ພຶດຕິກຳ ແລະ ປັດໄຈສ່ວນປະສົມທາງການຕະຫຼາດ ທີ່ມີຜົນຕໍ່ ການຕັດສິນໃຈເລືອກຊື້ເຄື່ອງສໍາອາງຂອງລູກຄ້າໃນຮ້ານ FUDO Beauty World

ພຶດຕິກຳ ແລະ ປັດໄຈສ່ວນປະສົມທາງການຕະຫຼາດ ທີ່ມີຜົນຕໍ່ ການຕັດສິນໃຈເລືອກຊື້ເຄື່ອງສໍາອາງຂອງລູກຄ້າໃນຮ້ານ FUDO Beauty World
Customers' Behavioral and Marketing Mix Factors Affecting the decision to Purchase Products in FUDO Beauty World
ນາງ ໂກຊົ່ວ ຈົ່ງລີວ່າງ
ນາງ ແອນນີ ບົວໄຊຢ້າ

ບົດຄັດຫຍໍ້
ການສຶກສາພຶດຕິກຳ ແລະ ປັດໄຈສ່ວນປະສົມທາງການຕະຫຼາດທີ່ມີຜົນຕໍ່ການຕັດສິນໃຈ ເລືອກຊື້ເຄື່ອງສໍາອາງຂອງລູກຄ້າໃນຮ້ານ FUDO Beauty World ໂດຍມີ 2 ຈຸດປະສົງຄື: ຊອກຮູ້ ພຶດຕິກຳການຕັດສິນໃຈເລືອກຊື້ເຄື່ອງສໍາອາງຂອງລູກຄ້າໃນ FUDO Beauty World ແລະ ປະ ເມີນລະດັບຄວາມສໍາຄັນຂອງປັດໄຈສ່ວນປະສົມທາງການຕະຫຼາດທີ່ມີຜົນຕໍ່ການຕັດສິນໃຈເລືອກຊື້ ເຄື່ອງສໍາອາງຂອງລູກຄ້າໃນ ຮ້ານ FUDO Beauty World, ປະຊາກອນທີ່ໃຊ້ໃນການຄົ້ນຄວ້າ ແມ່ນລູກຄ້າທີ່ເຂົ້າມາໃຊ້ບໍລິການໃນຮ້ານ FUDO Beauty World ຈໍານວນກຸ່ມຕົວຢ່າງ 246 ຄົນ, ສຶກສາແບບປະລິມານ, ສະຖິຕິທີ່ນໍາໃຊ້ ໄດ້ແກ່: ຄວາມຖີ່, ສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜັນປ່ຽນ ມາດຕະຖານ, ຄ່າແຕກຕ່າງ (Sig) ແລະ ທົດສອບສົມມຸດຖານດ້ວຍສະຖິຕິ T-test ແລະ (One-way ANOVA). ການຄົ້ນຄວ້າພົບວ່າ: ຜູ້ຕອບແບບສອບຖາມສ່ວນຫຼາຍແມ່ນເພດຍິງ, ອາຍຸລະຫວ່າງ 18 - 23 ປີ, ສະຖານະພາບ ໂສດ, ການສຶກສາປະລິນຍາຕີ, ອາຊີບນັກສຶກສາ, ລາຍໄດ້ສະເລ່ຍຕໍ່ ເດືອນ 1,500,001-3,000,000 ກີບ. ດ້ານພຶດຕິກຳພົບວ່າສ່ວນຫຼາຍແມ່ນຮູ້ຈັກຮ້ານຈາກໝູ່ເພື່ອນ, ເຂົ້າມາໃຊ້ບໍລິການຕໍ່ເດືອນ 1-2 ຄັ້ງ, ເຂົ້າມາໃຊ້ບໍລິການວັນເສົາ - ວັນທິດ, ເວລາທີ່ເຂົ້າມາໃຊ້ ບໍລິການ 11:01 – 14:00, ຄ່າໃຊ້ຈ່າຍຕໍ່ຄັ້ງທີ່ເຂົ້າທີ່ມາໃຊ້ບໍລິການ 100,001-150,000, ສວ່ນຫລາຍ ແມ່ນມາຄົນດຽວ, ປະເພດເຄື່ອງສໍາອາງທີ່ລູກຄ້ານິຍົມຊື້ແມ່ນເຄື່ອງສໍາອາງສໍາລັບຜິວໜ້າ, ເຫດຜົນ ທີ່ເລືອກຊື້ເຄື່ອງສໍາອາງໃນຮ້ານ FUDO Beauty World ແມ່ນສາມາດຈັບຕ້ອງໄດ້, ປະລິມານການ ຊື້ເຄື່ອງສໍາອາງໃນແຕ່ລະຄັ້ງແມ່ນ 1-2 ຢ່າງ ແລະ ເຫດຜົນທີ່ເຂົ້າມາໃຊ້ບໍລິການຢູ່ຮ້ານ FUDO Beauty World ແມ່ນຕັ້ງໃຈມາຊື້ຢູ່ຮ້ານໂດຍສະເພາະ, ລະດັບຄວາມສໍາຄັນຂອງປັດໄຈສວ່ນ ປະສົມທາງການຕະຫຼາດທີ່ມີຜົນຕໍ່ການຕັດສິນໃຈເລືອກຊື້ເຄື່ອງສໍາອາງຂອງລູກຄ້າໃນຮ້ານ FUDO Beauty World ພົບວ່າແມ່ນ ດ້ານລັກສະນະທາງກາຍະພາບເຊີ່ງຈັບຢູ່ໃນລະດັບຫຼາຍທີ່ສຸດ ສວ່ນ ການປຽບທຽບລະດັບຄວາມສໍາຄັນຂອງປັດໄຈຕ່າງໆໂດຍຈໍາແນກຕາມປັດໄຈສວ່ນບຸກຄົນແມ່ນມີ ຄວາມແຕກຕ່າງທຸກດ້ານ ດວ້ຍລະດັບຄວາມສໍາຄັນທີ່ 0.05.

Download
{pdf=https://feb.nuol.edu.la/images/Thesis/business/2023-2024/Bachelor/ID22.pdf|100%|800|pdfjs

Search

Main Menu