ການຕະຫຼາດດິຈິຕອລໃນ TikTok Platform ມີຜົນຕໍ່ກັບຄວາມຈົງຮັກ ພັກດີໃນການຊົມໃຊ້ສິນຄ້າປະເພດ Makeup ຂອງໄວໜຸ່ມ Generation Z ໃນນະຄອນຫຼວງວຽງຈັນ

ການຕະຫຼາດດິຈິຕອລໃນ TikTok Platform ມີຜົນຕໍ່ກັບຄວາມຈົງຮັກ ພັກດີໃນການຊົມໃຊ້ສິນຄ້າປະເພດ Makeup ຂອງໄວໜຸ່ມ Generation Z ໃນນະຄອນຫຼວງວຽງຈັນ
The Effect of Digital Marketing on TikTok Platform on Loyalty of Makeup Products Using of Generation Z People in Vientiane Capital
ນາງ ດາລາພອນ ພອນມີໄຊ
ນາງ ເພັດສະໝອນ ເພັດສະວົງ

ບົດຄັດຫຍໍ້
ການສຶກສາ “ການຕະຫຼາດດິຈິຕອລໃນ TikTok Platform ມີຜົນຕໍ່ກັບຄວາມຈົງຮັກພັກດີ ໃນການຊົມໃຊ້ສິນຄ້າປະເພດ Makeup ຂອງໄວໜຸ່ມ Generation Z ໃນນະຄອນຫຼວງວຽງຈັນ." ການສຶກສາຄັ້ງມີຈຸດປະສົງໃນການຄົ້ນຄວ້າຄື ເພື່ອສຶກສາການຕະຫຼາດຮູບແບບເນື້ອຫາ ແລະ ການຕະຫຼາດຮູບແບບການນໍາໃຊ້ຜູ້ມີອິດທິພົນທາງສັງຄົມໃນ TikTok Platform ທີ່ມີຜົນຕໍ່ຄວາມ ຈົງຮັກພັກດີໃນການຊົມໃຊ້ສິນຄ້າປະເພດ Makeup ຂອງໄວໜຸ່ມ Generation Z. ໃນນະຄອນຫຼວງ ວຽງຈັນ ໂດຍເປັນການສຶກສາໃນຮູບແບບທາງດ້ານປະລິມານ, ກຸ່ມປະຊາກອນຕົວຢ່າງທີ່ໃຊ້ໃນ ການສຶກສາແມ່ນ ໄວໜຸ່ມ Generation Z ຜູ້ທີ່ໃຊ້ TikTok Platform ຈໍານວນ 385 ຄົນ ໂດຍໃຊ້ ແບບສອບຖາມເປັນເຄື່ອງມືໃນການເກັບກໍາຮວບຮວມຂໍ້ມູນ ແລະ ວິເຄາະຂໍ້ມູນໂດຍໃຊ້ສະຖິຕິ ທາງດ້ານພັນລະນາເຊິ່ງປະກອບມີ: ຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າຜິດດ່ຽງ ມາດຕະຖານ ແລະ ສະຖິຕິທາງດ້ານອະນຸມານມີ ການວິເຄາະຖົດຖອຍທາງດ້ານພະຫຸຄູນ.
ຜົນການສຶກສາພົບວ່າ ຜູ້ຕອບແບບສອບຖາມສ່ວນໃຫຍ່ແມ່ນເພດຍິງ, ມີອາຍຸລະຫວ່າງ 18- 12 ປີ, ມີອາຊີບເປັນ ນັກສຶກສາ ແລະ ມີລາຍຮັບແມ່ນ 1,000,000-3,000,000 ກີບ. ການ ສຶກສາລະດັບຄວາມຄິດເຫັນຕໍ່ກັບປັດໄຈການຕະຫຼາດທາງດ້ານເນື້ອຫາໃນ TikTok Platform ພົບວ່າທຸກປັດໄຈແມ່ນມີອິດທິພົນໃນລະດັບຫຼາຍ ສ່ວນການສຶກສາລະດັບຄວາມຄິດເຫັນຕໍ່ຄວາມ ຈົງຮັກພັກດີໃນການຊົມໃຊ້ສິນຄ້າປະເພດ Makeup ຂອງກຸ່ມໄວໜຸ່ມ Generation Z ໃນ ນະຄອນຫຼວງວຽງຈັນ ແມ່ນມີຄວາມຈົງຮັກພັກດີຢູ່ໃນລະດັບຫຼາຍ ແລະ ຜົນການສຶກສາປັດໄຈ ການຕະຫຼາດຕະຫຼາດດິຈິຕອລຮູບແບບເນື້ອຫາ ແລະ ລັກສະນະການຕະຫຼາດດິຈິຕອລຮູບແບບ ການນໍາໃຊ້ຜູ້ມີອິດທິພົນທາງສັງຄົມໃນ TikTok Platform ທີ່ມີອິດທິພົນຕໍ່ຄວາມຈົງຮັກພັກດີຕໍ່ກັບ ສິນຄ້າປະເພດ Makeup ຂອງກຸ່ມໄວໜຸ່ມ Generation Z. ໃນນະຄອນຫຼວງວຽງຈັນ ພົບວ່າມີ 6 ຕົວປ່ຽນກໍຄື ລັກສະນະດ້ານທັດສະນະຄະຕິຂອງ Influencer, ຄວາມໜ້າເຊື່ອຖືຂອງ Influencer, ຄວາມຈິງໃຈຂອງ Influencer, ປັດໄຈເນື້ອຫາເພື່ອຄວາມບັນເທີງ, ເນື້ອຫາເພື່ອໂນ້ມນ້າວ, ເນື້ອ ຫາໃຫ້ແຮງບັນດານໃຈ, ແລະ ເນື້ອຫາໃຫ້ຄວາມຮູ້ ມີອິດທິພົນຕໍ່ຄວາມຈົງຮັກພັກດີໃນການຊົມໃຊ້ ສິນຄ້າປະເພດ Makeup ດ້ວຍລະດັບຄວາມສໍາຄັນທາງສະຖິຕິ 0.05 ໂດຍມີຄ່າສໍາປະສິດ 0.314, 0.245, 0.236, 0.153, 0.114, 0.077 ຕາມລໍາດັບ; ສ່ວນປັດໄຈດ້ານເນື້ອຫາໃຫ້ຄວາມຮູ້ ພົບວ່າ ມີຜົນຕໍ່ຄວາມຈົງຮັກພັກດີຂອງລູກຄ້າແຕ່ມີທິດທາງໄປໃນທາງກົງກັນຂ້າມກັນ (ໃນທິດທາງລົບ) ເຊິ່ງເຮັດໃຫ້ຄວາມຈົງຮັກພັກດີມີຄ່າຫຼຸດລົງ ແລະ ຄຸນລັກສະນະຄວາມຊຳນານຂອງ Influencer ແມ່ນບໍ່ມີອິດທິພົນຕໍ່ຄວາມຈົງຮັກພັກດີຕໍ່ກັບສິນຄ້າປະເພດ Makeup ຂອງກຸ່ມໄວໜຸ່ມ Generation Z ໃນແຂວງນະຄອນຫຼວງວຽງຈັນ.

Download
{pdf=https://feb.nuol.edu.la/images/Thesis/business/2023-2024/Bachelor/ID25.pdf|100%|800|pdfjs

Search

Main Menu