404: Not Found ຫລັກສູດປະລິນຍາໂທຂອງພາກວິຊາການເງິນ-ການທະນາຄານ

    ຫລັກສູດປະລິນຍາໂທຂອງພາກວິຊາການເງິນ-ການທະນາຄານ

    ພາສາ​ລາວ 

    ​ຫລັກສູດປະລິນຍາໂທຂອງພາກວິຊາການເງິນ-ການທະນາຄານ

    ພາສາ​ອັງກິດ 

    Master of Business Administration Program in Finance

     

    ຈຸດປະສົງຂອງຫຼັກສູດ

    • ເພື່ອສ້າງບຸກຄະລາກອນໃຫ້ມີຄຸນລັກສະນະພຽບພ້ອມໄປດ້ວຍຄຸນສົມບັດຂອງນັກບໍລິຫານການເງິນທີ່ດີ, ມີຈັນຍາບັນທາງດ້ານຫລັກວິຊາການທີ່ເຂັ້ມແຂງໂດຍສະເພາະແມ່ນສ້າງ​ນັກວິຊາການໃຫ້​ມີຈັນຍາບັນທາງດ້ານວິຊາການທີ່ເຂັ້ມແຂງ, ມີ​ແນວ​ຄິດ​ຮັກ​ຊາດ, ຈົງ​ຮັກ​ພັກດີ​ຕໍ່​ພັກ, ລັດ ​ແລະ ​ລະບອບ​ປະຊາທິປະ​ໄຕ​ປະຊາຊົນ.ມີ​ສິນ​ທຳ, ຈະລິ​ຍະ​ທຳ​ປະຈຳ​ໃຈ, ມີ​ຄວາມ​ສຳນຶກ​ໃນ​ການ​ປົກ​ປັກ​ຮັກ​ສາ​ຊັບພະຍາກອນ​ອັນ​ລ້ຳ​ຄ່າວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ​​ແລະ ​ສິ່ງ​ແວດ​ລ້ອມ.ສ້າງບຸກຄະລາກອນໃຫ້ເປັນພົນລະເມືອງດີ, ເຄົາລົບກົດໝາຍ ແລະ ຮີດຄອງປະເພນີຂອງຊາດ. ສ້າງບຸກຄະລາກອນໃຫ້ມີຄວາມຫ້າວຫັນ, ບຸກບືນໃນການພັດທະນາຕົນເອງໃຫ້ມີຄວາມກ້າວໜ້າເປັນກ້າວໆ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ມີຫົວຄິດປະດິດສ້າງ, ກ້າເຮັດ, ກ້າຮັບຜິດຊອບ.

    • ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ທາງ​ດ້ານ​ການເງິນ ແລະການທະນາຄານ, ໂດຍ​ສະ​ເພາະ​ແມ່ນ​​ການວິເຄາະທາງດ້ານການເງິນການຕະຫລາດເງິນ ແລະຕະຫລາດທຶນ, ການ​ລົງທຶນ, ການ​ບໍລິຫານ​ສະ​ຖາ​ບັນ​ການ​ເງິນ, ​ ການ​ປະກັນ​ໄພ,ການ​ບໍລິຫານ​ທະນາຄານ​ທຸລະ​ກິດ, ທະນາຄານ​ກາງ ​ແລະ​ອື່ນໆ,ໃຫ້​ສາມາດ​ຕອບ​ສະໜອງ​ຕໍ່​ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ຂອງ​ພັກ-ລັດຖະບານ.

    • ຜູ້​ສຳເລັດການສຶກສາ​ສາມາດ​ໄປ​ຍົກ​ລະດັບ​ທາງ​ດ້ານ​ການ​ເງິນ​ໃນ​ລະດັບທີ່​ສູງ​ກວ່າ​ຢູ່​ສະ​ຖາ​ບັນ​ອື່ນ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ໄດ້, ເປັນນັກວິເຄາະການລົງທຶນທາງກົງ ແລະ ທາງອ້ອມໄດ້ຢ່າງຄ່ອງແຄ້ວ, ເປັນນັກລົງທຶນທີ່ມີຄວາມສາມາດທາງດ້ານການເງິນ, ສາມາດ​ຮ່ວມ​ເຮັດ​ວຽກ​ງານດ້ານ​ການ​ເງິນ​ນຳ​ອົງການ​ຕ່າງປະ​ເທດ​ແລະ​ອົງການ​ຕ່າງໆ​ໃນ​ປະ​ເທດ ​ແລະ ສາມາດຈັດຕັ້ງດຳເນີນທຸລະກິດເອກະຊົນ, ລັດວິສາຫະກິດແລະຄຸ້ມຄອງເສດຖະກິດຂອງລັດ ​ໄດ້​ຢ່າງ​ມີ​ປະສິດທິພາບ.

