ປັດໄຈສ່ວນປະສົມທາງການຕະຫຼາດທີ່ມີຜົນຕໍ່ການຕັດສິນໃຈຂອງ ລູກຄ້າທີ່ເລືອກໃຊ້ບໍລິການຂອງຮ້ານກາເຟ ອາເມຊອນ ສາຂາຄໍາຮຸ່ງ
Marketing Mix Factors Affect Customer's Decisions to Choose the Service of Café Amazon Khamhoung Branch
ນາງ ສອນນາລີ ສົມບັດພູທອນ ນາງ ໂຊນ່າ ພິມມະສອນ
ບົດຄັດຫຍໍ້
ໃນການຂຽນບົດຈົບຊັ້ນຄັ້ງນີ້ພວກຂ້າພະເຈົ້າແມ່ນ ໄດ້ສຶກສາ “ປັດໄຈສ່ວນປະສົມທາງ ການຕະຫຼາດທີ່ມີຜົນຕໍ່ການຕັດສິນໃຈຂອງລູກຄ້າທີ່ເລືອກໃຊ້ບໍລິການຂອງຮ້ານກາເຟ ອາເມຊອນ ສາຂາຄໍາຮຸ່ງ” ເຊິ່ງເປັນການສຶກສາແບບປະລິມານ ໂດຍນໍາໃຊ້ແບບສອບຖາມເປັນເຄື່ອງມືໃນການ ສຶກສາ ແລະ ວິເຄາະໂດຍໃຊ້ໂປຣແກຣມ IBM SPSS Statistics Version 23 ເຂົ້າໃນການປະເມີນ, ການຄິດໄລ່ຫາຄ່າສະເລ່ຍ (Mean) ແລະ ຄ່າຜັນປ່ຽນມາດຕະຖານ (Standard Deviation) ໃນນັ້ນ, ພວກຂ້າພະເຈົ້າເລີກໃຊ້ການສຸ່ມຕົວຢ່າງແບບກຸ່ມໃນການສຶກສາເຊິ່ງມີຈໍານວນທັງໝົດ 385 ຄົນ.
ຜົນການສຶກສາກ່ຽວກັບປັດໄຈສ່ວນບຸກຄົນຂອງຜູ້ຕອບແບບສອບຖາມພົບວ່າຜູ້ມາໃຊ້ ບໍລິການຮ້ານກາເຟ ອາເມຊອນ ສາຂາຄໍາຮຸ່ງ ຈາກກຸ່ມຕົວຢ່າງທີ່ຕອບແບບຖາມທັງໝົດ 385 ຄົນ ເຫັນວ່າ: ສ່ວນຫຼາຍແມ່ນເພດຍິງ, ທີ່ມີອາຍຸລະຫວ່າງ 21-30 ປີ, ສະຖານະພາບໂສດ, ລະດັບການ ສຶກສາປະລິນຍາຕີ, ອາຊີບນັກຮຽນ/ນັກສຶກສາ, ລາຍໄດ້ສະເລ່ຍຕໍ່ເດືອນ 5,000,001 ກີບຂຶ້ນໄປ. ຈາກການວິເຄາະຂໍ້ມູນກ່ຽວກັບພຶດຕິກຳຂອງລູກຄ້າທີ່ມາເລືອກໃຊ້ບໍລິການຂອງຮ້ານກາເຟ ອາເມ ຊອນ ສາຂາຄໍາຮຸ່ງ ພົບວ່າ: ຊ່ອງທາງທີ່ລູກຄ້າຮູ້ຈັກ ຮ້ານກາເຟ ອາເມຊອນ ສາຂາຄໍາຮຸ່ງ ແມ່ນຮູ້ຈັກ ຈາກໝູ່ເພື່ອນ, ສ່ວນຫຼາຍທີ່ເຂົ້າມາໃຊ້ບໍລິການຮ້ານກາເຟ ອາເມຊອນ ແມ່ນມາກັບໝູ່ເພື່ອນ ແລະ ພົບວ່າມັກປະເພດກາເຟ ຜົນການວິເຄາະຂໍ້ມູນພົບວ່າ: ປັດໄຈສ່ວນປະສົມທາງການຕະຫຼາດທັງ 7 ດ້ານ ໂດຍລວມພົບວ່າ: ລະດັບປັດໄຈຢູ່ໃນລະດັບຫຼາຍ ແລະ ພົບວ່າດ້ານທີ່ມີລະດັບປັດໄຈສ່ວນ ປະສົມທາງການຕະຫຼາດທັງ 7 ດ້ານຫຼາຍທີ່ສຸດແມ່ນ: ປັດໄຈດ້ານສິ່ງແວດລ້ອມທາງກາຍະພາບ, ຮອງລົງມາແມ່ນປັດໄຈດ້ານລາຄາ ແລະ ໜ້ອຍທີ່ສຸດແມ່ນປັດໄຈດ້ານຜະລິດຕະພັນ ເຊິ່ງກໍຢູ່ໃນ ລະດັບຫຼາຍເຊັ່ນກັນ.
Download
{pdf=https://feb.nuol.edu.la/images/Thesis/business/2023-2024/Bachelor/ID20.pdf|100%|800|pdfjs