫານທຸລະກິດ
3. ພາກວິຊາການຄ້າ: ສາຂາການຄ້າ
ພິທີດັ່ງກ່າວ ໄດ້ຈັດຂື້ນຢູ່ທີ່ສະໂມສອນໃຫ່ຍ ຄສບ ໂດຍ ໃຫ້ກຽດເຂັ້າຮ່ວມເປັນປະທານໂດຍ ທ່ານ ສຈ.ປອ. ພູເພັດ ກ້ຽວພິລາວົງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ.
ນອກຈາກນັ້ນ, ຍັງໃຫ້ກຽດເຂັ້າຮ່ວມເປັນສັກຂີພິຍານໂດຍທ່ານອະທິການບໍດີ ຈາກມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ, ພ້ອມດ້ວຍຜູ້ຕ່າງໜ້າຈາກ ກະຊວງສຶກສາທິການ ແລະ ກິລາ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ສະຖາບັນການທະນາຄານ, ຄະນະວິຊາ, ຫ້ອງການຕ່າງໆ ທົ່ວມະຫາວິທະຍາໄລແຫ່ງຊາດ, ແລະ ຄູອາຈານທັງໝົດພາຍໃນ ຄສບ ກໍ່ໄດເຂົ້າຮ່ວມຢ່າງພ້ອມພຽງ.
 
ພາກວິຊາເສດຖະສາດ: ສາຂາເສດຖະສາດພັດທະນາ ແລະ ການວາງແຜນ,
 
ພາກວິຊາບໍລິຫານທຸລະກິດ: ສາຂາ ບໍລິຫານທຸລະກິດ
 
 ພາກວິຊາການຄ້າ: ສາຂາການຄ້າ
 
 

Main Menu