ປັດໄຈທາງດ້ານເສດຖະກິດສົ່ງຜົນຕໍ່ອັດຕາເງິນເຟີ້ຂອງ ສປປ ລາວ

Economic Factors Affecting the Inflation of the Lao PDR

Authors

  • ບັນຖົມ ມະນີລັດ Lecturer at Faculty of Economics and Businiss Management, National University of Laos.
  • ຜິວຜ່ອງໃສ ສີຫາບັນທົມ Faculty of Economics and Businiss Management, National University of Laos.
  • ມຸກດາວັນ ອາດສະຫມຸດ Faculty of Economics and Businiss Management, National University of Laos.
  • ຈິນດາລັກ ຖິ່ນໄພສົນ Lecturer at Faculty of Economics and Businiss Management, National University of Laos.

Abstract

ບົດຄັດຫຍໍ້

ໃນການສຶກສາຄັ້ງນີ້ມີຈຸດປະສົງໃນການສຶກສາປັດໄຈທາງເສດຖະກິດທີ່ມີຜົນກະທົບຕໍ່ອັດຕາເງິນເຟີ້ ຂອງ ສປປ ລາວ. ໂດຍກໍານົດປັດໄຈທີ່ສົ່ງຜົນກະທົບຕໍ່ອັດຕາເງິນເຟີ້ດັ່ງນີ້: ອັດຕາແລກປ່ຽນ, ອັດຕາດອກເບ້ຍ  ແລະ  ດັດສະນີລາຄາຜູ້ບໍລິໂພກ ໂດຍນຳໃຊ້ຂໍ້ມູນອະນຸກົມເວລາແບບລາຍເດືອນຕັ້ງແຕ່ປີ 2015-2020 ລວມທັງໝົດແມ່ນ 72 ເດືອນ. ໂດຍນໍາໃຊ້ວິທີການວິເຄາະແບບສົມຜົນທົດຖອຍພະຫຸຄູນດ້ວຍວີທີກຳລັງສອງນ້ອຍທີ່ສຸດ.

ຜົນການສຶກສາພົບວ່າການເຄືອນໄຫວຂອງອັດຕາເງິນເຟີ້ ແມ່ນປ່ຽນແປງໄປໃນທິດທາງດຽວກັນກັບອັດຕາແລກປ່ຽນ ໂດຍທີ່ອັດຕາແລກປ່ຽນເພີ່ມຂຶ້ນ 1 ໜ່ວຍ ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ 0.013799 ຫນ່ວຍ ແລະ ອັດຕາດອກເບ້ຍເພີ່ມຂື້ນ 1 ຫນ່ວຍ ຈະເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ 10.43932 ໜ່ວຍ.  ການວິໄຈນີ້ຊ່ວຍໃນການແນະນຳທາງດ້ານນະໂຍບາຍເງິນຕາຕ່າງປະເທດ ທີ່ຄຳນຶງເຖິງປະລິມານເໝາະສົມກັບຄວາມຕ້ອງການຂອງລະບົບ.

 

ຄໍາສໍາຄັນ: ອັດຕາແລກປ່ຽນ, ອັດຕາດອກເບ້ຍ, ອັດຕາເງິນເຟີ້, ດັດຊະນີລາຄາຜູ້ບໍລິໂພກ

References

ປັດໄຈທາງດ້ານເສດຖະກິດສົ່ງຜົນຕໍ່ອັດຕາເງິນເຟີ້ຂອງ ສປປ ລາວ

Published

2022-12-28

How to Cite

ມະນີລັດ ບ., ສີຫາບັນທົມ ຜ., ອາດສະຫມຸດ ມ., & ຖິ່ນໄພສົນ ຈ. (2022). ປັດໄຈທາງດ້ານເສດຖະກິດສົ່ງຜົນຕໍ່ອັດຕາເງິນເຟີ້ຂອງ ສປປ ລາວ: Economic Factors Affecting the Inflation of the Lao PDR. Journal of Lao Economics and Business Management, 1(1), 50–62. Retrieved from https://feb.nuol.edu.la/journal/index.php/jleb/article/view/63