404: Not Found ຫຼັກສູດປະລິນຍາເອກ ສາຂາການບໍລິຫານທຸລະກິດ

    ຫຼັກສູດປະລິນຍາເອກ ສາຂາການບໍລິຫານທຸລະກິດ

    ພາສາ​ລາວ 

    ​ຫຼັກສູດປະລິນຍາເອກ ສາຂາການບໍລິຫານທຸລະກິດ

    ພາສາ​ອັງກິດ 

    Doctor of Philosophy Program in Business  Administration

    ປັດ​ຊະ​ຍາ

     ສ້າງບັນດິດໃຫ້ມີຄວາມຮູ້ ແລະ ຄວາມສາມາດລະດັບສູງ, ໄດ້ມາດຕະຖານທາງດ້ານວິຊາການໃນການຄົ້ນຄວ້າວິທະຍາສາດ ສາຂາການບໍລິຫານທຸລະກິດຈົນສາມາດສ້າງຄວາມຮູ້ໃໝ່, ມີວິໄສທັດໃນການພັດທະນາຂັ້ນສູງ ແລະ ສາມາດບໍລິຫານທຸລະກິດຢ່າງມີປະສິດທິພາບ ແລະ ປະສິດທິີຜົນ ເພື່ອໃຫ້ບັນລຸເປົ້າໝາຍຂອງອົງກອນ ແລະ ຜົນປະໂຫຍດໂດຍລວມຂອງສັງຄົມ.

    ຈຸດປະສົງ

    ເພື່ອສ້າງບັນດິດໃນລະດັບປະລິນຍາເອກທີ່ສາມາດກໍາແໜ້ນດ້ານທິດສະດີ, ວິຊາສະເພາະ, ທັກສະ, ວິທີການ ແລະ ຄວາມຮູ້ທີ່ກ່ຽວຂ້ອງໃນສາຂາບໍລິຫານທຸລະກິດຢ່າງເປັນລະບົບ, ກວ້າງຂວາງ, ເລິກເຊິ່ງ ແລະ   ມີຄວາມສາມາດເຮັດການຄົ້ນຄວ້າວິທະຍາສາດ, ສ້າງນະວັດຕະກໍາໃໝ່ ແລະ ສາມາດມາໝູນໃຊ້ໃນວຽກງານຕົວຈິງໃນດ້ານການບໍລິຫານທຸລະກິດ  ກໍ່ຄືການພັດທະນາປະເທດຊາດໄດ້.

    ຄາດໝາຍຜົນການຮຽນ

    ດ້ານຄວາມຮູ້

    • ຍົກລະດັບຮອບຮູ້ທາງດ້ານແນວຄິດ, ທິດສະດີ ແລະ ຫຼັກການດ້ານການບໍລິຫານທຸລະກິດໃຫ້ແກ່ຜູ້ບໍລິຫານໃນທາງເລິກ ເພື່ອໃຫ້ສາມາດປະຍຸກໃຊ້ກັບອົງກອນຂອງຕົນໄດ້ຢ່າງມີປະສິດທິຜົນ.

    • ພັດທະນາທັກສະໃຫ້ແກ່ຜູ້ບໍລິຫານໃນການວິໄຈຂໍ້ມູນຢ່າງມີວິທີການ ແລະ ມີຂັ້ນຕອນທີ່ເປັນລະບົບໃນການວິເຄາະຂໍ້ມູນ ຈົນເປັນຜູ້ຊ່ຽວຊານໃນການພັດທະນາ ແລະ ການບໍລິຫານທຸລະກິດຢ່າງສ້າງສັນແບບມືອາຊີບ.

    ດ້ານທັກສະ ແລະ ການນຳໃຊ້

    • ສາມາດປະຍຸກໃຊ້ຄວາມຮູ້ທາງດ້ານທິດສະດີທີ່ກ່ຽວຂ້ອງ ແລະ ນຳໃຊ້ຂະບວນການໃນການວິໄຈເພື່ອສ້າງຄວາມຮູ້ໃໝ່ເຂົ້າໃນການບໍລິຫານ ເພື່ອວິເຄາະ, ສັງເຄາະ ແລະ ແກ້ໄຂບັນຫາທາງທຸລະກິດໄດ້ຢ່າງສ້າງສັນ ແລະ ມີປະສິດທິພາບ.