    ເງື່ອນໄຂຂອງຜູ້ເຂົ້າສຶກສາ

    ເງື່ອນໄຂຂອງຜູ້ເຂົ້າສຶກສາແມ່ນອີງຕາມຂໍ້ກຳນົດວ່າດ້ວຍເງື່ອນໄຂການຮັບເອົານັກສຶກສາທີ່ ມຊ ວາງອອກຄື: ນັກສຶກສາຕ້ອງສຳເລັດການສຶກສາໃນລະດັບປ.ຕີທຸກສາຂາໂດຍມີຄະແນນສະເລ່ຍສະສົມຕ່ຳກ່ວາ 3.00 ແມ່ນຕ້ອງມີປະສົບການໃນການເຮັດວຽກຢ່າງຫນ້ອຍ 2ປີ. ສ່ວນນັກສຶກສາທີ່ສຳເລັດການສຶກສາໃນລະດັບປະລິນຍາຕີໃນສາຂາວິຊາອື່ນແມ່ນຕ້ອງໄດ້ລົງທະບຽນຮຽນວິຊາຄວາມຮູ້ພືຶ້ນຖານເພື່ອເປັນຄວາມຮູ້ໃນການສຶກສາໃນຫລັກສູດນີ້, ແຕ່ຈະບໍ່ໄດ້ນັບເຂົ້າໃນຫນ່ວຍກິດໃນຫລັກສູດ. ວິຊາພື້ນຖານປະກອບມີ: ຄະນິດສາດ, ສະຖິຕິ, ຄວາມຮູ້ພື້ນຖານກ່ຽວກັັບບໍລິຫານ, ຄວາມຮູ້ພື້ນຖານກ່ຽວກັບເສດຖະສາດ ແລະບັນຊີທົ່ວໄປ.

    ວິທີ​ຄັດ​ເລືອກ​ຜູ້​ເຂົ້າ​ສຶກສາ

    ການຄັດເລືອກແມ່ນຄັດເລືອກຕາມເອກະສານຄຳຮ້ອງ, ສອບເສັງຂຽນແລະສຳພາດ, ວິຊາທີສອບເສັງຂຽນປະກອບມີ: ຄວາມຮູ້ທົ່ວໄປກ່ຽວກັບບໍລິຫານ, ຄວາມຮູ້ທົ່ວໄປກ່ຽວກັບການເງິນ, ຄວາມຮູ້ທົ່ວໄປກ່ຽວກັບການຕະຫລາດ, ຄວາມຮູ້ທົ່ວໄປກ່ຽວກັບການບັນຊີ ແລະພາສາອັງກິດ.

     

    ການຈັດ​ຕັ້ງ​ການ​ຮຽນ-ການ​ສອນ

    ເປັນ​ຫລັກສູດ​ທີ່ຮຽນ​ໃນວັນເສົາແລະວັນອາທິດຄືຈັດ​ຕັ້ງ​ການ​​ຮຽນ​-ການ​ສອນເປັນ​ໜ່ວຍ​ກິດ 4 ພາກຮຽນ (2 ປີ) ​ແຕ່​ລະ​ພາກຮຽນ, ຮຽນ 20ອາທິດ (ຮຽນ​ຕົວ​ຈິງ 16 ອາທິດ, ​ແຮ 1 ອາທິດ​, ສອບເສັງ 2 ອາທິດ, ແລະພັກ​ພາກຮຽນ 1 ອາທິດ),​​ເວລາ​ຮຽນ​ແມ່ນ​ເລີ່​ມ​ແຕ່ ເວລາ 8:00-12:00ໂມງ ແລະ 13:00-17:00ໂມງ. ສຳ​ຫລັບ​ນັກ​ສຶກສາ​ທີ່ສອບ​ເສັງ​ຕົກ​ຈະ​ຕ້ອງ​ເກັບ​ຄະ​ແນນ​ຄືນ​ໃນ​ພາກຮຽນ​ເພີ່ມ (ພາກຮຽນ​ທີ3 ຊ່ວງ​ເວລາພັກ​ແລ້ງ).

