ສຶກສາຄວາມເພິ່ງພໍໃຈຂອງພະນັກງານຕໍ່ນະໂຍບາຍຄ່າຕອບແທນ ແລະ ສະຫວັດດີການຂອງ ລັດວິສາຫະກິດໄຟຟ້າລາວ ກໍລະນີສຶກສາ: ສາຂາໄຟຟ້ານະຄອນຫຼວງ 1
Study on the Employee's Satisfaction toward the Compensation Policy and Welfare of The Electricity Du Laos Case Study: EDL Vientiane Capital-1 Branch
ນາງ ວິໄລພອນ ນັນທະລາດ
ບົດຄັດຫຍໍ້
ການຄົ້ນຄວ້າເພື່ອສຶກສາຄວາມເພິ່ງພໍໃຈຂອງພະນັກງານຕໍ່ນະໂຍບາຍຄ່າຕອບແທນ ແລະ ສະຫວັດດີການຂອງລັດວິສາຫະກິດໄຟຟ້າລາວ ສາຂາໄຟຟ້ານະຄອນຫຼວງ 1, ກຸ່ມຕົວຢ່າງ ແມ່ນພະນັກງານ ຂອງລັດວິສາຫະກິດໄຟຟ້າລາວ ສາຂາໄຟຟ້ານະຄອນຫຼວງ 1 ຈໍານວນ 57 ຄົນ, ເປັນການສຶກສາແບບປະລິມານ ແລະ ຂໍ້ມູນທີ່ໃຊ້ເຂົ້າໃນວິເຄາະໂດຍໃຊ້ໂປແກຣມ SPSS Version 27 For Windows
ຜົນຂອງການສຶກພົບວ່າ:
1). ພະນັກງານຂອງລັດວິສາຫະກິດໄຟຟ້າລາວ ສາຂາໄຟຟ້ານະຄອນຫຼວງ 1 ທີ່ຕອບແບບ ສອບຖາມສ່ວນໃຫ່ຍເປັນເພດຊາຍ ກວມເອົາ 57.9%, ອາຍຸ 34-41 ປີ ກວມເອົາ 49.1%, ແຕ່ງງານແລ້ວ ກວມເອົາ 96.5%, ການສຶກສາລະດັບປະລິນຍາຕີ ກວມເອົາ 73.7%, ອາຍຸການ ເຮັດວຽກ 10ປີຂື້ນໄປ ກວມເອົາ 78.9%, ຕຳແໜ່ງວິຊາການ ກວມເອົາ 57.9%, ລະດັບ ເງິນເດືອນ 3,000,000-5,000,000 ກີບ ກວມເອົາ 52.6%.
2). ພະນັກງານຂອງລັດວິສາຫະກິດໄຟຟ້າລາວ ສາຂາໄຟຟ້ານະຄອນຫຼວງ 1 ທີ່ຕອບແບບ ສອບຖາມສ່ວນໃຫຍ່ມີຄວາມເພິ່ງພໍໃຈຕໍ່ກັບນະໂຍບາຍຄ່າຕອບແທນ ແລະ ສະຫວັດດີການ ໂດຍລວມຢູ່ໃນລະດັບປານກາງ, ເມື່ອພິຈາລະນາແຕ່ລະດ້ານພົບວ່າ ດ້ານຄວາມສໍາເລັດໃນໜ້າ ທີ່ວຽກງານມີຄ່າສະເລ່ຍຫຼາຍກວ່າດ້ານອື່ນ ເຊິ່ງມີຄ່າສະເລ່ຍເທົ່າກັບ 3.56 ແມ່ນຢູ່ໃນລະດັບ ຄວາມເພິ່ງພໍໃຈຫຼາຍ, ດ້ານເພື່ອນຮ່ວມງານ ມີຄ່າສະເລ່ຍເທົ່າກັບ 3.47 ແມ່ນຢູ່ໃນລະດັບຄວາມ ເພິ່ງພໍໃຈຫຼາຍ, ດ້ານນະໂຍບາຍຄ່າຕອບແທນ ມີຄ່າສະເລ່ຍເທົ່າກັບ 3.34 ແມ່ນຢູ່ໃນລະດັບ ຄວາມເພິ່ງພໍໃຈປານກາງ, ດ້ານສະພາບແວດລ້ອມໃນການເຮັດວຽກ ມີຄ່າສະເລ່ຍເທົ່າກັບ 3.32 ແມ່ນຢູ່ໃນລະດັບຄວາມເພິ່ງພໍໃຈປານກາງ, ດ້ານຄວາມໝັ້ນຄົງໃນຕຳແໜ່ງງານ ມີຄ່າສະເລ່ຍເທົ່າ ກັບ 3.31 ແມ່ນຢູ່ໃນລະດັບຄວາມເພິ່ງພໍໃຈປານກາງ, ດ້ານນະໂຍບາຍສະຫວັດດີການ ມີຄ່າ ສະເລ່ຍເທົ່າກັບ 3.29 ແມ່ນຢູ່ໃນລະດັບຄວາມເພິ່ງພໍໃຈປານກາງ.
Download
{pdf=https://feb.nuol.edu.la/images/Thesis/business/2023-2024/Bachelor/ID24.pdf|100%|800|pdfjs