ການວັດແທກຄວາມເຕັມໃຈຈ່າຍຕໍ່ການບໍລິໂພກປາສະອາດໃນ ສ.ປ.ປ.ລາວ

A valuation of the consumer's willingness to pay for food safety of fish product in Lao PDR

Authors

  • ຄໍານີກອນ ສີປະເສີດ Lecturer at Faculty of Economics and Businiss Management, National University of Laos.
  • ວິຣິຍະສັກ ສີສຸພັນທອງ Lecturer at Faculty of Economics and Businiss Management, National University of Laos.
  • ມູນິກ ບຸນຍະລາສີ Lecturer at Faculty of Economics and Businiss Management, National University of Laos.

Abstract

ບົດຄັດຫຍໍ້

ໃນຊີວິດປະຈຳວັນຄົນເຮົາທຸກຄົນແມ່ນໃຫ້ຄວາມສຳຄັນກັບການບໍລິໂພກອາຫານ ເພື່ອເສີມສ້າງສຸຂະພາບໃຫ້ແຂງແຮງຕາມໄວ ໂດຍສະເພາະອາຫານທີ່ສະອາດມີຄວາມປອດໄພ ເປັນສິ່ງທີ່ທຸກຄົນຕ້ອງການທຸກເພດທຸກໄວ. ສະນັ້ນການກວດກາຄຸນນະພາບອາຫານຈິ່ງມີຄວາມຈຳເປັນ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍຮັກສາສຸຂະພາບ ​ແລະ ທັງເປັນການສະໜັບສະໜູນ​ສະຫວັດ​ດີກາ​ນທາງ​ສັງຄົມ​ມີ​ຄວາມ​ໝັ້ນຄົງ. ຈາກເຫັນຄວາມສຳຄັນດັ່ງກ່າວ ຈິ່ງໄດ້ສຶກສາການວັດແທກຄວາມເຕັມໃຈຈ່າຍຕໍ່ການບໍລິໂພກປາສະອາດໃນ ສປປ ລາວ, ມີຈຸດປະສົງປະ​ເມີນ​ຄວາມ​ເຕັມ​ໃຈ​ຈ່າຍ​ຂອງ​ຜູ້​ບໍລິ​ໂພ​ກຕໍ່​ກັບ​ການບໍລິໂພກປາ​ທີ່​ມີ​ຄວາມ​ປອດ​ໄພ​, ແລະ ປະເມີນລັກສະນະຂອງອາຫານຕໍ່ຄວາມເຕັມໃຈຈ່າຍ  ນຳໃຊ້ວິທີການສຶກສາ​ແບ​ບປະລິມານ  ໂດຍໃຊ້ວິທີການ​ວິ​ເຄາະ​ແບບ DCE (Discrete Choice Experiment) ​ເຂົ້າ​ໃນ​ການ​ຄິດ​ໄລ່ທາງ​ເລືອກ​ໃນ​ການ​ຕັດສິນ​ໃຈ ແລະ ຄໍານວນໂດຍ ​Conditional Logit ​ເພື່ອ​ຊອກ​ຫາ​ຄ່າ​ຄວາມ​ເຕັມ​ໃຈ​ຈ່າຍ.

          ຈາກ​ຜົນ​ການ​ສຶກສາ​ໃນ​ຄັ້ງ​ນີ້​​ເຫັນ​ວ່າມູນ​ຄ່າ​ຄວາມ​ພໍ​ໃຈ​ຈ່າຍ​ຂອງ​ຜູ່​ບໍລິ​ໂພ​ກຕໍ່ກັບ​ສິນ​ຄ້າ​ທີ່​ມີ​​ເຄື່ອງໝາຍ​ອະນຸຍາດ​ຈາກກົມ​ອາຫານ ​ແລະ ຢາ ​ເຮັດໃຫ້​ຄວາມ​ພໍ​ໃຈ​ຈ່າຍຊື້ປາ​ເພີ່ມ​ຂຶ້ນ. ນອກຈາກນັ້ນອາຫານ​ສະອາດທີ່​ມີ​ບັນ​ຈຸພັນ ຫຼື ທີ່ມີການ​ຫຸ້ມຫໍ່ຈະເຮັດໃຫ້ຄວາມ​ພໍ​ໃຈ​ຈ່າຍຂອງຜູ້ບໍລິໂພກ​ເພີ່ມ​ຂຶ້ນເຊັນດຽວກັນ, ໃນຂະນະທີ່ອາຫານ​ສະອາດ ທີ່​ມີການ​ບົ່ງ​ບອກຊື່ຜູ້ຜະລິດຈະ​ເຮັດໃຫ້ຄວາມ​ພໍ​ໃຈ​ຈ່າຍ​ເພີ່ມ​ຂຶ້ນ. ສ່ວນ​ສະຖານ​ທີ່ໃນການຈຳໜ່າຍປາ  ເຫັນວ່າມີຄວາມພໍໃຈຈ່າຍແຕກຕ່າງກັນລະຫວ່າງຊຸບເປີມາເກັດ, ຕະຫຼາດ, ແລະ ລໍ້ຂາຍເຄື່ອງ.

 

ຄຳສັບສຳຄັນ: ການບໍລິໂພກປາສະອາດ

                ການບໍລິໂພກຜະລິດຕະພັນປາສະອາດ

References

ການວັດແທກຄວາມເຕັມໃຈຈ່າຍຕໍ່ການບໍລິໂພກປາສະອາດໃນ ສ.ປ.ປ.ລາວ

Published

2021-08-01

How to Cite

ສີປະເສີດ ຄ., ສີສຸພັນທອງ ວ., & ບຸນຍະລາສີ ມ. (2021). ການວັດແທກຄວາມເຕັມໃຈຈ່າຍຕໍ່ການບໍລິໂພກປາສະອາດໃນ ສ.ປ.ປ.ລາວ: A valuation of the consumer’s willingness to pay for food safety of fish product in Lao PDR. Journal of Lao Economics and Business Management, 1(1), 80–89. Retrieved from https://feb.nuol.edu.la/journal/index.php/jleb/article/view/81

Most read articles by the same author(s)