ປັດໄຈ ກໍານົດຄ່າໃຊ້ຈ່າຍ ຂອງນັກທ່ອງທຽ່ວ ໃນ ສປປ ລາວ

Determinants of tourist expenditure in Lao PDR

Authors

  • ມູນິກ ບຸນຍະລາສີ Lecturer at Faculty of Economics and Businiss Management, National University of Laos.
  • ທັດນິຍົມ ສຸກສອນ Lecturer at Faculty of Economics and Businiss Management, National University of Laos.
  • ເຢຍຄ້າງ ປ່າງຊ້າງ Lecturer at Faculty of Economics and Businiss Management, National University of Laos.

Abstract

ບົດຄັດຫຍໍ້

ປັດໄຈທີ່ເປັນຕົວກໍານົດ ຄ່າໃຊ້ຈ່າຍຂອງນັກທ່ອງທຽ່ວຕ່າງປະເທດ ໃນສປປ ລາວ ມີຈຸດປະສົງ ສຶກສາ ລັກສະນະຂອງນັກທ່ອງທ່ຽວຕ່າງປະເທດ ແລະ ຄາດປະມານປັດໄຈທີ່ມີຜົນ ຕໍ່ກັບການໃຊ້ຈ່າຍໃນການທ່ອງທ່ຽວລາວ. ໂດຍອີງໃສຂໍ້ມູນຈາກການສໍາຫຼວດ ນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າມາ ສປປລາວ ໃນຊ່ວງ ທ້າຍປີ 2017 ແລະ ຕົ້ນປີ 2018 ຈໍານວນ 746 ຄົນ. ຜົນຈາກການສໍາຫຼວດເຫັນວ່າ ມີນັກທ່ອງທ່ຽວທີ່ເປັນເພດຍິງ 43 ສ່ວນຮ້ອຍ, ມີອາຍຸສະເລ່ຍເທົ່າກັບ 39.21 ປີ ແລະ ແຕ່ງງານແລ້ວ 46 ສ່ວນຮ້ອຍ. ນັກທ່ອງທ່ຽວສ່ວນໃຫຍ່ ເປັນພະນັກງານບໍລິສັດເອກກະຊົນ, ສໍາລັບນັກທ່ອງທ່ຽວທີ່ບໍານານແລ້ວ ມີຈໍານວນໜ້ອຍຫລາຍ. ລາຍຮັບສະເລ່ຍຂອງກຸ່ມຕົວຢ່າງເທົ່າກັບ 8611 ໂດລາສະຫະລັດ ຕໍ່ເດືອນ ແລະ ມີຄ່າໃຊ້ຈ່າຍສະເລ່ຍຕໍ່ມື້ 264 ໂດລາສະຫະລັດ ໃນໄລຍະທ່ອງທ່ຽວຢູ່ລາວ. ນັກທ່ອງທ່ຽວກຸ່ມທີ່ໃຫຍ່ສຸດ ແມ່ນມາຈາກພາກພື້ນກຸ່ມປະເທດເອີຣົບ. ນອກນັ້ນ, ລະດັບຄວາມພໍໃຈຂອງນັກທ່ອງທ່ຽວຕໍ່ການຕ້ອນຮັບແມ່ນມີຄະແນນຄ່າສະເລ່ຍສູງ.

ການຄາດປະມານຕົວກຳນົດຄ່າໃຊ້ຈ່າຍຂອງນັກທ່ອງທຽ່ວ ດ້ວຍວິທີກໍຳລັງສອງນ້ອຍສຸດ ປະກອບດ້ວຍ ລະດັບການສຶກສາ, ສັນຊາດ, ລາຍໄດ້, ຈໍານວນຜູ່ຮ່ວມເດີນທາງ ແລະ ການມາທ່ຽວລາວເປັນປະເທດສຸດທ້າຍກ່ອນກັບປະເທດຕົນເອງ ແມ່ນເຮັດໃຫ້ການໃຊ້ຈ່າຍສູງຂື້ນ. ໝາຍຄວາມວ່າ ການມາທ່ຽວລາວກ່ອນກັບບ້ານຈະເຮັດໃຫ້ການໃຊ້ຈ່າຍເພີ່ມຂື້ນ ເທົ່າກັບ 96.01 ສ່ວນຮ້ອຍ. ພ້ອມນັ້ນ, ການທ່ອງທ່ຽວປະເທດລາວເພີ່ມຂື້ນ 1 ມື້ຈະເຮັດໃຫ້ການໃຊ້ຈ່າຍຕໍ່ມື້ຫຼຸດລົງ 2.18 ສ່ວນຮ້ອຍ. ຜົນຈາກການສຶກສານີ້ໃຫ້ເຫັນເຖີງກຸ່ມຂອງຄວາມ ນັກທ່ອງທ່ຽວສໍາຄັນຕໍ່ການສ້າງລາຍຮັບ ແກ່ຂະແຫນງການທ່ອງທ່ຽວຂອງລາວ ແລະ ການສ້າງໂອກາດ ແລະ ພັກດັນໃຫ້ລາວເປັນປະເທດສຸດທ້າຍສຳລັບການທ່ອງທ່ຽວໃນພູມີພາກຈະມີຜົນປະໂຫຍດສູງສຸດແກ່ການທ່ອງທ໋ຽວ.

 

ຄໍາສັບທີ່ສຳຄັນ: ນັກທ່ອງທ່ຽວ, ຄ່າໃຊ້ຈ່າຍ, ການທ່ອງທຽ່ວ, ສ ປ ປ ລາວ.

References

ປັດໄຈ ກໍານົດຄ່າໃຊ້ຈ່າຍ ຂອງນັກທ່ອງທຽ່ວ ໃນ ສປປ ລາວ

Published

2021-08-01

How to Cite

ບຸນຍະລາສີ ມ., ສຸກສອນ ທ., & ປ່າງຊ້າງ ເ. (2021). ປັດໄຈ ກໍານົດຄ່າໃຊ້ຈ່າຍ ຂອງນັກທ່ອງທຽ່ວ ໃນ ສປປ ລາວ: Determinants of tourist expenditure in Lao PDR. Journal of Lao Economics and Business Management, 1(1), 12–24. Retrieved from https://feb.nuol.edu.la/journal/index.php/jleb/article/view/76

Most read articles by the same author(s)