ປັດໄຈທີ່ມີຜົນຕໍ່ການເລືອກໃຊ້ບໍລິການຮ້ານຂາຍຢາງລົດໃຫຍ່ ຮ້ານ ສ. ສະຫງວນ ການຢາງ
Factors Affecting Using Services Of S. Sanguan Tire Repair Shop
ນາງ ມະນີຄອນ ເພັດລີວົງ
ນາງ ກຸ້ງນາ ກາສີແສງເພັດ
ບົດຄັດຫຍໍ້
ການສຶກສາປັດໄຈທີ່ມີຜົນຕໍ່ການເລືອກໃຊ້ບໍລິການຮ້ານ ສ.ສະຫງວນ ການຢາງ ໃນຄັ້ງນີ້ ມີວັດຖຸປະສົງເພື່ອ ສຶກສາພຶດຕິກຳການໃຊ້ບໍລິການ ແລະ ປຽບທຽບລະດັບຄວາມສໍາຄັນຂອງປັດ ໄຈທີ່ມີຜົນຕໍ່ການເລືອກໃຊ້ບໍລິການຢູ່ ຮ້ານ ສ. ສະຫງວນ ການຢາງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ດ້ານປະຊາກອນ ຈາກຜູ້ຕອບແບບສອບຖາມທັງໝົດຈໍານວນ 400 ທ່ານ ດ້ານການປະເມີນທາງສະຖິຕິໂດຍວິທີການສຶກສາແບບປະລິມານ ແລ້ວນໍາມາສ້າງເປັນແບບສອບ ຖາມ (Questionaire) ເພື່ອເປັນເຄື່ອງມືທີ່ໃຊ້ໃນການຮວບຮວມຂໍ້ມູນທີ່ຕ້ອງການແລ້ວ ນໍາໃຊ້ໂປຣ ແກຣມສໍາເລັດຮູບ ເຂົ້າໃນການວິເຄາະຂໍ້ມູນ ແລະ ໄດ້ນໍາເອົາມາອະທິບາຍໂດຍ ຄ່າຄວາມຖີ່, ຄ່າ ສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າຜິດດ່ຽງມາດຕະຖານ.
ຜົນການສຶກສາພົບວ່າ: ສ່ວນໃຫຍ່ແມ່ນເພດຊາຍມີອາຍຸ ຕໍ່າກວ່າ 35 ປີ, ຈົບການສຶກ ສາລະດັບຊັ້ນປະລິນຍາຕີ, ສະຖານະພາບໂສດ ມີທຸລະກິດສ່ວນຕົວ, ມີລາຍໄດ້ສະເລ່ຍຕໍ່ເດືອນ 6,000,001-9,000,000 ກີບ, ນໍາໃຊ້ລົດໃຫຍ່ຍີ່ຫໍ້, ປະເພດລົດໃຫຍ່ກະບະ, ມີການໃຊ້ງານລົດ ໃຫຍ່ທີ່ຜ່ານມາກ່ອນຈະເຂົ້າມາໃຊ້ບໍລິການ ແມ່ນ 1-3 ປີ ແລະ ຜູ້ທີ່ເຂົ້າມາໃຊ້ບໍລິການສ່ວນໃຫຍ່ ແມ່ນເຈົ້າຂອງລົດໃຫຍ່ທີ່ມາໃຊ້ບໍລິການດ້ວຍຕົນເອງ ເຊິ່ງຈະເປັນລູກຄ້າທີ່ໃຊ້ບໍລິການຄັ້ງທີ່ 2-5 ໂດຍໃຊ້ບໍລິການໃນແຕ່ລະຄັ້ງຫຼາຍຢ່າງພ້ອມກັນ ແຕ່ການເຂົ້າມາໃຊ້ບໍລິການພາຍໃນ ຮ້ານ ສ. ສະຫງວນ ການຢາງ ແມ່ນການປ່ຽນຢາງລົດໃຫຍ່ ແລະ ຈອດຢາງລົດໃຫຍ່ ສ່ວນໃຫຍ່ມີຄ່າໃຊ້ ຈ່າຍສະເລ່ຍຕໍ່ຄັ້ງແມ່ນ 50,000 - 200,000 ກີບ, ມີສາເຫດຫຼັກມາຈາກການແນະນໍາຈາກຕົນ ເອງທີ່ຄົ້ນຫາທາງອອນລາຍ.
ສະຫຼຸບຜົນການສຶກສາລະດັບສໍາຄັນຂອງປັດໄຈທາງການຕະຫຼາດ ໂດຍພາບລວມແລ້ວ ລູກຄ້າແມ່ນໃຫ້ຄວາມສໍາຄັນຢູ່ໃນລະດັບຫຼາຍ ແລະ ເມື່ອພິຈາລະນາທຸກປັດໄຈມີຄວາມສໍາຄັນຢູ່ ໃນລະດັບຫຼາຍ ໂດຍລຽງຈາກຫຼາຍຫາໜ້ອຍແລ້ວ ເຫັນວ່າ: ປັດໄຈດ້ານຜະລິດຕະພັນ, ດ້ານ ລາຄາ, ປັດໄຈດ້ານຊ່ອງທາງການຈັດຈຳໜ່າຍ, ປັດໄຈດ້ານບຸກຄະລາກອນ ແລະ ປັດໄຈສຸດທ້າຍ ແມ່ນດ້ານການສົ່ງເສີມການຕະຫຼາດ.
Download