ແນະນຳ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ

ຈຳນວນຜູ້ເຂົ້າໃຊ້

Laos 86.64% Laos
United States 2.72% United States
Germany 2.69% Germany
Thailand 1.20% Thailand
China 1.10% China
Seychelles 1.03% Seychelles
Hong Kong 0.94% Hong Kong

Total:

69

Countries
000219803
Today: 8
Yesterday: 55
This Week: 166
Last Week: 792
This Month: 1,615
Last Month: 2,625
Total: 219,803
This image for Image Layouts addon

ຄສບ ໄດ້ເປີດສອນຫຼັກສູດພາສາອັງກິດ.

ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ຄສບ ໄດ້ສະໜອງຫຼັກສູດທີ່ສອນເປັນພາສາອັງກິດຂື້ນ 2 ສາຂາເສດຖະສາດພັດທະນາ ແລະ ການວາງແຜນ ແລະ ສາຂາບໍລິຫານທຸລະກິດ. ຫຼັກສູດດັ່ງກ່າວໄດ້ດຳເນີນການຮຽນ-ການສອນເປັນພາສາອັງກິດ ເຊີ່ງສອນໂດຍຄູອາ ຈານທີ່ມີຄວາມຊຳນານທັງພາຍໃນ ແລະ ຕ່າງປະເທດ
ອ່ານຕໍ່
This image for Image Layouts addon

ຫ້ອງສະໝຸດ ຄສບ ມີສະຖານທີ່ກວ້າງຂວາງ ແລະ ທັນສະໄໝ

ຫ້ອງສະໝຸດ ຄສບ ມີປື້ມຕຳລາ ທັງພາສາລາວ ແລະ ພາສາຕ່າງປະເທດ ທີ່ກ່ຽວຂ້ອງກັບເສດຖະສາດ ບໍ່ລິການທຸລະກິດ ການຕະຫຼາດ ການເງິນ-ທະນາຄານ ການບັນຊີ ແລະ ການຄ້າ. ເຊີ່ງເປີດໃຫ້ບໍລິການແກ່ນັກສຶກສາ ລວມທັງບຸກຄົນທົ່ວໄປທີ່ສົນໃຈທັງພາຍໃນ ແລະ ພາຍນອກ ເວລາໃຫ້ບໍລິການ ຈັນ-ສຸກ ເວລາ 8:00-16:00

ອ່ານຕໍ່
This image for Image Layouts addon

ຄສບ ສົ່ງເສີມແນວຄວາມຄິດສ້າງສັນຂອງນັກສຶກສາ ໂດຍຜ່ານກິດຈະກຳຕ່າງໆ

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໄດ້ມີການຈັດກິດຈະກຳເພື່ອສົ່ງເສີມແນວຄວາມຄິດສ້າງສັນຂອງນ້ອງໆ ນັກສຶກ ໃນຫຼາກຫຼາຍຮູບແບບ ເຊັ່ນ: ການຈັດງານຕະຫຼາດນັກນັກສຶກສາ ຄສບ , ການຈັດໂຄງການເພື່ອບໍລິຈາກສີ່ງຂອງທີ່ຈຳເປັນໃຫ້ກັບເຂດທີ່ຂາດເຂິນປັດໄຈ, ການຈັດການແຂ່ງຂັນຖາມ-ຕອບວິທະຍາສາດ
ອ່ານຕໍ່

ປະໂຫຍດພາຍຫຼັງຮຽນຈົບ

ຜູ້ທີ່ຮຽນຈົບບັນດາຫຼັກສູດ ຄສບ ສາມາດສະໝັກເຮັດວຽກນໍາອົງການຈັດຕັ້ງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງສາກົນຕ່າງໆທີ່ຢູ່ພາຍໃນ ແລະ ຕ່າງປະເທດ ຕາມສາຂາວິຊາສະເພາະຂອງໃຜລາວ, ຫຼື ສາມາດປະກອບທຸລະກິດສ່ວນຕົວໄດ້, ເຊິ່ງໃນປັດຈຸບັນນີ້ສັງຄົມຍັງມີຕ້ອງການບຸກຄະລາກອນທີ່ຮຽນຈົບໃນບັນດາຫຼັກສູດຕ່າງໆເຫຼົ່ານີ້ຫຼາຍ ແລະ ນອກຈາກນັ້ນຜູ້ທີ່ມີຄວາມສົນໃຈຢາກສຶກສາຕໍ່ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກໃນຫຼັກສູດຕ່າງໆຂອງ ຄສບ ກໍຍັງມີສູງເຊັ່ນດຽວກັນ.ສໍາລັບຜູ້ທີ່ຮຽນຈົບປະລິນຍາຕີໄປແລ້ວສາມາດນໍາເອົາຄວາມຮູ້ໄປໃຊ້ເປັນພື້ນຖານໃນການໄປຮຽນຕໍ່ລະດັບປະລິນຍາໂທ ແລະ ປະລິນຍາເອກຢູ່ຕ່າງປະເທດໄດ້.

ອ່ານຕໍ່
This image for Image Layouts addon

ນອກຈາກນັ້ນ
ມາຮອດປີ 2010 ເປັນຕົ້ນມາ ຄສບ ໄດ້ຂະຫຍາຍຫລັກສູດປະລິນຍາຕີຂື້ນເປັນ 13 ຫຼັກສູດ ໃນນັ້ນມີຫຼັກສູດນາໆຊາດ 1 ຫຼັກສູດທີ່ດຳເນີນການຮຽນ-ການສອນເປັນພາສາອັງກິດ.

ນອກຈາກຫຼັກສູດໃນລະດັບປະລິຍາຕີທີ່ໄດ້ກ່າວມາຂ້າງເທິງ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດຍັງໄດ້ສະໜອງຫຼັກສູດໃນລະດັບປະລິຍາໂທ ແລະ ປະລິຍາເອກໃຫ້ແກ່ພະນັກງານ-ນັກສຶກສາທັງພາກລັດ ແລະ ເອກະຊົນທີ່ມີຄວາມສົນໃຈໃນຄວ້າວິໄຈ ແລະ ຍົກລະດັບວິຊາສະເພາະຂັ້ນສູງໃນຫຼາກຫຼາຍສາຂາວິຊາ. ມາຮອດປະຈຸບັນໄດ້ມີ ຫຼັກສູດປະລິຍາໂທໄດ້ທັງໝົດ 7 ສາຂາ. ນອກຈາກນັ້ນ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດຍັງໄດ້ເປີດການຮຽນ-ການສອນໃນຫຼັກສູດປະລິຍາເອກສາຂາທຳອິດຄື: ສາຂາເສດຖະສາດພັດທະນາ ແລະ ການວາງແຜນຂື້ນໃນສົກປີ 2018-2019.
ອ່ານຕໍ່

ສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້ ຄວາມສາມາດມີທັກສະໃນການເຮັດຄົ້ນຄວ້າມີຄວາມຮັບຜິດຊອບຕໍ່ສັງຄົມ

0
ນັກສຶກສາປະລິນຍາຕິ
0
ນັກສຶກສາປະລິນຍາໂທ
0
ນັກສຶກສາປະລິນຍາເອກ

Main Menu