ປັດໄຈທີ່ມີອິດທິພົນຕໍ່ການວາງແຜນການເງິນສ່ວນບຸກຄົນຂອງປະຊາຊົນບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ

Factors Influencing to personal Financial Planning of Nongmaengda Villagers Xay District, Oudomxay Province

Authors

  • ສຸດສາຄອນ ລັດດາວົງ Lecturer at Faculty of Economics and Businiss Management, National University of Laos.
  • ຄໍາພັນ ມີຫາພົນ Lecturer at Faculty of Economics and Businiss Management, National University of Laos.
  • ສົມມະນີ ຫຼວງພິຈິດ Faculty of Economics and Businiss Management, National University of Laos.
  • ນໍ້າຝົນ ເມືອງໂຄດ Faculty of Economics and Businiss Management, National University of Laos.
  • ສີລິຈັນ ພົມມະສານ Lecturer at Faculty of Economics and Businiss Management, National University of Laos.

Abstract

ບົດຄັດຫຍໍ້

ການສຶກສາ ແລະ ຄົ້ນຄວ້າສະບັບນີ້ ມີຈຸດປະສົງເພື່ອສຶກສາ ປັດໄຈທີ່ມີອິດທິພົນຕໍ່ການວາງແຜນການເງິນສ່ວນບຸກຄົນຂອງປະຊາຊົນ ກໍລະນີສຶກສາ: ປະຊາຊົນທີ່ອາໄສຢູ່ໃນເຂດບ້ານຫນອງແມງດາ ເມືອງໄຊ ແຂວງອຸດົມໄຊ. ກຸ່ມປະຊາກອນຕົວຢ່າງມີທັງຫມົດ 329 ຕົວຢ່າງ. ເຄື່ອງມືໃນການລວບລວມຂໍ້ມູນແມ່ນການແຈກຢາຍແບບສອບຖາມເຊິ່ງແບບອອກເປັນ 3 ພາກສ່ວນຄື: ຂໍ້ມູນທົ່ວໄປຂອງຜູ້ຕອບແບບສອບຖາມ, ຂໍ້ມູນກ່ຽວກັບການວາງແຜນການເງິນສ່ວນບຸກຄົນ ແລະ ປັດໄຈທີ່ມີອິດທິພົນຕໍ່ການວາງແຜນການເງິນສ່ວນບຸກຄົນ. ວິທີການສຶກສາແມ່ນນຳໃຊ້ໂປຣແກຣມ SPSS version 23 ເພື່ອຊອກຫາຄ່າສະເລ່ຍ ໂດຍຈຳແນກຕາມເພດ, ອາຍຸ, ສະຖານະພາບ, ຈຳນວນສະມາຊິກໄດ້ຄອບຄົວ, ລະດັບການສຶກສາ, ອາຊີບ, ລາຍໄດ້, ລາຍຈ່າຍ, ພາລະໜີ້ສິນ. ການວິເຄາະຂໍ້ມູນປະກອບດ້ວຍ ວິເຄາະສະຖິຕິພັນລະນາ, ວິເຄາະສະຖິຕິສົມມຸດຕິຖານ (Chi-square test) ກ່ຽວກັບປັດໄຈທີ່ມີອິດທິພົນຕໍ່ການວາງແຜນການເງິນສ່ວນບຸກຄົນ ພ້ອມທັງຫາຄ່າຄວາມໜ້າຈະເປັນ P ເພື່ອວິເຄາະຫາຄວາມສຳພັນຂອງຂໍ້ມູນຕ່າງໆ

ຜົນການສຶກສາເຫັນວ່າ ປັດໄຈທີ່ມີອິດທິພົນຕໍ່ການວາງແຜນການເງິນສ່ວນບຸກຄົນຂອງປະຊາຊົນທີ່ອາໄສຢູ່ໃນເຂດບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ ມີອິດທິພົນລະດັບປານກາງ. ໂດຍໄດ້ແຈກຢາຍແບບສອບຖາມທັງຫມົດ 340 ສະບັບ ສາມາດເກັບຄືນໄດ້ພຽງແຕ່ 329 ສະບັບ. ການວິເຄາະຄັ້ງນີ້ແມ່ນວິເຄາະໂດຍການຫາຄ່າຄວາມຖີ່ ແລະ ສະຖິຕິພັນລະນາ. ຜົນການວິໄຈພົບວ່າ ຜູ້ຕອບແບບສອບຖາມສ່ວນຫລາຍແມ່ນເພດຍິງຫຼາຍກວ່າເພດຊາຍ ເຊິ່ງມີເພດຍິງຈຳນວນ 173 ຄົນ ກວມເອົາ 52.58 ສ່ວນຮ້ອຍ, ສ່ວນໃຫຍ່ມີອາຍຸລະຫວ່າງ 31-40 ປີ, ມີສະຖານະພາບແຕ່ງງານແລ້ວ, ມີສະມາຊິກຄອບຄົວ 5 ຄົນຂື້ນໄປ, ຈົບການສຶກສາລະດັບປະລິນຍາຕີ ແລະ ມີອາຊີບເປັນພະນັກງານລັດ, ມີລາຍໄດ້ຢູ່ລະຫວ່າງ 2,000,001-4,000,000 ກີບ, ລາຍຈ່າຍ 1,000,001-2,000,000 ກີບ ແລະ ບໍ່ມີພາລະໜີ້ສິນ ກວມເອົາ 66.26 ​ສ່ວນຮ້ອຍ. ນອກຈາກນີ້, ກຸ່ມຕົວຢ່າງຍັງມີການວາງແຜນການເງິນໂດຍການບໍລິຫານລາຍຈ່າຍ ແລະ ການຫາລາຍໄດ້ເພີ່ມ, ເມື່ອມີເງິນເຫຼືອຈາກການໃຊ້ຈ່າຍກໍ່ນຳເງິນມາອອມ. ສຳລັບປັດໄຈທີ່ມີອິດທິພົນຕໍ່ການວາງແຜນການເງິນສ່ວນບຸກຄົນຂອງປະຊາຊົນບ້ານໜອງແມງດາແມ່ນປັດໄຈດ້ານເສດຖະກິດມີອິດທິພົນຫຼາຍ ຊຶ່ງກວມເອົາ 3.89, ຮອງລົງມາແມ່ນປັດໄຈດ້ານຄວາມເຂົ້າໃຈຕໍ່ການວາງແຜນການເງິນ ແລະ ດ້ານສັງຄົມມີອິດທິພົນໃນລະດັບປານກາງ 3.37,​ 3.01 ຕາມລຳດັບ

References

ປັດໄຈທີ່ມີອິດທິພົນຕໍ່ການວາງແຜນການເງິນສ່ວນບຸກຄົນຂອງປະຊາຊົນບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ

Published

2022-12-28

How to Cite

ລັດດາວົງ ສ., ມີຫາພົນ ຄ., ຫຼວງພິຈິດ ສ., ເມືອງໂຄດ ນ., & ພົມມະສານ ສ. (2022). ປັດໄຈທີ່ມີອິດທິພົນຕໍ່ການວາງແຜນການເງິນສ່ວນບຸກຄົນຂອງປະຊາຊົນບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ: Factors Influencing to personal Financial Planning of Nongmaengda Villagers Xay District, Oudomxay Province. Journal of Lao Economics and Business Management, 1(1), 167–177. Retrieved from https://feb.nuol.edu.la/journal/index.php/jleb/article/view/72