ແນະນຳ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
ຈຳນວນຜູ້ເຂົ້າໃຊ້







Total:
60
Countries
000201712
Today:
10
Yesterday:
52
This Week:
396
Last Week:
684
This Month:
10
Last Month:
2,157
Total:
201,712
ຄສບ ໄດ້ເປີດສອນຫຼັກສູດພາສາອັງກິດ.
ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ຄສບ ໄດ້ສະໜອງຫຼັກສູດທີ່ສອນເປັນພາສາອັງກິດຂື້ນ 2 ສາຂາເສດຖະສາດພັດທະນາ ແລະ ການວາງແຜນ ແລະ ສາຂາບໍລິຫານທຸລະກິດ. ຫຼັກສູດດັ່ງກ່າວໄດ້ດຳເນີນການຮຽນ-ການສອນເປັນພາສາອັງກິດ ເຊີ່ງສອນໂດຍຄູອາ ຈານທີ່ມີຄວາມຊຳນານທັງພາຍໃນ ແລະ ຕ່າງປະເທດ
ຫ້ອງສະໝຸດ ຄສບ ມີສະຖານທີ່ກວ້າງຂວາງ ແລະ ທັນສະໄໝ
ຫ້ອງສະໝຸດ ຄສບ ມີປື້ມຕຳລາ ທັງພາສາລາວ ແລະ ພາສາຕ່າງປະເທດ ທີ່ກ່ຽວຂ້ອງກັບເສດຖະສາດ ບໍ່ລິການທຸລະກິດ ການຕະຫຼາດ ການເງິນ-ທະນາຄານ ການບັນຊີ ແລະ ການຄ້າ. ເຊີ່ງເປີດໃຫ້ບໍລິການແກ່ນັກສຶກສາ ລວມທັງບຸກຄົນທົ່ວໄປທີ່ສົນໃຈທັງພາຍໃນ ແລະ ພາຍນອກ ເວລາໃຫ້ບໍລິການ ຈັນ-ສຸກ ເວລາ 8:00-16:00
ຄສບ ສົ່ງເສີມແນວຄວາມຄິດສ້າງສັນຂອງນັກສຶກສາ ໂດຍຜ່ານກິດຈະກຳຕ່າງໆ
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໄດ້ມີການຈັດກິດຈະກຳເພື່ອສົ່ງເສີມແນວຄວາມຄິດສ້າງສັນຂອງນ້ອງໆ ນັກສຶກ ໃນຫຼາກຫຼາຍຮູບແບບ ເຊັ່ນ: ການຈັດງານຕະຫຼາດນັກນັກສຶກສາ ຄສບ , ການຈັດໂຄງການເພື່ອບໍລິຈາກສີ່ງຂອງທີ່ຈຳເປັນໃຫ້ກັບເຂດທີ່ຂາດເຂິນປັດໄຈ, ການຈັດການແຂ່ງຂັນຖາມ-ຕອບວິທະຍາສາດ
ປະໂຫຍດພາຍຫຼັງຮຽນຈົບ
ຜູ້ທີ່ຮຽນຈົບບັນດາຫຼັກສູດ ຄສບ ສາມາດສະໝັກເຮັດວຽກນໍາອົງການຈັດຕັ້ງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງສາກົນຕ່າງໆທີ່ຢູ່ພາຍໃນ ແລະ ຕ່າງປະເທດ ຕາມສາຂາວິຊາສະເພາະຂອງໃຜລາວ, ຫຼື ສາມາດປະກອບທຸລະກິດສ່ວນຕົວໄດ້, ເຊິ່ງໃນປັດຈຸບັນນີ້ສັງຄົມຍັງມີຕ້ອງການບຸກຄະລາກອນທີ່ຮຽນຈົບໃນບັນດາຫຼັກສູດຕ່າງໆເຫຼົ່ານີ້ຫຼາຍ ແລະ ນອກຈາກນັ້ນຜູ້ທີ່ມີຄວາມສົນໃຈຢາກສຶກສາຕໍ່ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກໃນຫຼັກສູດຕ່າງໆຂອງ ຄສບ ກໍຍັງມີສູງເຊັ່ນດຽວກັນ.ສໍາລັບຜູ້ທີ່ຮຽນຈົບປະລິນຍາຕີໄປແລ້ວສາມາດນໍາເອົາຄວາມຮູ້ໄປໃຊ້ເປັນພື້ນຖານໃນການໄປຮຽນຕໍ່ລະດັບປະລິນຍາໂທ ແລະ ປະລິນຍາເອກຢູ່ຕ່າງປະເທດໄດ້.
ອ່ານຕໍ່
ພິທີມອບຮັບລາງວັນໃຫ້ແກ່ນັກສຶກສາຜູ້ຊະນະໃນການແຂ່ງຂັນ Student Business Pitch ທີ່ຈັດຂຶ້ນ ທີ່ມະຫາວິທະຍາໄລແຫ່ງຊາດ
ທ່ານທູດປີເຕີ ໄດ້ມອບລາງວັນໃຫ້ແກ່ນັກສຶກສາຜູ້ຊະນະໃນການແຂ່ງຂັນ Student Business Pitch ທີ່ຈັດຂຶ້ນ ທີ່ມະຫາວິທະຍາໄລແຫ່ງຊາດ. ການແຂ່ງຂັນນີ້ເປັນທີ່ໜ້າສົນຫຼາຍທີ່ເຫັນນ້ອງໆນັກຮຽນຄົ້ນຄິດວິທີແກ້ໄຂບັນຫາທາງທຸລະກິດໃໝ...
