ກ່ຽວກັບໂຄງການ SMCS

ໂຄງການສຶກສາ ແລະ ການສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງດ້ານການບໍລິຫານ (SMCS) ແມ່ນໂຄງການທີ່ໄດ້ຮັບການສະໜູນໂດຍອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ເຊິ່ງຈັດຕັ້ງປະຕິບັດໂດຍສະຖາບັນອາທີໄອ ອິນເຕີເນຊັນນັນ ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ໂດຍມີຈຸດປະສົງເພື່ອສະໜັບສະໜູນການພັດທະນາຂີດຄວາມສາມາດດ້ານການບໍລິຫານໃຫ້ແກ່ສະຖາບັນການສຶກສາຊັ້ນສູງ ໃນ ສປປ ລາວ ເຊັ່ນ: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈໍາປາສັກ ລວມທັງບັນດາກຸ່ມຄູ-ອາຈານ, ກຸ່ມນັກສຶກສາ, ກຸ່ມນັກຄົ້ນຄວ້າ ແລະ ອົງກອນຕ່າງໆ ໂດຍຜ່ານການຖ່າຍທອດຄວາມຮູ້ ແລະ ການສະໜອງການບໍລິການວິຊາການຂອງມະຫາວິທະຍາໄລເຫຼົ່ານີ້. ດັ່ງນັ້ນ, ເປົ້າໝາຍລວມຂອງໂຄງການແມ່ນແນໃສ່ເພື່ອການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ.

ໂຄງການນີ້ໄດ້ຖືກອອກແບບມາເພື່ອສະໜັບສະໜູນເປົ້າໝາຍການພັດທະນາຂອງຂະແໜງການສຶກສາໂດຍຜ່ານຮູບແບບການຮຽນຮູ້ບົນ​ພື້ນ​ຖານ​ບົດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ການ​ທົດ​ລອງ (adaptive learning), ຮູບແບບການຈັດຕັ້ງປະຕິບັດໂຄງ ການຈະມີການກໍານົດຊ່ອງຫວ່າງຄວາມຕ້ອງການດ້ານຂີດຄວາມສາມາດ, ສິ່ງທ້າທາຍ ແລະ ຫຼັກສູດການຝຶກອົບຮົມທີ່ມີຢູ່ໃນປະຈຸບັນ. ບົນ​ພື້ນ​ຖານ​ຂອງການ​ຮ່ວມ​ມື​ລະ​ຫວ່າງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ແລະ ສະຖາບັນ ອາທີໄອ ອິນເຕີເນຊັນນັນ, ໂຄງການຈະຈັດການຝຶກອົບຮົມ ກ່ຽວກັບການພັດທະນາຂີດຄວາມສາມາດໃຫ້ແກ່ສະຖາບັນການສຶກສາ ກໍ່ຄື ຄູ-ອາຈານ ແລະ ນັກສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ, ເຊິ່ງ​ລວມ​ມີ​ການ​ສ້າງຂີດ​ຄວາມ​ສາ​ມາດ​ ໂດຍຜ່ານການຝຶກອົບຮົມໃນສະ​ຖານ​ທີ່​ຝຶກອົບ​ຮົມ​ຂອງ ມຊ ແລະ ​ການ​ຝຶກ​ອົບ​ຮົມແບບທາງໄກ (Online). ນອກຈາກນັ້ນ, ບັນດາອົງການຈັດຕັ້ງເຫຼົ່ານີ້ ຍັງຈະໄດ້ຮັບທຶນສະໜັບສະ ໜູນ ເພື່ອໃຫ້ເຂົາເຈົ້າສາມາດທົດລອງ ຫຼື ລິເລີ່ມນຳໃຊ້ຄວາມຮູ້ ແລະ ທັກສະທີ່ໄດ້​ຮຽນມາ.

ກິດຈະກຳຫຼັກໂຄງການປະກອບມີ:

  1. ພັດທະນາຫຼັກສູດໃຫ້ແທດເໝາະກັບຄວາມເປັນຈິງໃຫ້ແກ່ສະຖາບັນການສຶກສາ ກໍ່ຄື ຄູ-ອາຈານ ແລະ ນັກສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ ພ້ອມທັງວາງແຜນຊຸດຝຶກອົບຮົມຢ່າງເປັນລະບົບ.
  2. ຍົກລະດັບຂີດຄວາມສາມາດດ້ານການບໍລິຫານ ໃຫ້ແກ່ສະຖາບັນການສຶກສາ ກໍ່ຄື ຄູ-ອາຈານ ແລະ ນັກສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ ໂດຍຜ່ານການຝຶກອົບຮົມ, ນຳພາເຮັດຕົວຈິງ ແລະ ໃຫ້ຄໍາປຶກສາ. 
  3. ຕິດຕາມ ແລະ ຖອດຖອນບົດຮຽນຈາກສະຖາບັນການສຶກສາ ກໍ່ຄື ຄູ-ອາຈານ ແລະ ນັກສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ ເພື່ອຜັນຂະຫຍາຍ ແລະ ສ້າງຕົວແບບໃນວຽກງານການສ້າງຄວາມເຂັ້ມແຂງ ດ້ານການບໍລິຫານ.