    • ສາມາດວິເຄາະ ແລະ ວິພາກປະເດັນ ແລະ ບັນຫາກ່ຽວກັບການດຳເນີນງານຂອງທຸລະກິດຕາມຍຸກສະ ໄໝ ໂດຍນຳໃຊ້ຫຼັກການ ແລະ ທິດສະດີທີ່ກ່ຽວຂ້ອງໄດ້ຢ່າງເລິກເຊິ່ງ.

    • ສາມາດຖ່າຍທອດ ແລະ ສະແດງທັກສະຂັ້ນສູງໃນການສື່ສານດ້ວຍວາຈາ ແລະ ຖ່າຍທອດເປັນລາຍລັກອັັກສອນທາງທຸລະກິດ.

    • ສາມາດວິເຄາະຂໍ້ມູນການວິໄຈ ແລະ ສະທ້ອນໃຫ້ເຫັນຢູ່ໃນຜົນການວິເຄາະຢ່າງເລິກເຊິ່ງ.

    • ເປັນຜູ້ນຳໃນການບໍລິຫານທຸລະກິດເພື່ອການພັດທະນາແບບຍືນຍົງ, ມີຄວາມສົນໃຈໃນການສະແຫວງຫາຄວາມຮູ້ໃໝ່, ມີປະຕິສຳພັນກັບຄົນອື່ນຢ່າງສ້າງສັນ ແລະ ສາມາດສື່ສານໃນອົງກອນໄດ້ຢ່າງມີປະສິດທິພາບດ້ວຍເຕັກໂນໂລຊີທັນສະໄໝທີ່ເໝາະສົມ.

    ດ້ານທັກສະທາງສັງຄົມ

    • ສ້າງບັນດິດໃຫ້ມີຫລັກໝັ້ນການເມືອງ, ມີ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ, ຮັກລະບອບປະ​ຊາ​ທິ​ປະ​ໄຕປະ​ຊາ​ຊົນ, ຢຶດໝັ້ນ​​ຕາມແນວທາງ​ການ​ນຳພາ​ຂອງ​ພັກ ​ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ.
    • ສ້າງນັກບໍລິຫານທຸລະກິດໃຫ້ເປັນທີ່ມີຈັນຍາບັນສູງຕໍ່ສັງຄົມ ແລະ ໃຫ້ການຊ່ວຍເຫຼືອສັງຄົມ.

    ກຳນົດເວລາ​ການ​ເປີດ​ສອນ  

    ແຜນກຳນົດການເປີດສອນຫຼັກສູດລະດັບປະລິນຍາເອກ ສາຂາການບໍລິຫານທຸລະກິດແມ່ນຈະເລີ່ມຕົ້ນຂຶ້ນແຕ່ສົກສຶກສາ 2020-2021 ເປັນຕົ້ນໄປ. ​ເມື່ອ​ນັກສຶກສາປະລິນຍາ​ເອກ​ສຳເລັດການສຶກສາໃນ​ຊຸດ​ທີ 1 ແລ້ວ ຈຶ່ງຈະ​ມີ​ການ​ປະ​ເມີນຄຸນນະພາບຂອງ​ຫຼັກສູດ​ຄືນ​ໃໝ່ ເພື່ອທົບທວນ ແລະ ປັບປຸງຫຼັກສູດໃຫ້ສອດຄ່ອງກັບຄວາມຕ້ອງການຂອງນັກສຶກສາ ກໍ່ຄືຄວາມຕ້ອງການຂອງຕະຫຼາດແຮງງານໃນສາຂາການບໍລິຫານທຸລະກິດລະດັບປະລິນຍາເອກ.