Read More
ຄສບ ດຳເນີນການຮຽນ-ການສອນໃຫ້ແກ່ນັກສຶກສາແລກປ່ຽນຈາກ ສປ ຈິນ, ຍີ່ປຸ່ນ ແລະ ເກົາຫຼີໄຕ້
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໄດ້ຈັດການຮຽນ-ການສອນໄລຍະສັ້ນໃຫ້ແກ່ນັກສຶກສາແລກປ່ຽນປະລິນຍາໂທ ຈາກມະຫາວິທະຍາໄລໂກເບ (ປະເທດຍີ່ປຸ່ນ), ມະຫາວິທະຍາໄລຟູຕານ (ສປ ຈິນ), ແລະ ມະຫາວິທະຍາໄລເກົາຫຼີ (ປະເທດເກົາຫຼີໄຕ້). ພາຍ...
Read More
ສະໝັກສອບເສັງ ປະລິນຍາໂທ ສົກຮຽນ 2023-2024
ລາຍລະອຽດຂອງການສະໝັກ ເງື່ອນໄຂຮັບສະໝັກ ຕ້ອງຈົບການສຶກສາລະດັບປະລິນຍາຕີ (ບໍ່ຈຳກັດສາຂາທີ່ຈົບ). ມີຄວາມຮູ້ດ້ານພາສາອັງກິດໃນລະດັບທີ່ສາມາດສື່ສານໄດ້. ຜູ້ສະໝັກທີ່ສຳເລັດການສຶກສາລະດັບປະລິນຍາຕີໃໝ່ ຕ້ອງມີໃບປະກາດ ແລະ ຕ...
Read More
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຮ່ວມກັບ ມະຫາວິທະຍາໄລໂຕກຽວ (ປະເທດຍີ່ປຸ່ນ) ຈັດກອງປະຊຸມແລກປ່ຽນຜົນການຄົ້ນຄວ້າ
ໃນວັນທີ 07/03/2023 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຮ່ວມກັບ ມະຫາວິທະຍາໄລໂຕກຽວ (ປະເທດຍີ່ປຸ່ນ) ຈັດກອງປະຊຸມແລກປ່ຽນຜົນການຄົ້ນຄວ້າ ພາຍໃຕ້ຫົວຂໍ້ Lao-Japan Policy Research Forum
Towards the Lao Model of Incl...
Read More
ຮັບສະໝັກນັກສຶກສາປະລິນຍາຕີຫຼັກສູດນາໆຊາດ
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ
ເປີດຮັບນັກສຶກສາທີ່ມີຄວາມສົນໃຈ
ປະລິນຍາຕີເສດຖະສາດ ສາຂາ ເສດຖະສາດພັດທະນາ ແລະ ການວາງແຜນ
(Int...
Read More
ສລຍ ຈັດປະຖົມນິເທດລາງວັນຮອນດາ ສຳລັບນັກວິທະຍາສາດ ແລະນັກວິທະຍາສາດໜຸ່ມ ໃຫ້ນັກສຶກສາ 3 ຄະນະວິຊາ ຜ່ານລະບົບອອນລາຍ
ເພື່ອເປັນການເປີດໂອກາດໃຫ້ແກ່ນັກວິສະວະກອນ ແລະນັກວິທະຍາສາດໜຸ່ມທີ່ມີຄວາມຮູ້-ຄວາມສາມາດ ທາງດ້ານວິທະຍາສາດ ທີ່ກຳລັງສຶກສາຢູ່ໃນມະຫາວິທະຍາໄລແຫ່ງຊາດເວົ້າລວມ; ເວົ້າສະເພາະແມ່ນ ນັກສຶກສາ ຄະນະວິສະວະກຳສາດ, ຄະນະວິທະຍາສາ...
Read Moreນອກຈາກນັ້ນ
ມາຮອດປີ 2010 ເປັນຕົ້ນມາ ຄສບ ໄດ້ຂະຫຍາຍຫລັກສູດປະລິນຍາຕີຂື້ນເປັນ 13 ຫຼັກສູດ ໃນນັ້ນມີຫຼັກສູດນາໆຊາດ 1 ຫຼັກສູດທີ່ດຳເນີນການຮຽນ-ການສອນເປັນພາສາອັງກິດ.
ນອກຈາກຫຼັກສູດໃນລະດັບປະລິຍາຕີທີ່ໄດ້ກ່າວມາຂ້າງເທິງ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດຍັງໄດ້ສະໜອງຫຼັກສູດໃນລະດັບປະລິຍາໂທ ແລະ ປະລິຍາເອກໃຫ້ແກ່ພະນັກງານ-ນັກສຶກສາທັງພາກລັດ ແລະ ເອກະຊົນທີ່ມີຄວາມສົນໃຈໃນຄວ້າວິໄຈ ແລະ ຍົກລະດັບວິຊາສະເພາະຂັ້ນສູງໃນຫຼາກຫຼາຍສາຂາວິຊາ. ມາຮອດປະຈຸບັນໄດ້ມີ ຫຼັກສູດປະລິຍາໂທໄດ້ທັງໝົດ 7 ສາຂາ. ນອກຈາກນັ້ນ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດຍັງໄດ້ເປີດການຮຽນ-ການສອນໃນຫຼັກສູດປະລິຍາເອກສາຂາທຳອິດຄື: ສາຂາເສດຖະສາດພັດທະນາ ແລະ ການວາງແຜນຂື້ນໃນສົກປີ 2018-2019.
ສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້ ຄວາມສາມາດມີທັກສະໃນການເຮັດຄົ້ນຄວ້າມີຄວາມຮັບຜິດຊອບຕໍ່ສັງຄົມ
0
ນັກສຶກສາປະລິນຍາຕິ
0
ນັກສຶກສາປະລິນຍາໂທ
0
ນັກສຶກສາປະລິນຍາເອກ