ສຶກສາພຶດຕິກຳ ແລະ ປັດໄຈທີ່ສົ່ງຜົນເຮັດໃຫ້ນັກສຶກສາຄະນະ ເສດຖະສາດແລະບໍລິຫານທຸລະກິດຕໍ່ການຕັດສິນໃຈຊື້ຜະລິດຕະພັນ ພາຍຫຼັງການຂຶ້ນລາຄາສິນຄ້າຂອງຮ້ານອາເມຊອນ ສາຂາ ດົງໂດກ 2
A study of behavior and factors influencing students in the Faculty of Economics and Business Management in their decision to purchase products after a price increase at Amazon, Dong Dok 2
ນາງ ແອນນີ ວິໄລຈິດ
ທ້າວ ພັນເທບ ຈະເລີນວົງ
ບົດຄັດຫຍໍ້
ໃນການສຶກສາຄັ້ງນີ້ ເປັນການສຶກສາພຶດຕິກຳ ແລະ ປັດໄຈທີ່ສົ່ງຜົນເຮັດໃຫ້ນັກສຶກສາ ເສດຖະສາດແລະບໍລິຫານທຸລະກິດຕໍ່ການຕັດສິນໃຈຊື້ຜະລິດຕະພັນພາຍຫຼັງການຂຶ້ນ ຄະນະ ລາຄາສິນຄ້າຂອງຮ້ານອາເມຊອນ ສາຂາ ດົງໂດກ 2. ປະກອບດ້ວຍ 2 ຈຸດປະສົງຄື: (1) ສຶກສາ ພຶດຕິກຳຂອງນັກສຶກສາທີ່ຕັດສິນໃຈເຂົ້າໄປຊື້ຜະລິດຕະພັນ ກ່ອນ ພາຍຫຼັງ ການຂຶ້ນລາຄາ ສິນຄ້າຮ້ານ ອາເມຊອນ ສາຂາດົງໂດກ 2 ແລະ (2) ປຽບທຽບລະດັບຄວາມສໍາຄັນຂອງປັດໄຈ ສ່ວນປະສົມທາງການຕະຫຼາດທີ່ເຮັດໃຫ້ນັກສຶກສາຕັດສິນໃຈເຂົ້າໄປຊື້ຜະລິດຕະພັນພາຍຫຼັງການ ຂຶ້ນລາຄາສິນຄ້າຂອງຮ້ານອາເມຊອນ ສາຂາດົງໂດກ2. ໂດຍນໍາໃຊ້ແບບສອບຖາມເປັນເຄື່ອງມື ໃນການເກັບກຳຂໍ້ມູນ ແຈກຢາຍໃຫ້ກັບລູກຄ້າ ກຸ່ມຕົວຢ່າງທັງໝົດຈໍານວນ 362 ຄົນ ແລ້ວນໍາມາ ວິເຄາະໂດຍໂປຣແກຣມສໍາເລັດຮູບທາງສະຖິຕິ ເພື່ອຫາຄ່າສະເລ່ຍ, ຄ່າຄວາມຖີ່, ຄ່າສ່ວນຮ້ອຍ ຄ່າຜັນປ່ຽນມາດຕະຖານ ແລະ ທົດສອບສົມມຸດຕິຖານດ້ວຍສະຖິຕິຄ່າ T-test ແລະ ຄ່າ F- test ຫຼື ເອີ້ນວ່າ (One-wey ANOVA).
ຜົນການສຶກສາດ້ານຂໍ້ມູນສ່ວນຕົວຂອງກຸ່ມຕົວຢ່າງ ພົບວ່າສ່ວນໃຫຍ່ແມ່ນເພດຍິງ, ມີ ອາຍຸຢູ່ລະຫວ່າງ 18-24 ປີ, ຢູ່ພາກວິຊາ ບໍລິຫານທຸລະກິດ, ສຶກສາຢູ່ຊັ້ນ ປີ 3 ແລະ ມີລາຍຮັບ ສະເລ່ຍຢູ່ທີ 1,000,001 - 2,000,000 ກີບ. ພຶດຕິກຳ ສ່ວນຫຼາຍແມ່ນ ມາຊື້ຜະລິດຕະພັນນໍາໝູ່ ເພື່ອນ, ມາໃຊ້ບໍລິການ ຕໍ່າກວ່າ 1 ຊົ່ວໂມງ, ມາຊື້ຜະລິດຕະພັນໃນຊ່ວງ 11:00 ໂມງ 13:00 - ໂມງ, ມາໃຊ້ບໍລິການ ພາຍໃນຮ້ານ, ມັກຊື້ເຄື່ອງດື່ມ ປະເພດກາເຟ, ໃກ້ກັບບ່ອນສຶກສາຮໍ່າຮຽນ, ພຶດຕິກຳ (ກ່ອນ) ຂຶ້ນລາຄາສິນຄ້າ ແລະ (ພາຍຫຼັງ) ຂຶ້ນລາຄາສິນຄ້າ ແມ່ນຈະເຫັນໄດ້ວ່າລູກ ຄ້າໄດ້ເຂົ້າມາຊື້ຜະລິດຕະພັນຫຼຸດລົງກ່ອນຂຶ້ນລາຄາສິນຄ້າ ແລະ ຍັງໃຊ້ຈ່າຍໃນແຕ່ລະຄັ້ງສູງຂຶ້ນ. ລູກຄ້າໃຫ້ຄວາມສໍາຄັນຕໍ່ສ່ວນປະສົມທາງການຕະຫຼາດໂດຍພາບລວມທັງ 7 ດ້ານແມ່ນດ້ານ ຜະລິດຕະພັນ (X = 4.11) ເຊັ່ນ: ກາເຟແລະເຄື່ອງດື່ມມີຫຼາກຫຼາຍໃຫ້ເລືອກຊື້, ດ້ານຂະບວນ ການ (X = 4.11) ເຊັ່ນ: ການຕິດປ້າຍບອກລາຄາສິນຄ້າຊັດເຈນ, ດ້ານລັກສະນະທາງກາຍະ ພາບ ( X = 4.02), ດ້ານບຸກຄະລາກອນ (X = 4.02), ດ້ານຊ່ອງທາງການຈັດຈຳໜ່າຍ (X = 4.00), ດ້ານສົ່ງເສີມການຕະຫຼາດ (X = 3.88), ແລະ ດ້ານລາຄາ (X=3.76). ລູກຄ້າທີ່ມີ ເພດ, ອາຍຸ, ພາກວິຊາ, ຊັ້ນປີຮຽນ ແລະ ລາຍຮັບສະເລ່ຍຕໍ່ເດືອນຕ່າງກັນ ໃຫ້ລະດັບຄວາມສໍາ ຄັນຕໍ່ສ່ວນປະສົມທາງການຕະຫຼາດແຕກຕ່າງກັນໃນບາງດ້ານທີ່ມີລະດັບຄວາມສໍາຄັນທາງສະຖິຕິ 0.05.
Download