ຄວາມຄິດເຫັນຂອງນັກສຶກສາປີ 2-4 ຕໍ່ການໃຊ້ບໍລິການ ພະແນກການເງິນ ແລະ ຊັບສິນ ຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ.
Student's Opinion toward Finance Division Service of Faculty of Economics and Business Management
Abstract
ບົດຄັດຫຍໍ້
ການບໍລິການຂອງພະແນກການເງິນ ແລະ ຊັບສິນ ຕໍ່ກັບການຊໍາລະສະສາງຂອງນັກສຶກສາ ແມ່ນມີຄວາມສໍາຄັນຫຼາຍຕໍ່ກັບພາບພົດໂດຍລວມຂອງ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ. ການຄົ້ນຄວ້າຄັ້ງນີ້ແມ່ນມີຈຸດປະສົງເພື່ອສຶກສາເຖິງ ຄວາມຄິດເຫັນຂອງນັກສຶກສາ ແລະ ປຽບທຽບຄວາມຄິດເຫັນຂອງນັກສຶກສາ ຕໍ່ການໃຊ້ບໍລິການພະແນກການເງິນ ແລະ ຊັບສິນ ຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ. ໂດຍການຮວບຮວມຂໍ້ມູນຈາກການຢາຍແບບສອບຖາມໃຫ້ແກ່ນັກສຶກສາ ປີທີ 2 ຫາ ປີທີ 4 ຈໍານວນ 127 ຕົວຢ່າງ. ການວິເຄາະຂໍ້ມູນປະກອບດ້ວຍການໃຊ້ສະຖິຕິພັນລະນາ, ການວິເຄາະຄວາມແຕກຕ່າງລະຫວ່າງກຸ່ມດ້ວຍວິທີ T-test ແລະ One-Way ANOVA. ຜົນການຄົ້ນຄວ້າພົບວ່ານັກສຶກສາມີຄວາມຄິດເຫັນວ່າ ພະແນກການເງິນ ແລະ ຊັບສິນແມ່ນມີຂັ້ນຕອນການໃຫ້ບໍລິການ ແລະ ພະນັກງານມີການໃຫ້ບໍລິການທີ່ດີຫຼາຍ ແຕ່ໃນດ້ານສິ່ງອໍານວຍຄວາມສະດວກ ໂດຍລວມແມ່ນຢູ່ລະດັບເຫັນດີປານກາງ ເຊິ່ງຍັງຕ້ອງໄດ້ມີການປັບປຸງໃຫ້ດີຂຶ້ນຕື່ມ ແລະ ຊ່ອງໃຫ້ບໍລິການຍັງບໍ່ພຽງພໍເຮັດໃຫ້ເກີດການລໍຄິວໃນການຊໍາລະດ້ານການລົງທະບຽນ ແລະ ດ້ານການລົງທະບຽນຮຽນ ແລະ ດ້ານການອັບເກຣດ. ຈາກສຶກສາປຽບທຽບຄວາມຄິດເຫັນຂອງນັກສຶກສາປີ 2-4 ຕໍ່ການໃຊ້ບໍລິການພະແນກການເງິນແລະ ຊັບສິນ (ການລົງທະບຽນຮຽນແລະການລົງທະບຽນອັບເກຣດ) ພົບວ່າ ນັກສຶກສາທີ່ມີເກຣດສະເລ່ຍທີ່ແຕກຕ່າງກັນແມ່ນພົບວ່ານັກສຶກສາທີ່ມີເກຣດສະເລ່ຍລະຫວ່າງ 2.00-2.50 ແມ່ນເຫັນວ່າການໃຫ້ບໍລິການຂອງພະແນກການເງິນໃນລະດັບທີ່ດີກວ່າ ໂດຍມີຄະແນນສະເລ່ຍທີ່ 3.45 ສ່ວນນັກສຶກສາທີ່ມີເກຣດສະເລ່ຍ ຕໍ່າກວ່າ 2.00 ແລະ ລະຫວ່າງ ແລະ ຫຼາຍກວ່າ 2.50 ຂຶ້ນໄປແມ່ນເຫັນວ່າການໃຫ້ບໍລິການຂອງພະແນກການເງິນ ແລະ ຊັບສິນຍັງຢູ່ໃນລະດັບໜ້ອຍຫາກາງ. ເຊິ່ງຜົນການສຶກສາທີ່ໄດ້ມານັ້ນແມ່ນທາງພະແນກການເງິນ ແລະ ຊັບສິນສາມາດນໍາໄປໃຊ້ໃນການພັດທະນາປັບປຸງແກ້ໄຂເພື່ອໃຫ້ຄຸນນະພາບການບໍລິການດີຂຶ້ນກວ່າທີ່ມີມາ.
References
ຄວາມຄິດເຫັນຂອງນັກສຶກສາປີ 2-4 ຕໍ່ການໃຊ້ບໍລິການ ພະແນກການເງິນ ແລະ ຊັບສິນ ຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ.