ສຶກສາການປັບຕົວຂອງຜູ້ປະກອບທຸລະກິດຂະໜາດນ້ອຍໃນຊ່ວງເງິນເຟີ້ສູງໃນເມືອງ ໄຊທານີ ນະຄອນຫຼວງວຽງຈັນ
ກໍລີນີສຶກສາ: ບ້ານ ດົງໂດກ, ບ້ານ ຕານມີໄຊ, ບ້ານຄໍາຮຸ່ງ, ບ້ານ ໜອງພະຍາ, ບ້ານ ສີວິໄລ, ບ້ານ ຊ້າງຄູ້, ບ້ານ ພະຂາວ, ບ້ານ ດອນໜູນ,
ບ້ານ ໄຊສະຫວ່າງ, ບ້ານ ສະພັງເມິກ
Study the adaptation of small entrepreneurs to inflation in Saithany city, Vientiane capital
Case study: Dongdok, Tanmixay, Nongpaya, Khamhoung, Sivilay, Xangkhu, Pakhao, Donenoun, Xaysavang, Saphungmerk
ນາງ ຕຶກ ສີບຸນເຮືອງ
ນາງ ອິນທິລາ ບຸນພັກດີ
ບົດຄັດຫຍໍ້
ການສຶກສາໃນຄັ້ງນີ້ແມ່ນສຶກສາຫົວຂໍ້ສຶກສາການປັບຕົວຂອງຜູ້ປະກອບການຂະໜາດນ້ອຍ ຕໍ່ອັດຕາເງິນເຟີ້ ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງມີຈຸດປະສົງໃນການສຶກສາຄົ້ນຄວ້າຄື: 1) ສຶກສາສະພາບລວມການດໍາເນີນທຸລະກິດຂອງຜູ້ປະກອບການຂະໜາດນ້ອຍໃນເມືອງໄຊທານີ
ນະຄອນຫຼວງວຽງຈັນ, 2) ສຶກສາການປັບຕົວຂອງຜູ້ປະກອບການຂະໜາດນ້ອຍຕໍ່ອັດຕາເງິນເຟີ້ ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ. ກຸ່ມປະຊາກອນທີ່ນໍາໃຊ້ເຂົ້າໃນການສຶກສາຄັ້ງນີ້ແມ່ນຜູ້ ປະກອບການຂະໜາດນ້ອຍຂະແໜງການຄ້າ ແລະ ການບໍລິການທີ່ດໍາເນີນທຸລະກິດໃນຂອບເຂດ 10 ບ້ານ ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ຈໍານວນ 285 ຫົວໜ່ວຍທຸລະກິດ. (ຖານຂໍ້ມູນ ສະຖິຕິເມືອງໄຊທານີ 2023 - 2024), ເປັນການຄົ້ນຄວ້າແບບປະລິມານເຄື່ອງມືທີ່ໃຊ້ໃນການ ວິເຄາະແມ່ນໃຊ້ແບບສອບຖາມທີ່ມີລັກສະນະປາຍປິດ ແລະ ປາຍເປີດ ຈໍານວນ 166 ຫົວໜ່ວຍທຸລະ ກິດ, ໂດຍນໍາໃຊ້ໂປຣແກຣມ SPSS for window version 21 ເພື່ອຫາຄ່າທາງສະຖິຕິ: ຄວາມຖີ່, ສ່ວນຮ້ອຍ, ຄ່າສະເລ່ຍ, ແລະ ຄ່າຜັນປ່ຽນມາຕະຖານ.
ຜົນຂອງການສຶກສາພົບວ່າ:ຜູ້ຕອບແບບສອບຖາມສ່ວນໃຫຍ່ແມ່ນ ເພດຍິງກວມເອົາ 59.64 ສ່ວນຮ້ອຍ, ອາຍຸລະຫວ່າງ 26 – 30 ປີ ກວມເອົາ 36.75 ສ່ວນຮ້ອຍ, ລະດັບການສຶກສາຊັ້ນສູງກວມ ເອົາ 43.98 ສ່ວນຮ້ອຍ, ມີໄລຍະເວລາການເຮັດວຽກຕໍ່າກວ່າ 3 ປີ ກວມເອົາ 43.98 ສ່ວນຮ້ອຍ, ປະກອບທຸລະກິດປະເພດການຄ້າ ກວມເອົາ 49.40 ສ່ວນຮ້ອຍ, ມີລາຍຈ່າຍຕໍ່ປີ ແມ່ນ 500,000,100 – 1,000,00,000 ກີບ ກວມເອົາ 39.16 ສ່ວນຮ້ອຍ, ໃຊ້ເງິນທຶນເບື້ອງຕົ້ນໃນການເລີ່ມທຸລະກິດ ແມ່ນ 100,000,100-300,000,000 ກີບ ກວມເອົາ 43.37 ສ່ວນຮ້ອຍ, ມີລາຍຮັບຕໍ່ປີ ແມ່ນ 500,000,100 - 1,000,000,000 ກີບ ກວມເອົາ 39.76 ສ່ວນຮ້ອຍ, ສະພາບທຸລະກິດປັດຈຸບັນປົກກະຕິ ກວມເອົາ 70.48 ສ່ວນຮ້ອຍ.
ຜົນຂອງການສຶກສາຈາກ ຜູ້ຕອບແບບສອບຖາມມີລະດັບຄວາມຄິດເຫັນໂດຍລວມແມ່ນ (X =3.74) ຫຼາຍທີ່ສຸດແມ່ນດ້ານການໃຫ້ຄວາມສໍາຄັນກັບລູກຄ້າ (X =4.29). ຮອງລົງມາແມ່ນ ດ້ານການຈັດສັນພາຍໃນຮ້ານ (X =4.08), ດ້ານການສ້າງຄວາມແຕກຕ່າງທາງດ້ານຜະລິດຕະພັນ (X=3.90), ດ້ານຜົນການດໍາເນີນງານຈາກປັບຕົວ (X =3.83) ແລະ ດ້ານການນໍາເທັກໂນໂລຢີ ເຂົ້າຊ່ວຍໃນການຈັດການ (X =3.72).
Download
{pdf=https://feb.nuol.edu.la/images/Thesis/business/2023-2024/Bachelor/ID26.pdf|100%|800|pdfjs