    ນອກຈາກນີ້ຄຽງຄູູ່ກັບການຮຽນການສອນໃນຫ້ອງຮຽນແລ້ວຍັງຈະຕ້ອງຈັດກິດຈະກຳໄປທັດສະນະສຶກສາທີ່ພາຍໃນ ຫລື ຕ່າງປະເທດຢ່າງຫນ້ອຍຫນື່ງຄັ້ງຕໍ່ຫນື່ງຊຸດຮຽນ.

      ໄລຍະເວລາການສຶກສາ

    ຫລັກສູດປະລິນຍາໂທບໍລິຫານທຸລະກິດສາຂາການເງິນແມ່ນໃຊ້ເວລາຮຽນ 2ປີ ຫລື ຮຽນ​ໃນໄລຍະ​ເວລາ​ຮຽນ​ຕ່ຳ​ສຸດ4 ພາກຮຽນ(2 ປີ) ​ແລະ​ສູງ​ສຸດ​ບໍ່​ເກີນ6 ພາກຮຽນ(3 ປີ).

    ແຜນການຮຽນ-ການສອນໃນແຕ່ລະພາກຮຽນ, ແຕ່ລະປີ

     

    ແຜນການຮຽນ-ການສອນໃນແຕ່ລະພາກຮຽນ, ແຕ່ລະປີ

    ພາກຮຽນ​ທີ I

    ລະຫັດ

    ລາຍວິຊາ

    ຫນ່ວຍ​ກິດ

    80MML110

    ແນວທາງການເມືອງຂອງສປປລາວ

    2(2-0-3)

    83MEF111

    ພາສາອັງກິດສຳຫລັບການເງິນ

    2(2-0-0)

    82MHR111

    ການບໍລິຫານຊັບພະຍາກອນ ແລະ ພາວະຄວາມເປັນຜູ້ນຳ

    3(2-2-0)

    84MMA111

    ການບັນຊີ​ບໍລິຫານ

    3(2-2-0)

    83MRM121

    ວິທີການຄົ້ນຄວ້າວິທະຍາສາດ ແລະ ສະຖິຕິສຳລັບການເງິນ

    3(2-2-0)

     

    ລວມພາກຮຽນ​ທີ I

    13(10-6-3)

     

    ພາກຮຽນ​ທີ II

    ລະຫັດ

    ລາຍ​ວິຊາ

    ຫນ່ວຍ​ກິດ

    82MAD111

    ການບໍລິຫານການຕະຫລາດຂັ້ນສູງ

    3(2-2-0)

    83MEF111

    ການ​ບໍລິຫານ​ການ​ເງິນ

    3(2-2-0)

    83MFA121

    ການວິເຄາະໃບລາຍງານທາງການເງິນ

    3(2-2-0)

    83MBM121

    ການບໍລິຫານທະນາຄານທຸລະກິດ

    3(2-2-0)

    83MSE141

    ສຳມະນາ I

    2(0-2-5)

    83XXXXXX

    ວິຊາເລືອກ

    2(2-0-0)

     

    ລວມພາກຮຽນ​ທີ II

    16(10-8-5) 

    ພາກຮຽນ​ທີ III

    ລະຫັດ

    ລາຍ​ວິຊາ

    ຫນ່ວຍ​ກິດ

    83MCM121

    ການ​ບໍລິຫານ​ທະນາຄານ​ກາງ

    2(2-0-0)

    83MIA221

    ການວິເຄາະການ​ລົງທຶນ

    3(2-2-0)

    83MSE142

    ສຳມະນາ II

    2(0-2-5)

    83XXXXXX

    ວິຊາເລືອກ

    2(2-0-0)

     

    ລວມພາກຮຽນ​ທີ III

    9(6-4-5)

    ພາກຮຽນ​ທີ IV

    ລະຫັດ

    ລາຍວິຊາ

    ຫນ່ວຍ​ກິດ

    83MRM241

    ​ວິທະຍາ​ນິພົນ (Thesis)

    14(0-0-70)

     

    ລວມພາກຮຽນ​ທີIV

    ​14(0-0-70)

     

     

    © 2021 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

    Main Menu