404: Not Found ຫຼັກສູດປະລິນຍາຕີການຄ້າ ສາຂາ ການຄ້າເອເລັກໂຕຣນິກ

    ຫຼັກສູດປະລິນຍາຕີການຄ້າ ສາຂາ ການຄ້າເອເລັກໂຕຣນິກ

    ຫຼັກສູດ

    ຫຼັກສູດປະລິນຍາຕີການຄ້າ ສາຂາ ການຄ້າເອເລັກໂຕຣນິກ

    Bachelor of Commerce Program in E-commerce

     

    ຜົນການຮຽນຮູ້ ແລະ ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສຳເລັດການສຶກສາ

    ດ້ານຄວາມຮູ້:  - ເລືອກເຟັ້ນ ທິດສະດີ, ຫຼັກການທາງດ້ານການຄ້າ ເພື່ອສົ່ງເສີມການປະກອບກິດຈະການ ແລະ ຂະຫຍາຍເຄືອຄ່າຍທາງດ້ານການຄ້າເອເລັກໂຕຣນິກ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງມືອາຊີບ.
     - ຜັນຂະຫຍາຍ ນະໂຍບາຍ, ກົດໝາຍ ແລະ ລະບຽບການຕ່າງໆ ທີ່ຕິດພັນກັບການຄ້າເອເລັກໂຕຣນິກ ຢ່າງມີຫົວຄິດປະດິດສ້າງ ແລະ ເປັນຮູບປະທໍາ.
    ດ້ານການນຳໃຊ້:   - ນໍາໃຊ້ ຄວາມຮູ້ທາງດ້ານວິຊາການ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ພາສາຕ່າງປະເທດ ເຂົ້້າໃນການວາງແຜນການປະກອບທຸລະກິດການຄ້າເອເລັກໂຕຣນິກ
     - ນໍາໃຊ້ ຄວາມຮູ້ທາງດ້ານທິດສະດີ, ກົດໝາຍ ແລະ ຫຼັກການ ທາງດ້ານການຄ້າເອເລັກໂຕຣນິກ ເພື່ອວິເຄາະແນວໂນ້ມ ແລະ ບັນຫາຂອງການປະກອບທຸລະກິດການຄ້າອອນລາຍ 
    ດ້ານທັກສະ  -ດໍາເນີນ ການຄົ້ນຄວ້າທາງດ້ານວິຊາການ ແບບປະລິມານ ແລະ ຄຸນນະພາບ ໃນຫົວຂໍ້ທີ່ກ່ຽວຂ້ອງກັບການຄ້າເອເລັກໂຕຣນິກ ໄດ້ຢ່າງຄ່ອງແຄ້ວ ແລະ ມີວິທະຍາສາດໃນລະດັບທີ່ແນ່ນອນ
     - ວິເຄາະ ຜົນກະທົບຂອງການຄ້າເອເລັກໂຕຣນິກຕໍ່ ກັບພັດທະນາທຸລະກິດ ແລະ ການປະກອບກິດຈະການໃໝ່ໄດ້ຢ່າງມີຫຼັກການ
     - ສ້າງນະວັດຕະກໍາໃໝ່ ໃນການເຮັດການຄ້າເອເລັກໂຕຣນິກ ໃຫ້ມີຄວາມຫຼາກຫຼາຍ ແລະ ມີຫົວຄິດປະດິດສ້າງ
    ດ້ານທັກສະທາງສັງຄົມ:  - ດໍາເນີນ ທຸລະກິດການຄ້າເອເລັກໂຕຣນິກ ຢ່າງມີຈັນຍາບັນ, ມີຄວາມຮັບຜິດຊອບຕໍ່ສັງຄົມສູງ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດ.

