ປັດໄຈສ່ວນປະສົມທາງການຕະຫຼາດທີ່ມີຜົນຕໍ່ການຕັດສິນໃຈເລືອກໃຊ້ບໍລິການຮ້ານ Slow Coffee Lao
Marketing Mix Factors Affecting the Decision to Choose service of Slow Coffee Lao
ນາງ ສຸດາລັດ ພັນສະຫວັດ
ນາງ ປາວິນາ ສິດທິກຸນ
ບົດຄັດຫຍໍ້
ການສຶກສາໃນຄັ້ງນີ້ ແມ່ນສຶກສາປັດໄຈສ່ວນປະສົມທາງການຕະຫຼາດທີ່ມີຜົນຕໍ່ການຕັດສິນ ໃຈເລືອກໃຊ້ບໍລິການຮ້ານ Slow Coffee Lao ປະກອບມີ 2 ຈຸດປະສົງຄື: 1) ສຶກສາພຶດຕິກຳຂອງ ລູກຄ້າທີ່ເຂົ້າມາໃຊ້ບໍລິການ ຮ້ານ Slow Coffee Lao, 2) ສຶກສາປັດໄຈສ່ວນປະສົມທາງການ ຕະຫຼາດທີ່ມີຜົນຕໍ່ການຕັດສິນໃຈເລືອກໃຊ້ບໍລິການຮ້ານ Slow Coffee Lao, ກຸ່ມຕົວຢ່າງທີ່ໃຊ້ໃນ ການຄົ້ນຄວ້າ ແມ່ນລູກຄ້າທີ່ມາໃຊ້ບໍລິການ ຮ້ານ Slow Coffee Lao ຈໍານວນແບບເອົາກຸ່ມລູກຄ້າ ເປັນລາຍມື້ ນັບຕັ້ງແຕ່ວັນທີ 1-14/06/2024 (ຈໍານວນຄົນທີ່ສາມາດເກັບໄດ້ຕົວຈິງ 385ຄົນ) ການ ເກັບຮວບຮວມຂໍ້ມູນໂດຍໃຊ້ແບບສອບຖາມ ແລະ ວິເຄາະຂໍ້ມູນໂດຍນໍາໃຊ້ໂປຣແກຣມ (SPSS for window version 19 ) ສໍາເລັດຮູບທາງສະຖິຕິເພື່ອຫາຄວາມຖີ່, ຄ່າສ່ວນຮ້ອຍ ແລະ ຄ່າສະເລ່ຍ.
ຜົນຂອງການຄົ້ນຄວ້າພົບວ່າ ສ່ວນໃຫຍ່ເປັນເພດຍິງ ມີຈໍານວນ 214 ຄົນ ກວມເອົາ 55.6 ສ່ວນຮ້ອຍ, ມີສະຖານະພາບ ມີອາຍຸ ລະຫວ່າງ 18-25 ປີ ຈໍານວນ 169 ຄົນ ກວມເອົາ 43.9 ສ່ວນຮ້ອຍ, ມີລະດັບການສຶກສາ ໃນລະດັບປະລິນຍາຕີ ຈໍານວນ 261 ຄົນ ກວມເອົາ 67.8 ສ່ວນ ຮ້ອຍ, ນັກຮຽນ/ນັກສຶກສາ ຈໍານວນ 166 ຄົນ ກວມເອົາ 43.1 ສ່ວນຮ້ອຍ, ລາຍໄດ້ສະເລ່ຍຕໍ່ເດືອນ ມີ ຈໍານວນ 1,000,000-3,000,000 ກີບ/ເດືອນ ຈໍານວນ 116 ຄົນ ກວມເອົາ 30.1 ສ່ວນຮ້ອຍ.
ເມື່ອວິເຄາະແຕ່ລະດ້ານພົບວ່າ: ປັດໄຈດ້ານບຸກຄະລາກອນແມ່ນມີຄວາມສໍາຄັນຫຼາຍກວ່າໝູ່ (X4.17), ຮອງລົງມາແມ່ນ ດ້ານລັກສະນະທາງກາຍະພາບ (X4.17), ຖັດມາແມ່ນ ດ້ານຜະລິດຕະ ພັນ (x4.13), ລໍາດັບຖັດມາແມ່ນ ດ້ານຂະບວນການບໍລິການ (x4.05), ຕໍ່ມາແມ່ນ ດ້ານລາຄາ (X4.08) ແລະ ດ້ານສະຖານທີ່ (X4.08) ແລະ ທ້າຍສຸດແມ່ນ ດ້ານການສົ່ງເສີມການຕະຫຼາດ (X3.90).ຜົນຂອງການສຶກສາປັດໄຈສ່ວນປະສົມທາງການຕະຫຼາດທີ່ມີຜົນຕໍ່ການຕັດສິນໃຈເລືອກ ໃຊ້ບໍລິການຮ້ານ Slow Coffee Lao ນະຄອນຫຼວງວຽງຈັນ ໂດຍຈໍາແນກຕາມກັນ ແມ່ນມີລະດັບ ຄວາມເພິ່ງພໍໃຈຕໍ່ສ່ວນປະສົມທາງການນຕະຫຼາດແຕກຕ່າງກັນ.
Download