ປະເມີນກາງສະໄໝການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2015-2025 ຂອງ ສປປ ລາວ

Midterm Review of the AESEAN Economic Community Blueprint 2015-2025 of the Lao PDR

Authors

  • ບຸນເລີດ ວັນນະລາດ Lecturer at Faculty of Economics and Businiss Management, National University of Laos.
  • ວິຣິຍະສັກ ສີສຸພັນທອງ Lecturer at Faculty of Economics and Businiss Management, National University of Laos.
  • ໄຄສີ ສະຣິດທິລາດ Lecturer at Faculty of Economics and Businiss Management, National University of Laos.

Abstract

ບົດຄັດຫຍໍ້

ຈາກຜົນສໍາເລັດໃນການຈັດຕັ້ງປະຕິບັດປະຊາຄົມເສດຖະກິດອາຊຽນໃນປີ 2015, ຜູ້ນໍາອາຊຽນໄດ້ສືບຕໍ່ ສ້າງແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2016-2025 ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27 ໃນວັນທີ 22 ພະຈິກ 2015,  ເຊິ່ງແຜນແມ່ບົດດັ່ງກ່າວນີ້ມີໄລຍະການຈັດຕັ້ງປະຕິບັດພາຍໃນ 10 ປີ. ເພື່ອຕິດຕາມຄວາມ ຄືບໜ້າ ແລະ ປະເມີນຜົນສຳເລັດ ແລະ ສິ່ງທ້າທາຍຈາກການຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວ. ຈຸດປະສົງບົດຄົ້ນ ຄ້ວານີ້ເພື່ອ ວິເຄາະຜົນຂອງການຈັດຕັ້ງປະຕິບັດແຜນງານປະຊາຄົມເສດຖະກິດອາຊຽນ 2025 ຕາມແຕ່ລະເປົ້າ   ໝາຍ ແລະ ປະເມີນຜົນກະທົບຂອງການຈັດຕັ້ງປະຕິບັດແຜນປະຊາຄົມເສດຖະກິດອາຊຽນຕໍ່ກັບການພັດທະນາເສດ ຖະກິດ-ສັງຄົມ. ໂດຍນຳໃຊ້ແບບຈຳລອງ Autoregressive ເພື່ອປະເມີນຜົນກະທົບດັ່ງກ່າວຢູ່ ສປປ ລາວ ແລະ ໄດ້ລົງສຳພາດຕົວຈິງກັບຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດເພື່ອຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນກາງສະໄໝ. ຜົນໄດ້ຮັບຈາກການສຶກສາພົບວ່າ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານປະຊາຄົມເສດຖະກິດອາຊຽນກາງສະໄໝ ແມ່ນສາມາດປະຕິບັດໄດ້ສຳ ເລັດ 21.3% ຂອງແຜນງານທັງໝົດ, 65% ແມ່ນກໍາລັງຢູ່ໃນຂັ້ນຕອນການຈັດຕັ້ງປະຕິບັດ ແລະ 13.7% ແມ່ນບໍ່ທັນໄດ້ຈັດຕັ້ງປະຕິບັດ. ຜົນຂອງການຄາດປະມານຊີ້ໃຫ້ເຫັນວ່າ ຜົນກະທົບຂອງ AEC ທີ່ມີຜົນກະທົບທາງບວກຕໍ່ກັບການສົ່ງອອກ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ ແລະ ມີຄວາມສຳຄັນທາງສະຖິຕິໃນລະດັບ 10%.

 

ຄຳສັບສຳຄັນ: ປະຊາຄົມເສດຖະກິດອາຊຽນ (AEC), ແຜນປະຕິບັດງານຍຸດທະສາດລວມ ແລະ ຜົນກະທົບຂອງ AEC ຕໍ່ເສດຖະກິດ ແລະ ສັງຄົມ.

References

ປະເມີນກາງສະໄໝການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2015-2025 ຂອງ ສປປ ລາວ

Published

2021-08-01

How to Cite

ວັນນະລາດ ບ., ສີສຸພັນທອງ ວ., & ສະຣິດທິລາດ ໄ. (2021). ປະເມີນກາງສະໄໝການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2015-2025 ຂອງ ສປປ ລາວ: Midterm Review of the AESEAN Economic Community Blueprint 2015-2025 of the Lao PDR. Journal of Lao Economics and Business Management, 1(1), 38–49. Retrieved from https://feb.nuol.edu.la/journal/index.php/jleb/article/view/78