ສຶກສາປັດໄຈທີ່ສົ່ງຜົນໃຫ້ນັກຮຽນ ມ ປາຍຕ້ອງການ ຫຼື ບໍ່ ຕ້ອງການສຶກສາຕໍ່ໃນລະດັບທີ່ສູງຂຶ້ນ
ກໍລະນີສຶກສາ: ໂຮງຮຽນ ມສ ຕານມີໄຊ
Factors that result in high school students wanting or not wanting to study at a higher level
Case Study: Tanmixay Secondary School
ນາງ ຕຳ ພິມມະຫາໄຊ ນາງ ໝາກ ຊົ່ງ
ບົດຄັດຫຍໍ້
ໃນການສຶກສາປັດໄຈທີ່ສົ່ງຜົນໃຫ້ນັກຮຽນ ມ ປາຍຕ້ອງການ ຫຼື ບໍ່ຕ້ອງການສຶກສາຕໍ່ໃນ ລະດັບທີ່ສູງຂຶ້ນ, ໂຮງຮຽນຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ມີຈຸດປະສົງ: 1. ເພື່ອສຶກ ສາປັດໄຈທີ່ສົ່ງຜົນໃຫ້ນັກຮຽນ ມ ປາຍຕ້ອງການ ຫຼື ບໍ່ຕ້ອງການສຶກສາຕໍ່ໃນລະດັບທີ່ສູງຂຶ້ນ, ໂຮງຮຽນຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ 2. ປຽບທຽບລະດັບຄວາມສໍາຄັນຂອງ ປັດໄຈທີ່ສົ່ງຜົນໃຫ້ນັກຮຽນ ມ ປາຍຕ້ອງການ ຫຼື ບໍ່ຕ້ອງການສຶກສາຕໍ່ໃນລະດັບທີ່ສູງຂຶ້ນ (ກໍລະນີ ສຶກສາໂຮງຮຽນ ມສ ຕານມີໄຊ). ຈາກກຸ່ມຕົວຢ່າງນັກຮຽນມໍປາຍ ທັງໝົດຈໍານວນ 270 ຕົວຢ່າງ, ວິເຄາະ ຂໍ້ມູນຜ່ານໂປຣແກຣມສໍາເລັດຮູບທາງສະຖິຕິ, ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນໄດ້ແກ່: ຄ່າຄວາມຖີ່ (Frequency Distribution), ຄ່າສ່ວນຮ້ອຍ (Percentage), ສະຖິຕິທີ່ໃຊ້ທົດສອບສົມມຸດຖານໄດ້ແກ່: F-test ແລະ ນໍາໃຊ້ການທົດສອບປຽບທຽບເປັນລາຍຄູ່ ດ້ວຍວິທີ Least Significant Difference (LSD).
ຜົນຈາກການສຶກສາ: ຜູ້ຕອບແບບສອບຖາມສ່ວນຫຼາຍເປັນນັກຮຽນຍິງຈໍານວນ 155 ຄົນ ເທົ່າກັບ 57.40%, ມີອາຍຸ 15-16 ປີ ຈໍານວນ 69 ຄົນ ຄິດເປັນ 25.6%, ອາໄສຢູ່ ບ້ານຕານມີໄຊ ຈໍາ ນວນ 52 ຄົນ ເທົ່າກັບ 19.30%, ລໍາດັບທີ 11-20 ຈໍານວນ 101 ຄົນ ເທົ່າກັບ 37.40%, ອາໄສຢູ່ກັບພໍ່ ແລະ ແມ່ ່ ມີຈໍານວນ 180 ຄົນ ເທົ່າກັບ 66.70%, ອາຊີບພໍ່ເຮັດຄ້າຂາຍ ມີຈໍານວນ 86 ຄົນ ເທົ່າກັບ 31.90%, ອາຊີບແມ່ເຮັດຄ້າຂາຍ ມີຈໍານວນ 142 ຄົນ ເທົ່າກັບ 52.60%, ລາຍໄດ້ສະເລ່ຍຄອບຄົວຕໍ່ ເດືອນ ຕໍ່າກວ່າ 5,000,000 ກີບ ມີຈໍານວນ 112 ຄົນ ເທົ່າກັບ 41.50%, ມີອ້າຍເອື້ອຍນ້ອງຄີງ 1-3 ຄົນ ມີຈໍານວນ 175 ຄົນ ເທົ່າກັບ 64.80%, ຢາກຮຽນໃນລະດັບທີ່ສູງຂຶ້ນ ຈໍານວນ 207 ຄົນ ເທົ່າກັບ 77.70% ຢາກຮຽນໃນລະດັບປະລິນຍາຕີ ຈໍານວນ 120 ຄົນ ເທົ່າກັບ 44.40% ແລະ ຖ້າບໍ່ຮຽນຕໍ່ຈະ ເລືອກເຮັດຄ້າຂາຍ ຈໍານວນ 49 ຄົນ ເທົ່າກັບ 18.10%.
ຜົນການສຶກສາປຽບທຽບລະດັບຄວາມສໍາຄັນ ພົບວ່າ: ນັກຮຽນທີ່ມີລໍາດັບທີໃນຫ້ອງໂດຍ ສະເລ່ຍໃນແຕ່ລະເດືອນຕ່າງກັນແມ່ນ ໃຫ້ຄວາມສໍາຄັນ ດ້ານສະຖາບັນການສຶກສາ, ດ້ານການເງິນ , ດ້ານແຮງຈູງໃຈ ແລະ ດ້ານຄອບຄົວ, ນັກຮຽນທີ່ອາຊີບພໍ່ຕ່າງກັນໃຫ້ຄວາມສໍາຄັນ ດ້ານການເງິນ. ນັກຮຽນທີ່ອາຊີບແມ່ຕ່າງກັນໃຫ້ຄວາມສໍາຄັນ ໂດຍຈໍາແນກຕາມມອາຊີບແມ່ພົບວ່າບໍ່ມີຜົນແຕກ ຕ່າງ, ນັກຮຽນທີ່ມີລາຍໄດ້ສະເລ່ຍຕໍ່ເດືອນຕ່າງກັນໃຫ້ຄວາມສໍາຄັນ ໂດຍຈໍາແນກຕາມລາຍໄດ້ ສະເລ່ຍຕໍ່ເດືອນພົບວ່າບໍ່ມີຜົນແຕກຕ່າງ ແລະ ນັກຮຽນທີ່ຈໍາແນກຕາມຈໍານວນອ້າຍເອື້ອຍນ້ອງຄີງ ໃນຄອບຄົວຂອງນັກຮຽນຕ່າງກັນໃຫ້ຄວາມສໍາຄັນ ດ້ານຄອບຄົວ ແລະ ດ້ານແຮງຈູງໃຈ ມີລະດັບ ຄວາມສໍາຄັນທາງສະຖິຕິ 0.05.
Download
{pdf=https://feb.nuol.edu.la/images/Thesis/business/2023-2024/Bachelor/ID23.pdf|100%|800|pdfjs