ປັດໄຈທີ່ມີອິດທິພົນຕໍ່ການວາງແຜນການເງິນສ່ວນບຸກຄົນຂອງນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໃນຊ່ວງວິກິດ Covid-19

Factors Influencing the Personal Financial Planning of Students of the Faculty of Economics and Business Management during the Covid-19 Crisis.

FNEB0745/18 ທ້າວ ຄຳຫຼ້າ ລາວຄັ່ງ Male Khamlar LAOKHANG
FNEB0381/18 ທ້າວ ນ້ອຍ ບຸດປະເສີດ Male Noy BOUDPASERD

ການສຶກສາຄັ້ງນີ້ໄດ້ສຶກສາເຖິງປັດໄຈທີ່ມີອິດທິພົນຕໍ່ການວາງແຜນການເງິນສ່ວນບຸກຄົນຂອງນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດໃນຊ່ວງວິກິດ covid-19  ໂດຍມີຈໍານວນກຸ່ມຕົວຢ່າງ 300 ຄົນ ໂດຍມີຈຸດປະສົງ ເພື່ອສຶກສາເຖິງພຶດຕິກຳໃນການວາງແຜນການເງິນສ່ວນບຸກຄົນ ແລະ ສຶກສາປັດໄຈທີ່ມີຜົນຕໍ່ການວາງແຜນການເງິນສ່ວນບຸກຄົນຂອງນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ.

ຜົນການສຶກສາຂໍ້ມູນສ່ວນບຸກຄົນຂອງຜູ້ຕອບແບບສອບຖາມສ່ວນຫຼາຍແມ່ນ ເພດຍິງ, ມີອາຍຸສະເລ່ຍ 18-23 ປີ, ສະຖານະພາບໂສດ, ພັກອາໄສຢູ່ເຮືອນຕົນເອງ (ພໍ່ແມ່), ລະດັບການສຶກສາປີ1, ລາຍໄດ້ຕໍ່ເດືອນ 1,000,000 – 2,000,000 ກີບ ແລະ ລາຍຈ່າຍສະເລ່ຍຕໍ່ເດືອນ 500,001 – 1,000,000 ກີບ.

ພຶດຕິກຳໃນການວາງແຜນການເງິນສ່ວນບຸກຄົນເຫັນໄດ້ວ່າ: ຊ່ອງທາງໃນການວາງແຜນທາງການເງິນຂອງນັກສຶກສາສ່ວນໃຫ່ຍແມ່ນວາງແຜນດ້ວຍຕົນເອງ ເຊິ່ງມີຈຸດປະສົງເນັ້ນອິດສະລະພາບທາງການເງິນ, ຮູບແບບໃນການວາງແຜນທາງການເງິນສ່ວນຫຼາຍແມ່ນມີການວາງແຜນດ້ານການຊື້ ຫຼື້ ຄອບຄອງຊັບສິນໄລຍະໃນການວາງແຜນແມ່ນເປັນໄລຍະຍາວ (5ປີຂື້ນໄປ), ແລະ ມີການໃຊ້ຈ່າຍໃນຊິວິດປະຈຳວັນສ່ວນຫຼາຍແມ່ນໃຊ້ຈ່າຍດ້ານການສຶກສາໂດຍສະເລ່ຍ 500,001 ກີບ – 1,000,000 ກີບຕໍ່ເດືອນ.

ຜົນຂອງການວິເຄາະຂໍ້ມູນກ່ຽວກັບປັດໄຈທີ່ມີອິດທິພົນຕໍ່ການວາງແຜນການເງິນສ່ວນບຸກຄົນຂອງນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດໃນຊ່ວງວິກິດCovid-19 ລະດັບຄວາມສໍາຄັນຫຼາຍທີ່ສຸດແມ່ນປັດໄຈດ້ານພາວະເສດຖະກິດເມື່ອລາຄານໍ້າມັນທີ່ມີການເພີ່ມຂື້ນ, ຮອງລົງມາແມ່ນປັດໄຈດ້ານລາຍຈ່າຍ ເມື່ອລາຄາສິນຄ້າມີການປັບຕົວສູງຂື້ນ ແລະ ສຸດທ້າຍແມ່ນປັດໄຈດ້ານການຮັບຮູ້ຂໍ້ມູນຂ່າວສານກ່ຽວກັບການວາງແຜນການເງິນສ່ວນບຸກຄົນຈາກການໂຄສະນາ ແລະ ປະຊາສຳພັນຜ່ານສື່ຕ່າງໆກ່ຽວກັບການເງິນເຊັ່ນ: ໂທລະພາບ, ວິທະຍຸ ແລະ ອິນເຕີເນັດ.

 

Main Menu