ສລຍ ຈັດປະຖົມນິເທດລາງວັນຮອນດາ ສຳລັບນັກວິທະຍາສາດ ແລະນັກວິທະຍາສາດໜຸ່ມ ໃຫ້ນັກສຶກສາ 3 ຄະນະວິຊາ ຜ່ານລະບົບອອນລາຍ

ເພື່ອເປັນການເປີດໂອກາດໃຫ້ແກ່ນັກວິສະວະກອນ ແລະນັກວິທະຍາສາດໜຸ່ມທີ່ມີຄວາມຮູ້-ຄວາມສາມາດ ທາງດ້ານວິທະຍາສາດ ທີ່ກຳລັງສຶກສາຢູ່ໃນມະຫາວິທະຍາໄລແຫ່ງຊາດເວົ້າລວມ; ເວົ້າສະເພາະແມ່ນ ນັກສຶກສາ ຄະນະວິສະວະກຳສາດ, ຄະນະວິທະຍາສາດທຳມະຊາດ ແລະຄະນະຊັບພະຍາກອນນໍ້າ ໄດ້ເຂົ້າຮ່ວມການແຂ່ງຂັນເພື່ອຊີງທຶນການສຶກສາ ຈາກມູນນິທິລາງວັນຮອນດາ.

ໃນລະຫວ່າງ ວັນທີ 17-19 ສິງຫາ 2021 ນີ້, ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຢີ່ປຸ່ນ ຮ່ວມກັບ ຄະນະວິສະວະກໍາສາດ, ຄະນະຊັບພະຍາກອນນໍ້າ ແລະຄະນະວິທະຍາສາດທໍາມະຊາດ ໄດ້ຈັດປະຖົມນິເທດລາງວັນຮອນດາ ສຳລັບນັກວິທະຍາສາດ ແລະນັກວິທະຍາສາດໜຸ່ມ(ແບບອອນລາຍຜ່ານໂປແກມ ZOOM) ໃຫ້ແກ່ນັກສຶກສາ 3 ຄະນະວິຊາ ເພື່ອສະໝັກເຂົ້າຮ່ວມແຂ່ງຂັນຊີງລາງວັນຮອນດາ Y-E-S Award ປະຈຳປີ 2021, ໂດຍການນໍາສະເໜີໂດຍ ທ່ານ ປອ. ພອນແກ້ວ ຈັນທະມາລີ ຮັກສາການ ຜູ້ອຳນວຍການ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ, ມີຄະນະບໍດີ 3 ຄະນະວິຊາ, ບັນດາຄະນະກໍາມະການຮັບຜິດຊອບໂຄງການລາງວັນຮອນດາ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຮັບຟັງ.

ລາງວັນຮອນດາ Y-E-S Award ແມ່ນທຶນການສຶກສາ ຈາກມູນນິທິນຮອນດາ ປະເທດຍີ່ປຸ່ນ ສໍາລັບນັກວິທະຍາສາດ ແລະວິສະວະກອນໜຸ່ມ ເຊິ່ງໃນປະເທດລາວໄດ້ເລີ່ມມາແຕ່ປີ 2008 ໂດຍມີຈຸດປະສົງເພື່ອເຮັດໃຫ້ຄົນຮຸ່ນໜຸ່ມຫັນມາເອົາໃຈໃສ່ເລື່ອງເຕັກໂນໂລຊີ ກ່ຽວກັບສິ່ງແວດລ້ອມອ້ອມຂ້າງຫຼາຍຂຶ້ນ ແລະເພື່ອເຊື່ອມໂຍງລະຫວ່າງຜູ້ນໍາໃນອະນາຄົດຂອງປະເທດຢີ່ປຸ່ນ ແລະປະເທດອາຊຽນໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະອຸດສາຫະກໍາ. ໂຄງການດັ່ງກ່າວ ໄດ້ສະໜັບສະໜູນໃຫ້ນັກສຶກສາ ມຊ ໃນສາຂາຂະແໜງວິທະຍາສາດ ແລະວິສະວະກໍາສາດ, ຜູ້ທີມີພອນສະຫວັນ, ມີແນວຄິດໃນການສ້າງສິ່ງໃໝ່ໆ, ມີຄຸນສົມບັດ, ມີຄວາມສາມັກຄີກັບໝູຄູ່ ແລະມີຜົນການຮຽນທີ່ດີ ເພື່ອຈະນໍາຄວາມຮູ້ທາງດ້ານວິທະຍາສາດຂອງ ສປປ ລາວ ນໍາໄປຂະຫຍາຍໃນອະນາຄົດ.

 ໃນພິທີ, ທ່ານ ປອ. ພອນແກ້ວ ຈັນທະມາລີ ໄດ້ແນະນໍາເຖິງວິທີການສະໝັກທຶນ, ການຄັດເລືອກ ແລະຄວາມສໍາຄັນຂອງທຶນການສຶກສາ ຈາກມູນນິທິຮອນດາ, ໂດຍເປີດຮັບສະໝັກນັກສຶກສາປີລະຄັ້ງ ແລະເປັນນັກສຶກສາທີ່ກໍາລັງສຶກສາມະຫາວິທະຍາໄລແຫ່ງຊາດ ຢູ່ໃນປີ 3,4 ຂອງຄະນະວິສະວະກຳສາດ, ຄະນະວິທະຍາສາດທຳມະຊາດ ແລະຄະນະຊັບພະຍາກອນນໍ້າເທົ່ານັ້ນ, ເຊິ່ງການສະໝັກແມ່ນເລີ່ມແຕ່ ວັນທີ 19 ສິງຫາ ໄປຈົນເຖິງ 22 ກັນຍາ 2021. ຫຼັງຈາກນັ້ນ ທາງຄະນະກໍາມະການຂອງໂຄງການລາງວັນຮອນດາ ຈະຄັດເລືອກເອົາພຽງ 35 ຄົນ ເຂົ້າຮ່ວມການສອບເສັງພາກຂຽນພາສາລາວ ແລະພາສາອັງກິດ, ຈາກນັ້ນຄັດໃຫ້ເຫຼືອພຽງ 15 ຄົນສຸດທ້າຍ ເຂົ້າຮອບການສຳພາດ ແລະສໍາພາດເປັນພາສາອັງກິດ ສຸດທ້າຍຄັດເອົາ ນັກສຶກສາພຽງ 2 ຄົນເທົ່ານັ້ນ ເປັນຜູ້ຊະນະ. ນັກສຶກສາຜູ້ຊະນະ ຈະໄດ້ຮັບທຶນການສຶກສາຈຳນວນ 3.000 ໂດລາສະຫະລັດ ຫຼື ປະມານ 30.000.000(ສາມສິບລ້ານກີບ) ພ້ອມທັງໄດ້ຮັບສິດທິໃນການເລືອກສຶກສາຕໍ່ໃນລະດັບ ປະລິນຍາໂທ ຫຼື ປະລິນຍາເອກ ທີ່ປະເທດຍີ່ປຸ່ນ ໂດຍການໃຫ້ທຶນຂອງມູນນິທິຮອນດາອີກດ້ວຍ.

Main Menu