     

    ເງື່ອນ​ໄຂຂອງ​ຜູ້​ເຂົ້າ​ສຶກສາ

    ຜູ້ມີເງື່ອນໄຂເຂົ້າສຶກສາລະດັບປະລິນຍາເອກ ສາຂາບໍລິຫານທຸລະກິດ ຕ້ອງໄດ້ຕາມເງື່ອນໄຂທີ່ໄດ້ກຳນົດຂຶ້ນດັ່ງຕໍ່ໄປນີ້:

    1. ແມ່ນຜູ້ສຳ​ເລັດ​ການ​ສຶກສາລະ​ດັບ​ປະລິນຍາ​ໂທ ສາຂາການ​ບໍລິຫານທຸລະກິດ ຫຼື ສາຂາລົງເລິກຂອງການບໍລິຫານທຸລະກິດ ຈາກສະຖາບັນການສຶກສາທັງພາຍໃນ ຫຼື ຕ່າງປະເທດທີ່ຜ່ານການຮັບຮອງຈາກກະຊວງສຶກສາທິການ ແລະ ກິລາ. ສາຂາລົງເລິກຂອງການບໍລິຫານທຸລະກິດ ໄດ້ແກ່ສາຂາ ການ​ເງິນ, ການບັນຊີ, ການທະນາຄານ, ການຕະຫລາດ, ການບໍລິຫານຕ່ອງໂສ້ການສະໜອງ ຫຼື ການປະກອບກິດຈະການ.
    2. ຜູ້ທີ່ມີຄະແນນສະເລັ່ຍໃນລະດັບປະລິນຍາໂທຕໍ່າສຸດ 3.00 ຈາກລະບົບ 4 ລະດັບຄະແນນ ຫຼື ທຽບເທົ່າ.
    3. ເປັນຜູ້ທີ່ຕ້ອງມີປະສົບການໃນການເຮັດວຽກຢ່າງໜ້ອຍ 2 ປີ ຫຼັງຈາກຮຽນຈົບລະດັບປະລິນຍາໂທ ແຕ່ຖ້າມີຜົນການຮຽນໃນລະດັບປະລິນຍາໂທໃນລະດັບດີເລີດກໍ່ບໍ່ຈຳເປັນຕ້ອງມີປະສົບການໃນການເຮັດວຽກໃນຕຳແໜ່ງບໍລິຫານ.
    4. ຕ້ອງຮູ້​ພາສາ​ອັງກິດ​ໃນ​ລະດັບ​ດີ ແລະ ສາມາດ​ສະ​ເໜີ​ບົດ​ວິໄຈຕໍ່​ກອງ​ປະຊຸມ​ວິຊາ​ການ ທັງຢູ່​ພາຍ​ໃນ ຫຼື ຕ່າງປະ​ເທດ​ໄດ້.
    5. ມີຄວາມຮູ້, ທັກສະ ແລະ ການນຳໃຊ້ທາງດ້ານຄອມພິວເຕີໃນລະດັບດີ, ສາມາດຄົ້ນຫາຂໍ້ມູນ ແລະ ບົດວິໄຈວິທະຍາສາດທີ່ກ່ຽວຂ້ອງໃນອິນເຕີເນັດໄດ້.

    ວິທີການ​ຄັດ​ເລືອກ​ຜູ້​ເຂົ້າ​ສຶກສາ

    ຜູ້​ທີ່ຈະ​ເຂົ້າ​ສຶກສາ​​ໃນ​ລະດັບປະລິນຍາ​ເອກ​​ບໍລິຫານທຸລະກິດ ຕ້ອງ​ຜ່ານ​ການ​ຄັດ​ເລືອກ​ດ້ວຍ​ການ​ສອບ​ເສັງ​ຄັດເລືອກດັ່ງ​ນີ້:

    1. ການຄັດ​ເລືອກຕາມ​​ເອກະສານຂອງ​ຜູ້​ສະໝັກ​ຮຽນ.
    2. ສອບເສັງວິຊາບໍລິຫານທຸລະກິດ, ສະຖິຕິທຸລະກິດ ແລະ ພາສາອັງກິດທຸລະກິດ.
    3. ການ​ສຳພາດຂອງຄະນະກຳມະການສອບເສັງຄັດເລືອກ ທີ່ໄດ້ຮັບການແຕ່ງຕັ້ງຈາກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ.

    ຈາກນັ້ນ ຄະນະຮັບຜິດຊອບຈະຄັດເລືອກຕາມຜົນການສອບເສັງ ແລະ ຜົນການສຳພາດ ແລ້ວລາຍງານໃຫ້ຫ້ອງການສຶກສາຫລັງປະລິນຍາຕີຂອງມະຫາວິທະຍາໄລແຫ່ງຊາດ ເພື່ອຂໍອະນຸມັດຈາກກະຊວງສຶກສາທິການ ແລະ ກິລາ ກໍ່ຄືຈາກກົມ​ການສຶກສາຊັ້ນສູງ ເພື່ອເປີດຫຼັກສູດ.

