ການຜະລິດກະສິກຳເປັນສິນຄ້າ ແລະ ປັດໄຈທີ່ມີຜົນຕໍ່ລາຍໄດ້ຂອງປະຊາຊົນໃນເຂດຊົນລະກະເສດໂດຍອິງຕາມຄວາມຕ້ອງການຕະຫຼາດ
The Study on Market-Oriented Agricutural Production and Factors Affecting Household Income in Irrigation Farmming Area based on Market Demand
Abstract
ບົດຄັດຫຍໍ້
ການສຶກສາຄັ້ງນີ້ແມ່ນພາຍໃຕ້ຫົວຂໍ້: “ສຶກສາການຜະລິດກະສິກຳເປັນສິນຄ້າ ແລະ ປັດໄຈທີ່ມີຜົນຕໍ່ລາຍໄດ້ຂອງປະຊາຊົນເຂດຊົນລະກະເສດໂດຍອິງຕາມຄວາມຕ້ອງການຕະຫຼາດ” ຢູ່ທີ່ ບ້ານ ໝາກຮຽວ, ເມືອງປາກງື່ມ ແລະ ບ້ານດົງຄວາຍ, ເມືອງໄຊທານີ. ການສຶກສາແມ່ນໄດ້ອິງຕາມ 3 ຈຸດປະສົງຄື: ສຶກສາສະພາບທົ່ວໄປ ແລະ ການຜະລິດກະສິກຳຂອງບ້ານໝາກຮຽວ ແລະ ບ້ານດົງຄວາຍ, ສຶກສາເພື່ອຄັດເລືອກ ແລະ ຈັດລຽງບຸລິມະສິດການຜະລິດເປັນສິນຄ້າອິງໃສ່ຄວາມຕ້ອງການຕະຫຼາດ ແລະ ສຶກສາປັດໄຈທີ່ມີຜົນຕໍ່ການສ້າງລາຍໄດ້ຈາກການຜະລິດສິນຄ້າທີ່ຖືກຈັດລຽງບຸລິມະສິດ. ໃນວິທີການສຶກສາແມ່ນນໍາໃຊ້ຂໍ້ມູນປະຖົມພູມ ແລະ ທຸຕິຍະພູມ, ສ່ວນການລວບລວມຂໍ້ມູນປະຖົມພູມນີ້ແມ່ນໄດ້ຈັດແບ່ງເປັນ 4 ຂັ້ນຕອນຄື: ການຈັດລຽງບຸລິມະສິດລາຍການສິນຄ້າກະສິກຳຮອບທຳອິດພາຍໃນເຂດບ້ານກຸ່ມຕົວຢ່າງທີ່ທຳການຜະລິດຢູ່ໂດຍມີການເຂົ້າຮ່ວມຈາກຫຼາກຫຼາຍພາກສ່ວນ, ສຶກສາລາຍການສິນຄ້າທີ່ຖືກຈັດລຽງບຸລິມະສິດໄປສຶກສາລາຄາ ແລະ ປະລິມານຄວາມຕ້ອງການໃນດ້ານຂອງຕະຫຼາດແບບເລັ່ງລັດຈຳນວນ 12 ຕະຫຼາດຫຼັກໃນເຂດຕົວເມືອງນະຄອນຫຼວງວຽງຈັນ, ການຈັດລຽງບຸລິມະສິດລາຍການສິນຄ້າກະສິກຳຮອບສຸດທ້າຍພາຍຫຼັງສຶກສາດ້ານຕະຫຼາດ, ແລະ ຂັ້ນຕອນສຸດທ້າຍແມ່ນນຳເອົາລາຍການສິນຄ້າດັ່ງກ່າວມາວິເຄາະໃນແບບຈຳລອງດ້ວຍວິທີການຄາດປະມານສົມຜົນຖົດຖອຍກຳລັງສອງນ້ອຍສຸດ OLS (Ordinary Least Squares). ໃນຈຳນວນ 245 ກຸ່ມຕົວຢ່າງ ໂດຍພາຍໃນຂອບເຂດໄລຍະເວລາ 2 ເດືອນ (ເມສາ-ພຶດສະພາ) ປີ 2018.
ຜົນຈາກການຈັດລຽງບຸລິມະສິດລາຍການສິນຄ້າກະສິກຳຮອບທຳອິດ ແລະ ຮອບສຸດທ້າຍຫຼັງຈາກປະຊາຊົນໃນເຂດກໍລະນີສຶກສາໄດ້ຮັບຟັງຂໍ້ມູນທາງດ້ານຕະຫຼາດແມ່ນມີຄວາມແຕກຕ່າງກັນຫຼາຍເນື່ອງຈາກປະຊາຊົນໄດ້ມີແນວຄວາມຄິດທີ່ຈະຜະລິດລາຍການໃໝ່ໂດຍຄຳນຶງຄວາມຕ້ອງການຂອງຕະຫຼາດຫຼາຍຂຶ້ນຄື: ສຳລັບຜະລິດຕະພັນພືດແມ່ນ ເຂົ້າ, ຜັກກິນໃບ, ຖົ່ວຂຽວ ຕາມລຳດັບ ແລະ ສຳລັບຜະລິດຕະພັນສັດແມ່ນ ສັດໃຫຍ່, ສັດປີກ, ແບ້ ແລະ ສັດນໍ້າ.
