ສຶກສາພຶດຕິກຳຂອງນັກສຶກສາປີ 2 ຫາ ປີ 4 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ທີ່ໃຊ້ໂທລະສັບໃນເວລາຮຽນໜັງສືໃນຫ້ອງຮຽນ

ສຶກສາພຶດຕິກຳຂອງນັກສຶກສາປີ 2 ຫາ ປີ 4 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ທີ່ໃຊ້ໂທລະສັບໃນເວລາຮຽນໜັງສືໃນຫ້ອງຮຽນ

Studying the behavior of 2nd to 4th year students of the faculty of Economics and Business Administration who use phones while studying in class
ນາງ ນິດທິດາ ບັນນະວົງ
ນາງ ສຸວັນນີ ສິດສຸວົງ

ບົດຄັດຫຍໍ້
ໃນການ ສຶກສາຄັ້ງນີ້ ຜູ້ວິໄຈໄດ້ສຶກສາພຶດຕິກຳຂອງນັກສຶກສາປີ 2 ຫາ ປີ 4 ຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ ໃນການໃຊ້ໂທລະສັບໃນລະຫວ່າງການຮຽນໜັງສື, ໂດຍມີ ຈຸດປະສົງ 1) ຊອກຮູ້ພຶດຕິກຳການໃຊ້ໂທລະສັບມືຖືຂອງນັກສຶກສາ 2) ປະເມີນຜົນກະທົບຈາກການໃຊ້ ໂທລະສັບຂອງນັກສຶກສາ ເຊິ່ງເປັນການສຶກສາແບບປະລິມານໂດຍໃຊ້ເຄື່ອງມືທີ່ເປັນແບບສອບຖາມ ປາຍປິດ ແລະ ມາດຕາສ່ວນປະເມີນຄ່າ 5 ລະດັບ ກຳນົດເອົາກຸ່ມຕົວຢ່າງທີ່ເປັນ ນັກສຶກສາປີ 2 ຫາ ປີ 4 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຈໍານວນ 362 ສະບັບ, ໄດ້ນໍາໃຊ້ ໂປຣແກຣມສໍາເລັດ ຮູບສະຖິຕິ ເພື່ອນໍາໃຊ້ເຂົ້າໃນການວິເຄາະຫາ ຄ່າຄວາມຖີ່ (1), ຄ່າສ່ວນຮ້ອຍ (%), ຄ່າສະເລ່ຍ (X) ແລະ ຜັນປ່ຽນມາດຕະຖານ (SD).
ຜົນການຄົ້ນຄວ້າກ່ຽວກັບປັດໄຈສ່ວນບຸກຄົນຂອງຜູ້ຕອບແບບສອບຖາມ ພົບວ່າ ຜູ້ຕອບ ແບບສອບຖາມສ່ວນໃຫຍ່ແມ່ນ ເພດຍິງ ກວມເອົາ 56.9 ສ່ວນຮ້ອຍ, ມີອາຍຸລະຫວ່າງ 20-21 ປີ ກວມເອົາ 36.7 ສ່ວນຮ້ອຍ, ກໍາລັງ ສຶກສາຢູ່ຊັ້ນປີທີ 4 ກວມເອົາ 39.5 ສ່ວນຮ້ອຍ.ຜົນການຄົ້ນຄວ້າກ່ຽວກັບປັດ ດ້ານພຶດຕິກຳການໃຊ້ໂທລະສັບໃນຫ້ອງຮຽນ ແລະ ຜົນກະທົບ ການໃຊ້ໂທລະສັບໃນຫ້ອງຮຽນຂອງຜູ້ຕອບ ແບບສອບຖາມ ພົບວ່າ ສ່ວນໃຫຍ່ແລ້ວເຄີຍໃຊ້ໂທລະສັບມືຖື ໃນຫ້ອງຮຽນ ກວມເອົາ 98.6 ສ່ວນ ຮ້ອຍ, ປະເພດກິດຈະກຳທີ່ໃຊ້ໂທລະສັບແມ່ນ ໃຊ້ຜ່ອນຄາຍລະຫວ່າງຮຽນ ກວມເອົາ 31.8 ສ່ວນຮ້ອຍ ເວລາທີ່ໃຊ້ໂທລະສັບໃນຫ້ອງຮຽນແມ່ນ ຫຼາຍກວ່າ 25 ນາທີ ກວມເອົາ 41.4 ສ່ວນຮ້ອຍ, ແຮງຈູງໃຈທີ່ ໃຊ້ໂທລະສັບໃນຫ້ອງຮຽນແມ່ນໃຊ້ເພື່ອປະກອບເຂົ້າໃນການຮຽນ ກວມເອົາ 43.8 ສ່ວນຮ້ອຍ, ມູມມອງ ຂອງອາຈານຕໍ່ການໃຊ້ໂທລະສັບໃນຫ້ອງຮຽນແມ່ນ ຫ້າມໃຊ້ໂທລະສັບໂດຍເດັດຂາດ ກວມເອົາ 57.2 ສ່ວນຮ້ອຍ.
ສໍາລັບຜົນກະທົບການໃຊ້ໂທລະສັບໃນຫ້ອງຮຽນຈໍາແນກອອກເປັນ 2 ຜົນກະທົບ ຄື ຜົນກະທົບ ທີ່ເປັນລົບເຫັນວ່າ: ການໃຊ້ໂທລະສັບໃນຫ້ອງຮຽນມີຄວາມສໍາພັນກັບຜົນການຮຽນ x = 4.25 ແລະ SD = 0.64, ຜົນກະທົບທີ່ເປັນບວກເຫັນວ່າ: ການໃຊ້ໂທລະສັບໃນຫ້ອງຮຽນເຮັດໃຫ້ງ່າຍຕໍ່ການສື່ສານ ແລະ ເຮັດ ວຽກກຸ່ມ x = 4.64 ແລະ SD = 0.58.

Download

Search

Main Menu