     

    ແຜນການຈັດຕັ້ງຮຽນ-ການສອນໃນແຕ່ລະປີ, ແຕ່ລະພາກຮຽນ  

    ປີທີ 1 (ພາກຮຽນທີ 1)

    ລຳດັບ ລະຫັດວິຊາ ຊື່ວິຊາ ຈໍານວນໜ່ວຍກິດ
    1 115PO101 ການເມືອງ 2(2-0-4)
    2 115LS101 ລາວສຶກສາ 1 2(2-0-4)
    3 145PY101 ຈິດຕະວິທະຍາທົ່ວໄປ 2(2-0-4)
    4 155EL101 ພາສາອັງກິດສໍາລັບເສດຖະສາດ ແລະ ທຸລະກິດ 1 2(2-0-4)
    5 155MT111 ຄະນິດສາດສໍາລັບເສດຖະສາດ ແລະ ທຸລະກິດ 3(2-2-5)
    6 155ST111 ສະຖິຕິສໍາລັບເສດຖະສາດ ແລະ ທຸລະກິດ 3(2-2-5)
    7 155PE111 ຫຼັກການເສດຖະສາດ 3(3-0-6)
    ລວມ 17(15-4-32)

    ປີທີ 1 (ພາກຮຽນທີ 2)

    ລຳດັບ ລະຫັດວິຊາ ຊື່ວິຊາ ຈໍານວນໜ່ວຍກິດ
    1 135LS102 ລາວສຶກສາ 2 2(2-0-4)
    2 155EL102 ພາສາອັງກິດສໍາລັບເສດຖະສາດ ແລະ ທຸລະກິດ 2 2(2-0-4)
    3 155CO101 ຄອມພິວເຕີສໍາລັບເສດຖະສາດ ແລະ ການຄ້າ 3(2-2-5)
    4 155ME111 ຄະນິດສາດສໍາລັບເສດຖະສາດ 3(2-2-5)
    5 155SC111 ສະຖິຕິສໍາລັບການຄ້າ ແລະ ການລົງທຶນ 3(2-2-5)
    6 155MO111 ເສດຖະສາດຈຸລະພາກ 3(2-2-5)
    7 155MC111 ເສດຖະສາດມະຫາພາກ 3(2-2-5)
    ລວມ 19(14-10-33)

    ປີທີ 2 (ພາກຮຽນທີ 1)

    ລຳດັບ ລະຫັດວິຊາ ຊື່ວິຊາ ຈໍານວນໜ່ວຍກິດ
    1 155EC221 ພາສາອັງກິດສຳລັບການຄ້າ ແລະ ການລົງທຶນ 1 2(2-0-4)
    2 155IL211 ກົດໝາຍການຄ້າ ແລະ ການລົງທຶນ 3(3-0-6)
    3 155EH211 ຈັນຍາບັນທາງການຄ້າ ແລະ ການລົງທຶນ 3(3-0-6)
    4 155IT211 ຫຼັກການຄ້າ 3(3-0-6)
    5 155FA211 ຄວາມຮູ້ພື້ນຖານກ່ຽວກັບບັນຊີການເງິນ 3(2-2-5)
    6 155TT211 ທຸລະກິດຂາຍສົ່ງ ຂາຍຍ່ອຍ 3(3-0-6)
    7 155TM211 ການບໍລິຫານຂໍ້ມູນຂ່າວສານ 3(3-0-6)
    ລວມ 20(19-2-39)

    ປີທີ 2 (ພາກຮຽນທີ 2)

    ລຳດັບ ລະຫັດວິຊາ ຊື່ວິຊາ ຈໍານວນໜ່ວຍກິດ
    1 015ND201 ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3(0-2-6)
    2 155IE221 ເສດຖະສາດລະຫວ່າງປະເທດ 3(2-2-5)
    3 155BE221 ເສດຖະສາດທຸລະກິດ 3(2-2-5)
    4 155DT221 ການຄ້າພາຍໃນ 3(3-0-6)
    5 155DM221 ການຕະຫຼາດ ດິຈິຕໍ 2(2-0-0)
    6 155EC222 ພາສາອັງກິດສຳຫຼັບການຄ້າ ແລະ ການລົງທຶນ 2 2(2-0-4)
    7 155DW221 ການອອກແບບ ແລະ ພັດທະນາເວັບໄຊໃນທຸລະກິດ 3(2-2-5)
    ລວມ 19(13-8-31)