ຜົນການສຶກສາສະພາບທົ່ວໄປຂອງກຸ່ມຕົວຢ່າງເຫັນວ່າ: ເພດຊາຍກວມເຖິງ 80% ຂອງຈຳນວນທັງໝົດ, ອາຍຸສະເລ່ຍຂອງຜູ່ໃຫ້ສຳພາດແມ່ນ 50 ປີ, ລະດັບການສຶກສາສ່ວນຫຼາຍແມ່ນຢູ່ໃນລະດັບມັດທະຍົມຕອນຕົ້ນ, ເນື້ອທີ່ການຜະລິດສະເລ່ຍ 8,641 ຕາແມັດ/ຄອບຄົວ, ການເຂົ້າເຖິງສິນເຊື່ອແມ່ນສູງເຖິງ 68% ຂອງກຸ່ມຕົວຢ່າງທັງໝົດ, ການເຂົ້າຮ່ວມຝຶກອົບຮົມຂອງປະຊາຊົນເທົ່າກັບ 59% ຂອງຈຳນວນທັງໝົດ. ຈາກຈຳນວນກຸ່ມຕົວຢ່າງທັງໝົດ 245 ຄອບຄົວ, ປະຊາຊົນທີ່ຍຶດຖືອາຊີບປູກຝັງແມ່ນ 77% ແລະ ລ້ຽງສັດມີພຽງ 23%.ໃນນີ້, ປະຊາຊົນທີ່ຍຶດອາຊີບປູກເຂົ້າເປັນລາຍໄດ້ຫຼັກແມ່ນກວມ 38%, ສ່ວນປະຊາຊົນທີ່ປູກຜັກມີ 33%, ປະຊາຊົນທີ່ປູກຖົ່ວຂຽວມີພຽງ 5% ແລະ ສ່ວນທີເຫຼືອແມ່ນລ້ຽງສັດ. ສ່ວນຜົນການວິເຄາະຫາປັດໄຈທີ່ມີຜົນຕໍ່ການສ້າງລາຍໄດ້ຂອງປະຊາຊົນໃນເຂດຊົນລະກະເສດດ້ວຍການຄາດປະມານສົມຜົນຖົດຖອຍດ້ວຍວິທີກຳລັງສອງນ້ອຍສຸດເຫັນໄດ້ວ່າ: ບັນດາຕົວປ່ຽນເຫັນວ່າໃນຈໍານວນທັງໝົດ 10 ປັດໄຈໂດຍມີ 5 ປັດໄຈທີ່ມີຜົນຕໍ່ກັບລາຍໄດ້ຂອງປະຊາຊົນໃນເຂດຊົນລະກະເສດໃນທິດທາງດຽວກັນຄື: ອາຍຸຂອງຫົວໜ້າຄອບຄົວ, ເນື້ອທີ່ການຜະລິດ, ການເຂົ້າເຖິງສິນເຊື່ອ, ການເຂົ້າຮ່ວມຝຶກອົບຮົມ, ການປູກເຂົ້າໜຽວຂອງປະຊາຊົນ. ສ່ວນປັດໄຈທີ່ບໍ່ມີຜົນຕໍ່ກັບລາຍໄດ້ຂອງປະຊາຊົນໃນເຂດຊົນລະກະເສດ 5 ປັດໄຈຄື: ເພດ, ລະດັບການສຶກສາຂອງຫົວໜ້າຄົວເຮືອນ, ການປູກຜັກກິນໃບຂອງປະຊາຊົນ, ການປູກໝາກຖົ່ວຂຽວຂອງປະຊາຊົນ ແລະ ປະເພດຂອງການຜະລິດກະສິກຳຂອງປະຊາຊົນ ເຊິ່ງຕົວປ່ຽນອິດສະຫຼະສາມາດອະທິບາຍຕົວປ່ຽນຕາມ (R2) ມີຄ່າເທົ່າກັບ 43.93 ສ່ວນຮ້ອຍ.
References
ການຜະລິດກະສິກຳເປັນສິນຄ້າ ແລະ ປັດໄຈທີ່ມີຜົນຕໍ່ລາຍໄດ້ຂອງປະຊາຊົນໃນເຂດຊົນລະກະເສດໂດຍອິງຕາມຄວາມຕ້ອງການຕະຫຼາດ