404: Not Found ການວາງແຜນກ່ອນຈົບການສຶກສາຂອງນັກສຶກສາຊັ້ນປີທີ 4 ສົກສຶກສາ 2023-2024

    ການວາງແຜນກ່ອນຈົບການສຶກສາຂອງນັກສຶກສາຊັ້ນປີທີ 4 ສົກສຶກສາ 2023-2024

    ການວາງແຜນກ່ອນຈົບການສຶກສາຂອງນັກສຶກສາຊັ້ນປີທີ 4 ສົກສຶກສາ 2023-2024
    Pre-graduation planning for 4th year students in the 2023- 2024 academic year
    ນາງ ປາພັດສອນ ບັນນະວົງ
    ນາງ ອາລິສາ ໄຊມະນີ

    ບົດຄັດຫຍໍ້
    ການສຶກສາຫົວຂໍ້: “ ການວາງແຜນກ່ອນຈົບການສຶກສາຂອງນັກສຶກສາຊັ້ນປີທີ 4
    ສົກສຶກສາ 2023-2024 " ມີຈຸດປະສົ່ງເພື່ອສຶກສາການວາງແຜນ, ການກຽມຄວາມພ້ອມ ແລະ ປັດ ໄຈ ໃນການວາງແຜນກ່ອນຈົບ ຂອງນັກສຶກສາວ່າຫຼັງຈາກສໍາເລັດການສຶກສາລະດັບປະລິນຍາຕີ ຈາກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ຈໍານວນ 289 ຄົນ ຈາກການຄໍານວນຈາກກຸ່ມປະຊາກອນທັງໝົດ ໂດຍນໍາໃຊ້ສູດຂອງ Taro Yamane, ເຄື່ອງມືທີ່ໃຊ້ ໃນການລວບລວມຂໍ້ມູນໃນຄັ້ງນີ້ແມ່ນໄດ້ນໍາໃຊ້ແບບສອບຖາມ, ການສຶກສາຄັ້ງນີ້ເປັນການສຶກສາ ທາງດ້ານປະລິມານ, ການວິເຄາະຂໍ້ມູນຫາຄ່າຄວາມຖີ່, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສ່ວນຮ້ອຍ ໂດຍການນໍາໃຊໂປຣແກຣມ SPSS.
    ຈາກຜົນການສຶກສາເຫັນວ່າ: ຜູ້ຕອບແບບສອບຖາມສ່ວນຫຼາຍແມ່ນເພດຍິງກວມເອົາ 53.3
    ສ່ວນຮ້ອຍ, ມີອາຍຸລະຫວ່າງ 20-22 ປີ ກວມເອົາ 69.2 ສ່ວນຮ້ອຍ, ຜູ້ຕອບແບບສອບຖາມສ່ວນ ຫຼາຍແມ່ນຮຽນຢູ່ພາກວິຊາບໍລິຫານ ກວມເອົາ 37.7 ສ່ວນຮ້ອຍ, ອາຊີບແມ່ຂອງຜູ້ຕອບແບບສອບ ຖາມສ່ວນຫຼາຍແມ່ນ ທຸລະກິດສ່ວນຕັວ ກວມເອົາ 37.0 ສ່ວນຮ້ອຍ, ອາຊີບພໍ່ຂອງຜູ້ຕອບແບບ ສອບຖາມສ່ວນຫຼາຍແມ່ນ ພະນັກງານລັດ ກວມເອົາ 30.8 ສ່ວນຮ້ອຍ.
    ຈາກຜົນການສຶກສາການວາງແຜນຮຽນຕໍ່ຂອງນັກສຶກສາ ແມ່ນເລືອກສຶກສາຕໍ່ຕ່າງປະເທດ ກວມເອົາ 74.2 ສ່ວນຮ້ອຍ, ເລືອກໃຊ້ທຶນຕົນເອງ ກວມເອົາ 68.3 ສ່ວນຮ້ອຍ, ພິຈາລະນາຈາກ ປັດໄຈຍ່ອຍທີ່ນັກສຶກສາໃຫ້ຄວາມສໍາຄັນຫຼາຍທີ່ສຸດແລ້ວແມ່ນ: ສາມາດສ້າງຄວາມກ້າວໜ້າໃນໜ້າ ທີ່ວຽກງານຂອງທ່ານ (X= 4.15. S.D=0.88) ຈັດຢູ່ໃນລະດັບຄວາມສໍາຄັນຫຼາຍ. ຈາກຜົນການ ສຶກສາການວາງແຜນປະກອບອາຊີບກ່ອນຈົບຂອງນັກສຶກສາ ເລືອກເຮັດ ທຸລະກິດສ່ວນຕັວ ກວມ ເອົາ 32.9 ສ່ວນຮ້ອຍ ແລະ ພິຈາລະນາຈາກປັດໄຈຍ່ອຍດ້ານຕ່າງໆ ນັກສຶກສາໃຫ້ຄວາມສໍາຄັນ ຫຼາຍໃນທຸກດ້ານ ໂດຍສະເພາະການວາງແຜນດ້ານງົບປະມານທີ່ມີລະດັບຄວາມສໍາຄັນຫຼາຍທີ່ສຸດ (X= 4.00, S.D= 0.66).

    Download

    Search

    © 2021 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

    Main Menu