ສຶກສາອັດຕາການຢູ່ລອດຂອງວິສາຫະກິດທີ່ນະຄອນຫຼວງວຽງຈັນຄຸ້ມຄອງ
A Study on the Survival Rate of Enterprises that Managed by Vientiane Capital
Abstract
ການສຶກສາອັດຕາການຢູ່ລອດຂອງວິສາຫະກິດທີ່ນະຄອນຫຼວງວຽງຈັນຄຸ້ມຄອງ ໂດຍມີຈຸດປະສົງໃນການສຶກສາຄື: ສຶກສາປັດໄຈທີ່ສົ່ງຜົນເຮັດໃຫ້ວິສາຫະກິດໃນນະຄອນຫຼວງວຽງຈັນທີ່ພະແນກສ່ວຍສາອາກອນຄຸ້ມຄອງຢູ່ລອດ ແລະ ບໍ່ລອດ. ວິທີໃນການສຶກສາດັ່ງກ່າວແມ່ນນໍາໃຊ້ຂໍ້ມູນທຸຕິຍະພູມ ຫຼື ຂໍ້ມູນມືສອງ ທີ່ໄດ້ມາຈາກພະແນກສ່ວຍສາອາກອນນະຄອນຫຼວງຈໍານວນ 3586 ຕົວຢ່າງ, ພ້ອມທັງນຳໃຊ້ການວິເຄາະດ້ວຍເຕັກນິກຂອງ Survival Analysis ໂດຍນຳໃຊ້ວິທີ Life Table ແລະ ນຳໃຊ້ຮູບແບບຈຳລອງໂລຈິດ (Logit Model) ເຂົ້າໃນການວິເຄາະດ້ວຍໂປຼແກຣມທາງສະຖິຕິ STATA13.
ຜົນການສຶກສາພົບວ່າ ປັດໄຈທີ່ສົ່ງຜົນເຮັດໃຫ້ວິສາຫະກິດໃນນະຄອນຫຼວງວຽງຈັນທີ່ພະແນກສ່ວຍສາອາກອນຄຸ້ມຄອງຢູ່ລອດ ແລະ ບໍ່ລອດນັ້ນ ໄດ້ແກ່: ອາຍຸການດຳເນີນທຸລະກິດ, ທຶນຈົດທະບຽນວິສາຫະກິດ ແລະ ທຸລະກິດທີ່ເປັນຂະແໜງການຄ້າ.
ຄໍາສັບສໍາຄັນ: ອັດຕາຢູ່ລອດ, ຕາຕະລາງຊີວິດ, ວິສະຫະກິດ
References
ສຶກສາອັດຕາການຢູ່ລອດຂອງວິສາຫະກິດທີ່ນະຄອນຫຼວງວຽງຈັນຄຸ້ມຄອງ