    ການຈັດຕັ້ງການ​ຮຽນ-ການ​ສອນ

    ຫຼັກສູດ​ນີ້ ເປັນ​ຫຼັກສູດ​ທີ່ມີການຈັດຕັ້ງການຮຽນ-ການສອນແບບເຕັມເວລາ (Full time) ທີ່ໃຊ້ພາສາລາວເປັນພາສາໃນການຮຽນ-ການສອນ, ໃຊ້ຕຳລາທັງພາສາລາວ ແລະ ພາກສາອັງກິດ ລວມທັງບົດວິໄຈທີ່ເປັນພາສາອັງກິດ ຫຼື ພາສາຕ່າງປະເທດອື່ນໆ ເປັນເອກະສານປະກອບການຮຽນ-ການສອນ ແລະ ໃນການເຮັດບົດວິໄຈ ເຊິ່ງໄລຍະເວລາໃນການ​ສຶກສາ 3 ປີ.​ ການດຳ​ເນີນ​ການຮຽນ-ການສອນແມ່ນມີໃນວັນຈັນ ເຖິງ ວັນອາທິດ. ພາກຮຽນທີ 2 ຂອງປີທີ 1 ແລະ ພາກຮຽນ 1 ຂອງປີທີ 2 ແມ່ນໄລຍະເວລາສຳລັບການປ້ອງກັນຫົວຂໍ້ ແລະ ປ້ອງ​ກັນໂຄງຮ່າງວິທະຍາ​ນິພົນ ຕາມລຳດັບ. ຈາກ​ນັ້ນ ນັກ​ສຶກສາຈະ​ຕ້ອງ​ດຳ​ເນີນ​ການຄົ້ນຄວ້າວິໄຈ, ນຳ​ສະ​ເໜີຜົນ​ການວິໄຈ, ຮີບ​ໂຮມ​ຜົນ​ການວິໄຈຂອງຕົນເອງປະກອບ​ເປັນບົດວິທະຍາ​ນິພົນໃນໄລຍະທີ 3 ແລະ ທີ 4 ເພື່ອປ້ອງ​ກັນ​ຕໍ່ໜ້າຄະນະ​ກຳມະການທີ່​ຖືກ​ແຕ່ງຕັ້ງຈາກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ. ຄຽງຄູ່​ກັບ​ການ​ຮຽນ-ການ​ສອນ​ໃນ​ຫ້ອງ​ຮຽນ​ແລ້ວ ນັກສຶກສາປະລິນຍາເອກ​ຕ້ອງ​ເຂົ້າຮ່ວມ​ກິດ​ຈະ​ກຳ​ທັດ​ສະ​ນະ​ສຶກ​ສາ​ພາຍ​ໃນປະເທດ ຫຼື ຕ່າງ​ປະ​ເທດ ຢ່າງ​ໜ້ອຍ​ 1 ​ຄັ້ງ​ຕໍ່​ໜຶ່ງ​ຊຸດ​ຮຽນ. ນອກຈາກນັ້ນ ນັກສຶກສາຕ້ອງໄດ້ພິມບົດຄວາມລົງວາລະສານວິທະຍາສາດພາຍໃນປະເທດ 1 ບົດ, ຕ່າງປະເທດຢ່າງໜ້ອຍ 1 ບົດ ແລະ ຕ້ອງໄດ້ນຳສະເໜີເພື່ອເຜີຍແຜ່ຜົນການວິໄຈວິທະຍາສາດຂອງຕົນໃນກອງປະຊຸມວິຊາການລະດັບນານາຊາດຢູ່ພາຍໃນ ຫລື ຕ່າງປະເທດຢ່າງໜ້ອຍ 1 ຄັ້ງ.

