ວິເຄາະປັດໄຈກຳນົດລາຄາຫ້ອງພັກຂອງໂຮງແຮມໃນນະຄອນຫຼວງວຽງຈັນ ດ້ວຍວິທີ Hedonic pricing model

Analysis of factors to determine the room pricing of hotels in Vientiane by Hedonic Pricing Model

Authors

  • ທະນູໄຊ ວໍລະວົງ
  • ມູນິກ ບຸນຍະລາສີ Lecturer at Faculty of Economics and Businiss Management, National University of Laos.
  • ຂັນປະທີບ ເທບວົງສາ Lecturer at Faculty of Economics and Businiss Management, National University of Laos.
  • ກ້ຽງຄຳ ຄຳວິລະວັນ Lecturer at Faculty of Economics and Businiss Management, National University of Laos.
  • ສີທະນົນໄຊ ຊ້າງໄຊຍະສານ Lecturer at Faculty of Economics and Businiss Management, National University of Laos.

Abstract

ບົດຄັດຫຍໍ້

ການວິເຄາະປັດໄຈກຳນົດລາຄາຫ້ອງພັກຂອງໂຮງແຮມໃນນະຄອນຫຼວງວຽງຈັນດ້ວຍວິທີ Hedonic pricing model ມີຈຸດປະສົງສຶກສາ ຄຸນລັກສະນະ, ສິ່ງອຳນວຍຄວາມສະດວກ, ສະພາບແວດລ້ອມ ແລະ ວິເຄາະປັດໄຈທີ່ມີຜົນຕໍ່ການກຳນົດລາຄາຂອງຫ້ອງພັກໂຮງແຮມໃນນະຄອນຫຼວງວຽງຈັນ. ການສືກສາຄັ້ງນີ້ນໍາໃຊ້ຂໍ້ມູນຈາກເວັບໄຊ www.agoda.com ແລະ www.booking.com ມີຈຳນວນ 219 ໂຮງແຮມ, ທັງໝົດ 909 ຫ້ອງພັກ ທີ່ກຳລັງເປີດບໍລິການໃຫ້ແກ່ລຸກຄ້າຢູ່ໃນປີ ຕົ້ນປີ 2020.

ລາຄາຫ້ອງພັກໃນນະຄອນຫຼວງວຽງຈັນແມ່ນມີລາຄາຢູ່ລະຫວ່າງ 1 ຫາ 50 ໂດລາສະຫະລັດ ມີຈໍານວນ 725 ຫ້ອງ, ໂດຍສະເລ່ຍແລ້ວລາຄາຕໍ່ຫ້ອງແມ່ນ 47 ໂດລາສະຫະລັດ ຕໍ່ສອງຄົນ ຕໍ່ຄືນ. ມີໂຮງແຮມລະດັບ 3 ດາວ ກວມເອົາສັດສ່ວນຫລາຍກວ່າໝູ່. ມີ 645 ຫ້ອງ ທີ່ບໍ່ສາມາດເຫັນເບີ່ງວີວຂອງຕົວເມືອງໄດ້ ແລະ ມີພຽງແຕ່ 50 ຫ້ອງ ເທົ່ານັ້ນ ສາມາດເຫັນວິວແມ່ນໍ້າຂອງໄດ້. ອີກດ້ານນຶ່ງ, ທີ່ຕັ້ງຂອງໂຮງແຮມໂດຍສະເລ່ຍຈະຫ່າງຈາກໃຈກາງເມືອງພຽງ 1.2 ກິໂລ ແມັດ ແລະ 69 ສ່ວນຮ້ອຍ ໃຫ້ບໍລິການອາຫານເຊົ້າ. ນອກຈາກນັ້ນ, ທຸກໆໂຮງແຮມໃນນະຄອນຫລວງວຽງຈັນ ສາມາດນໍາໃຊ້ wi-fi ໄດ້ 93 ສ່ວນຮ້ອຍ ແລະ 96 ສ່ວນຮ້ອຍ ມີບ່ອນຈອດລົດ ທີ່ອໍານວຍຄວາມສະດວກໃຫ້ລູກຄ້າທີ່ເຂົ້າພັກ.

ປັດໄຈທີ່ມີຜົນຕໍ່ລາຄາຫ້ອງພັກຂອງໂຮງແຮມໃນ ນະຄອນຫຼວງວຽງຈັນ ປະກອບມີ ຫ້ອງທີ່ມີຕຽງຂະໜາດໃຫ່ຍການໃຫ້ບໍລິການ 24 ຊົ່ວໂມງ, ມີການຮັກສາຄວາມປອດໄພດີ, ມີບໍລິການອາຫານເຊົ້າ ແລະ ສະລອຍນໍ້າ. ຫ້ອງທີ່ສາມາດເຫັນວີວແມ່ນ້ຳ ຈະມີລາຄາຂອງຫ້ອງສູງກ່ວາ ຫ້ອງບໍ່ມີວີວ 8.59 ໂດລາສະຫະລັດ ແລະ ປະເພດຫ້ອງ Deluxe room ລາຄາຂອງຫ້ອງສູງກ່ວາ ຫ້ອງທຳມະດາ 7.3 ໂດລາສະຫະລັດ. ນອກຈາກນັ້ນ, ຂະໜາດໂຮງແຮມ, ຈຳນວນຄົນລີວີວ ແລະ ຂະໜາດຫ້ອງ ເຮັດໃຫ້ລາຄາຫ້ອງພັກເພີ່ມຂື້ນເຊັ່ນກັນ. ປັດໃຈເຫລົ່ານີ້, ສາມາດເປັນນະໂຍບາຍການກໍານົດລາຄາຂອງຫ້ອງພັກ ຂອງທຸລະກິດໂຮງແຮມ ໃນອຸດສາຫະກຳ ການທ່ອງທ່ຽວໃນນະຄອນຫຼວງວຽງຈັນໄດ້.

 

ຄໍາສັບທີ່ສຳຄັນ: Hedonic pricing method; price; room rate; hotels; Vientiane; La

References

ວິເຄາະປັດໄຈກຳນົດລາຄາຫ້ອງພັກຂອງໂຮງແຮມໃນນະຄອນຫຼວງວຽງຈັນ ດ້ວຍວິທີ Hedonic pricing model

Published

2021-08-01

How to Cite

ວໍລະວົງ ທ., ບຸນຍະລາສີ ມ., ເທບວົງສາ ຂ., ຄຳວິລະວັນ ກ., & ຊ້າງໄຊຍະສານ ສ. (2021). ວິເຄາະປັດໄຈກຳນົດລາຄາຫ້ອງພັກຂອງໂຮງແຮມໃນນະຄອນຫຼວງວຽງຈັນ ດ້ວຍວິທີ Hedonic pricing model: Analysis of factors to determine the room pricing of hotels in Vientiane by Hedonic Pricing Model. Journal of Lao Economics and Business Management, 1(1), 25–37. Retrieved from https://feb.nuol.edu.la/journal/index.php/jleb/article/view/77

Most read articles by the same author(s)