ຄວາມເພິ່ງພໍໃຈຂອງນັກທ່ອງທ່ຽວທີ່ມີຕໍ່ຄຸນນະພາບການໃຫ້ບໍລິການ ຂອງໂຮງແຮມ ໃນເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
Tourist satisfaction with the service quality of hotels in Chanthabuly district, Vientiane capital
ນາງ ດາລາສະຫວັນ ຈັນທະພູມີ
ນາງ ມີໄຊ ຂຸນວົງສາ
ບົດຄັດຫຍໍ້
ການສຶກສາຫົວຂໍ້ ຄວາມເພິ່ງພໍໃຈຂອງນັກທ່ອງທ່ຽວທີ່ມີຕໍ່ຄຸນນະພາບການໃຫ້ບໍລິການຂອງ ໂຮງແຮມ ໃນເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີຈຸດປະສົງ ສຶກສາພຶດຕິກຳຂອງນັກ ທ່ອງທ່ຽວທີ່ໃຊ້ບໍລິການ ແລະ ສຶກສາຄວາມເພິ່ງພໍໃຈຂອງນັກທ່ອງທ່ຽວທີ່ມີຕໍ່ຄຸນນະພາບການໃຫ້ ບໍລິການຂອງ ໂຮງແຮມ ໃນເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປັນການສຶກສາແບບ ປະລິມານ ໂດຍນໍາໃຊ້ແບບສອບຖາມເປັນເຄື່ອງມືໃນການສຶກສາ ແລະ ວິເຄາະຂໍ້ມູນໂດຍໃຊ້ໂປຮ ແກຮມສໍາເລັດຮູບ, ເຂົ້າມາໃນການປະເມີນ, ການຄິດໄລ່ຫາຄ່າສະເລ່ຍ, ຄວາມຖີ່, ສ່ວນຮ້ອຍ ແລະ ຄ່າຜັນປ່ຽນມາດຕະຖານ ໃນນັ້ນກຸ່ມຕົວຢ່າງທີ່ໃຊ້ໃນການສຶກສາແມ່ນ ນັກທ່ອງທ່ຽວທີ່ມາເຂົ້າໃຊ້ ບໍລິການ ທັງນັກທ່ອງທ່ຽວພາຍໃນ ແລະ ນັກທ່ອງທ່ຽວຕ່າງປະເທດ ມີຈໍານວນ 365 ຄົນ ຈາກຜົນ ການສຶກສາພົບວ່າ:
ຜົນການສຶກສາພຶດຕິກຳຂອງລູກຄ້າທີ່ມາໃຊ້ບໍລິການພົບວ່າ: ສ່ວນຫລາຍແມ່ນ ເດີນທາງ ດ້ວຍຍົນ, ເດີນທາງມາເພື່ອຕ້ອງການພັກຜ່ອນ/ປ່ຽນບັນຍາກາດ, ເດີນທາງມາກັບໝູ່ເພື່ອນ, ຄ່າໃຊ້ ຈ່າຍທີ່ເຂົ້າໃຊ້ບໍລິການໂຮງແຮມຄັ້ງລະ 700,001 - 1,000,000 ກີບ, ໄລຍະເວລາທີ່ເຂົ້າໃຊ້ບໍລິການ ໂຮງແຮມຄັ້ງໜຶ່ງແມ່ນ ເຂົ້າໃຊ້ບໍລິການ 2 ຄືນ, ປົກກະຕິຈອງໂຮງແຮມທາງ Booking, ເຫດຜົນທີ່ ເລືອກໃຊ້ບໍລິການແມ່ນ ໃກ້ສະຖານທີ່ທ່ອງທ່ຽວ ແລະ ຊ່ອງທາງການຮັບຮູ້ຈາກ ເວັບໄຊ້. ຜົນການ ສຶກສາລະດັບຄວາມເພິ່ງພໍໃຈຂອງ ນັກທ່ອງທ່ຽວທີ່ມາໃຊ້ບໍລິການເຫັນວ່າ ນັກທ່ອງທ່ຽວມີ ຄວາມ ເພິ່ງພໍໃຈຢູ່ໃນລະດັບຫຼາຍທີ່ສຸດຄື: ດ້ານການຕອບສະໜອງຕໍ່ຄວາມຕ້ອງການຂອງລູກຄ້າ ເຊີ່ງ ມີຄ່າສະເລ່ຍ (X = 3.91), ດ້ານຄວາມເປັນຮູບປະທຳ ມີຄ່າສະເລ່ຍ (X = 3.91) ແລະ ເຫັນວ່າ ດ້ານການເຂົ້າເຖິງຈິດໃຈຂອງລູກຄ້າ ມີລະດັບຄວາມເພິ່ງພໍໃຈໜ້ອຍກວ່າໝູ່ເຊິ່ງ ເຊີ່ງມີຄ່າສະເລ່ຍ (X = 3.72).
Download
{pdf=https://feb.nuol.edu.la/images/Thesis/business/2023-2024/Bachelor/ID21.pdf|100%|800|pdfjs