    ໄລຍະ​ເວລາ​ການ​ສຶກສາ

    ໃນຫຼັກສູດປະລິນຍາເອກສາຂາການບໍລິຫານທຸລະກິດ ນັກສຶກສາໃຊ້ເວລາຄົ້ນຄວ້າ​ວິໄຈຕ່ຳ​ສຸດເປັນເວລາ 3 ປີ (6 ພາກຮຽນປົກກະຕິ) ຫຼື​ ສູງ​ສຸດ​ບໍ່​ເກີນ 5 ປີ (10 ພາກຮຽນປົກກະຕິ). ຖ້ານັກສຶກສາບໍ່ສາມາດຮຽນຈົບພາຍໃນ 3 ປີ ນັກສຶກສາຈະຕ້ອງໄດ້ລົງທະບຽນເພື່ອຮັກສາສະຖານະພາບຕື່ມອີກເປັນເວລາ 2 ປີ ຕາມລະບຽບການຂອງມະຫາວິທະຍາໄລແຫ່ງຊາດວາງອອກ.

                            ໄລຍະເວລາການສຶກສາ:        ພາກຮຽນ 1                           ເດືອນມີນາ – ເດືອນພຶດສະພາ

                                                                   ພາກຮຽນ 2                              ເດືອນກັນຍາ – ເດືອນພະຈິກ

                            ວັນ-ເວລາຮຽນ:                  ວັນຈັນ-ວັນອາທິດ                         ເວລາ 08:00 – 16:30 ໂມງ

                       ຄ່າຮຽນທັງໝົດ:           62,000,000 ກີບ

    ວິຊາໃນແຕ່ລະໝວດ

     

    ລຳດັບ

    ລະຫັດວິຊາ

    ຊື່ວິຊາ

    ໜ່ວຍກິດ

    1

    158RM111

       ວິທີ​ການວິໄຈຂັ້ນສູງທາງທຸລະກິດ

       (Advanced Research Methodology in Business)

    3(3-0-6)

    2

    158BS111

       ສະຖິຕິຂັ້ນສູງສຳລັບການວິໄຈທາງທຸລະກິດ

       (Advanced Statistics for Business Research)

    3(2-2-5)

     

    ໝວດ​ວິຊາ​ສະເພາະມີຈຳນວນທັງໝົດ 12 ໜ່ວຍກິດ ເຊິ່ງລະຫັດວິຊາ, ຊື່ວິຊາ ແລະ ຈຳນວນໜ່ວຍກິດໄດ້ສະແດງໄວ້ໃນຕາຕະລາງ.

     ໝວດ​ວິຊາ​ສະ​ເພາະ

    ລຳດັບ

    ລະຫັດວິຊາ

    ຊື່ວິຊາ

    ໜ່ວຍກິດ

    1

    158BM121

       ສຳມະນາບັນຫາ ແລະ ປະເດັນທາງດ້ານການບໍລິຫານທຸລະກິດໃນຍຸກ 4.0

       (Seminar in Problems and Issues of Business Management 4.0)

    3(3-0-6)

    2

    158BF121

       ສຳມະນາບັນຫາ ແລະ ປະເດັນທາງດ້ານການເງິນທຸລະກິດ

       (Seminar in Business Finance Problems and Issues)

    3(3-0-6)

    3

    158BA121

        ສຳມະນາບັນຫາ ແລະ ປະເດັນທາງດ້ານບັນຊີທຸລະກິດ

       (Seminar in Business Accounting Problems and Issues)

    3(3-0-6)

    4

    158MK121

       ສຳມະນາບັນຫາ ແລະ ປະເດັນທາງດ້ານການຕະຫລາດ

       (Seminar in Marketing Problems and Issues)

    3(3-0-6)

     

    ວິທະຍານິພົນມີທັງໝົດ 44 ໜ່ວຍກິດ ເຊິ່ງລະຫັດວິຊາ ແລະ ລາຍລະອຽດໜ່ວຍກິດໄດ້ສະແດງໄວ້ໃນຕາຕະລາງ.

