ແຮງຈູງໃຈໃນການປະຕິບັດງານຂອງພະນັກງານໂຮງງານຜະລິດເຂົ້າໜົມ ສາຍຂອງ ຈຳກັດຜູ້ດຽວ
Motivation factors influencing employees performance at Saikhong confectionery factory sole Co.,LTD.
ນາງ ກະຢົວວ່າງ ຢົງເຢຍ
ນາງ ຊົ່ວລໍ່ ປ່າເຢັ້ງ
ບົດຄັດຫຍໍ້
ການສຶກສາ ແຮງຈູງໃຈໃນການປະຕິບັດງານຂອງພະນັກງານໂຮງງານຜະລິດເຂົ້າໜົມສາຍ ຂອງ ຈຳກັດຜູ້ດຽວ ໂດຍມີ 2 ຈຸດປະສົງຄື:ປະເມີນລະດັບແຮງຈູງໃຈໃນການປະຕິບັດງານຂອງ ພະນັກງານໂຮງງານຜະລິດເຂົ້າໜົມສາຍຂອງ ຈຳກັດຜູ້ດຽວ, ປຽບທຽບແຮງຈູງໃຈໃນການ ປະຕິບັດງານຂອງພະນັກງານໂຮງງານຜະລິດເຂົ້າໜົມສາຍຂອງ ຈຳກັດຜູ້ດຽວ ໂດຍຈໍາແນກຕາມ: ເພດ, ອາຍຸ, ລະດັບການສຶກສາ ແລະ ລາຍໄດ້ສະເລ່ຍຕໍ່ເດືອນ. ກຸ່ມຕົວຢ່າງມີຈໍານວນທັງໝົດ 97 ຄົນ,ຮູບແບບການຄົ້ນຄ້ວາເປັນປະລິມານ, ສະຖິຕິທີ່ໃຊ້ແມ່ນຄວາມຖີ່, ຄ່າສວ່ນຮ້ອຍ, ຄ່າສະເລ່ຍ,ຄ່າ ຜັນປ່ຽນມາດຕະຖານ, ຄ່າແຕກຕ່າງ (sig) ແລະ ທົດສອບສົມມຸດຖານດ້ວຍສະຖິຕິ t- test ແລະ (One-Way ANOVA)
ຜົນການຄົ້ນຄວ້າພົບວ່າ ລະດັບແຮງຈູງໃຈໃນປະຕິບັດງານຂອງພະນັກງານໂຮງງານຜະລິດ ເຂົ້າໜົມສາຍຂອງ ຈຳກັດຜູ້ດຽວ ຕໍ່ປັດໄຈຈູງໃຈດ້ານທຸກດ້ານຈັດຢູ່ໃນລະດັບຫຼາຍ. ດ້ານທີ່ ພະນັກງານມີແຮງຈູງໃຈຫຼາຍທີ່ສຸດແມ່ນ ດ້ານຄວາມສໍາເລັດຂອງວຽກ (X=3.97), ຮອງມາດ້ານ ການຍອມຮັບນັບຖື (X=3.83),, ດ້ານຄວາມຮັບຜິດຊອບ (X=3.82), ດ້ານລັກສະນະຂອງງານ (X=3.79) ແລະ ດ້ານຄວາມກ້າວໜ້າ (X=3.75). ສ່ວນປັດໄຈບຳລຸງຮັກສາດ້ານທຸກດ້ານຈັດຢູ່ໃນ ລະດັບຫຼາຍ ດ້ານທີ່ພະນັກງານມີແຮງຈູງໃຈຫຼາຍທີ່ສຸດແມ່ນ ດ້ານຄວາມໝັ້ນຄົງຂອງການເຮັດ ວຽກ (X=3.90), ຖັດມາດ້ານຄວາມສໍາພັນກັບຫົວໜ້າ (X=385). ດ້ານຄວາມສໍາພັນກັບເພື່ອນ ຮ່ວມງານ (X=3.81), ດ້ານສະພາບແວດລ້ອມການເຮັດວຽກ (X=3.80). ດ້ານນະໂຍບາຍ ແລະ ການບໍລິຫານ (X=3.74) ແລະ ດ້ານຄ່າຕອບແທນ (X=3.68).
ພະນັກງານໂຮງງານຜະລິດເຂົ້າໜົມສາຍຂອງ ຈຳກັດຜູ້ດຽວ ທີ່ມີອາຍຸ, ລະດັບການສຶກສາ ແລະ ລາຍໄດ້ສະເລ່ຍຕໍ່ເດືອນມີລະດັບແຮງຈູງໃຈໃນປະຕິບັດງານກັບປັດໄຈຈູງໃຈ ແລະ ປັດໄຈ ບຳລຸງຮັກສາແຕກຕ່າງກັນ ມີຄວາມສໍາຄັນທາງສະຖິຕິທີ່ລະດັບ 0.05 ສວ່ນເພດບໍ່ແຕກຕ່າງກັນ.
Download