    ປີທີ 3 (ພາກຮຽນທີ 1)

    ລຳດັບ ລະຫັດວິຊາ ຊື່ວິຊາ ຈໍານວນໜ່ວຍກິດ
    1 155EC321 ການຄ້າທາງເອເລັກໂຕຣນິກ 3(2-2-5)
    2 155EM321 ເສດຖະມິຕິ 3(2-2-5)
    3 155TP321 ທິດສະດີ ແລະ ນະໂຍບາຍການຄ້າລະຫວ່າງປະເທດ 3(3-0-6)
    4 155LM321 ການບໍລິຫານໂລຈິສຕິກສ 3(3-0-6)
    5 155TI321 ການຂົນສົ່ງ ແລະ ການປະກັນໄພ 3(3-0-6)
    6 155CC321 ພາສາອັງກິດສໍາລັບການສື່ສານທາງທຸລະກິດ 2(2-0-4)
    7 155PM331 ຫຼັກການຕະຫຼາດ 3(2-2-5)
    ລວມ 20(17-6-37)

    ປີທີ 3 (ພາກຮຽນທີ 2)

    ລຳດັບ ລະຫັດວິຊາ ຊື່ວິຊາ ຈໍານວນໜ່ວຍກິດ
    1 155MB321 ເສດຖະສາດເງິນຕາ ແລະ ການທະນາຄານ 3(3-0-6)
    2 155EC322 ການຄ້າທາງເອເລັກໂຕຣນິກ 2 3(2-2-5)
    3 155BC321 ພຶດຕິກຳຜູ້ບໍລິໂພກ 2(2-0-0)
    4 155PE321 ການຊຳລະເງິນຜ່ານລະບົບເອເລັກໂຕຣນິກ 3(2-2-5)
    5 155SE321 ຄວາມປອດໄພຂອງສາລະສົນເທດສຳລັບການຄ້າເອເລັກໂຕຣນິກ 3(3-0-6)
    6 155SP321 ຝຶກງານ ແລະ ທັດສະນະສຶກສາ 2(0-0-6)
    7 155DE321 ການພັດທະນາລະບົບການຄ້າເອເລັກໂຕຣນິກ 3(3-0-6)
    ລວມ 19(15-4-34)

    ປີທີ 4 (ພາກຮຽນທີ 1)

    ລຳດັບ ລະຫັດວິຊາ ຊື່ວິຊາ ຈໍານວນໜ່ວຍກິດ
    1 155NP421 ການປະກອບກິດຈະການ 3(3-0-6)
    2 155II421 ເສດຖະສາດການລົງທຶນລະຫວ່າງປະເທດ 3(3-0-6)
    3 155TS421 ການຄ້າໃນຂະແໜງການບໍລິການ 3(3-0-6)
    4 155RC421 ວິທີຄົ້ນຄວ້າສໍາລັບການຄ້າ ແລະ ການລົງທຶນ 3(3-0-6)
    5 155IP421 ການຊຳລະຄ່າສິນຄ້າລະຫວ່າງປະເທດ 3(3-0-6)
    ລວມ 15(15-0-30)

    ປີທີ 4 (ພາກຮຽນທີ 2)

    ລຳດັບ ລະຫັດວິຊາ ຊື່ວິຊາ ຈໍານວນໜ່ວຍກິດ
    1 155SI421 ສຳມະນາສໍາລັບການຄ້າ ແລະ ການລົງທຶນ 2(2-0-4)
    2 155FP421 ບົດໂຄງການຈົບຊັ້ນ 6(0-2-16)
    ລວມ 8(2-2-20)

     

    © 2021 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

    Main Menu