     ວິທະຍານິພົນ

    ລຳດັບ

    ລະຫັດວິຊາ

    ຊື່ວິຊາ

    ໜ່ວຍກິດ

    1

          158TS111

       ວິທະຍານິພົນ

       (Thesis)

    44(0-0-30)

     

    ແຜນການຮຽນ-ການສອນ ແລະ ການປ້ອງກັນບົດວິທະຍານິພົນ

    ຕະຫຼອດໄລຍະເວລາ 3 ປີ ນັກສຶກສາຈະໄດ້ຮຽນວິຊາໃນໝວດວິຊາລວມ ແລະ ໃນໝວດວິຊາສະເພາະ ໃນພາກຮຽນທີ 1 ແລະ 2 ຂອງປີທີ 1 ໂດຍຄົ້ນຄວ້າໄປຄຽງຄູ່ກັບການພັດທະນາຫົວຂໍ້ການວິໄຈຂອງນັກສຶກສາ ເພື່ອໄປປ້ອງກັນຫົວຂໍ້ໃນພາກຮຽນທີ 2 ຂອງປີທີ 1 ເຊິ່ງເອີ້ນວ່າ ວິທະຍານິພົນ (ໄລຍະທີ 1). ສ່ວນປີທີ 2 ແລະ 3 ຈະເປັນໄລຍະເວລາສຳລັບການຄົນຄວ້າວິໄຈເພື່ອສ້າງບົດວິທະຍານິພົນ  ໂດຍກວມເອົາໄລຍະທີ 2 ເຖິງໄລຍະທີ 4 ດັ່ງສະແດງລາຍລະອຽດໄວ້ໃນຕາຕະລາງລຸ່ມນີ້.

    ແຜນການຮຽນ-ການສອນ

    ປີຮຽນ

    ພາກຮຽນທີ 1

    ພາກຮຽນທີ 2

    ປີທີ 1

       1.    ວິທີ​ການວິໄຈຂັ້ນສູງທາງທຸລະກິດ 

       2.    ສະຖິຕິຂັ້ນສູງສຳລັບການວິໄຈທາງທຸລະກິດ

       3.    ສຳມະນາບັນຫາ ແລະ ປະເດັນທາງດ້ານການບໍລິຫານທຸລະກິດໃນຍຸກ 4.0           

       1.    ສຳມະນາບັນຫາ ແລະ ປະເດັນທາງດ້ານການ​ເງິນທຸລະກິດ     

       2.    ສຳມະນາບັນຫາ ແລະ ປະເດັນທາງດ້ານບັນຊີທຸລະກິດ    

       3.    ສຳມະນາບັນຫາ ແລະ ປະເດັນທາງດ້ານການບໍລິຫານການຕະຫຼາດ

        ວິທະຍານິພົນ (ໄລຍະທີ 1)

    ປີທີ 2

       ວິທະຍານິພົນ (ໄລຍະທີ 2)

       ວິທະຍານິພົນ (ໄລຍະທີ 3)

    ປີທີ 3

       ວິທະຍານິພົນ (ໄລຍະທີ 4)

       ວິທະຍານິພົນ (ໄລຍະທີ 4)

     

    ໂດຍສົມທົບກັບລະຫວ່າງການຄົ້ນຄວ້າວິໄຈວິທະຍານິພົນຈາກທັງໝົດ 4 ໄລຍະ ກໍ່ຄື ການປ້ອງກັນຫົວຂໍ້, ການປ້ອງກັນໂຄງຮ່າງ, ການປ້ອງກັນຄວາມຄືບໜ້າ ແລະ ປ້ອງກັນບົດວິທະຍານິພົນຄັ້ງສຸດທ້າຍ ແມ່ນເປັນໄປຕາມຕາຕະລາງດ້ານລຸ່ມ.

     

    ແຜນການປ້ອງກັນບົດວິທະຍານິພົນ

    ຄັ້ງທີ

       ແຜນການປ້ອງກັນວິທະຍານິພົນ

    ໄລຍະເວລາ

    1

       ປ້ອງກັນຫົວຂໍ້ (ໄລຍະທີ 1)

       ພາກຮຽນ 2 ຂອງປີທີ 1

    2

       ປ້ອງກັນໂຄງຮ່າງ (ໄລຍະທີ 2)

       ພາກຮຽນ 1 ຂອງປີທີ 2

    3

       ປ້ອງກັນຄວາມຄືບໜ້າ (ໄລຍະທີ 3)

       ພາກຮຽນ 2 ຂອງປີທີ 2

    4

       ປ້ອງກັນບົດວິທະຍານິພົນຄັ້ງສຸດທ້າຍ (ໄລຍະທີ 4)

       ພາກຮຽນ 2 ຂອງປີທີ 3

     

    © 2021 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

    Main Menu