404: Not Found ປັດໄຈທີ່ມີຜົນຕໍ່ຄວາມຜູກພັນອົງກອນຂອງພະນັກງານທະນາຄານການ ຄ້າຕ່າງປະເທດລາວມະຫາຊົນ (ສໍານັກງານໃຫຍ່)

    ປັດໄຈທີ່ມີຜົນຕໍ່ຄວາມຜູກພັນອົງກອນຂອງພະນັກງານທະນາຄານການ ຄ້າຕ່າງປະເທດລາວມະຫາຊົນ (ສໍານັກງານໃຫຍ່)

    ປັດໄຈທີ່ມີຜົນຕໍ່ຄວາມຜູກພັນອົງກອນຂອງພະນັກງານທະນາຄານການ ຄ້າຕ່າງປະເທດລາວມະຫາຊົນ (ສໍານັກງານໃຫຍ່)
    Factors Affecting on Employee's Organizational Commitment in BCEL (Head Office)
    ນາງ ຫຼ້າອຳພອນ ເເກ້ວມະນີວົງ
    ນາງ ນໍ້າເຜິ້ງ ສຸພັນທະວົງ

    ບົດຄັດຫຍໍ້
    ການສຶກສາ ປັດໄຈທີ່ມີຜົນຕໍ່ຄວາມຜູກພັນອົງກອນຂອງພະນັກງານທະນາຄານການຄ້າ ຕ່າງປະເທດລາວມະຫາຊົນ (ສໍານັກງານໃຫຍ່), ມີຈຸດປະສົງເພື່ອ ປະເມີນປັດໄຈທີ່ມີຜົນຕໍ່ຄວາມຜູກ ພັນອົງກອນຂອງພະນັກງານທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ສໍານັກງານໃຫຍ່), ປະເມີນລະດັບຄວາມຜູກພັນຕໍ່ອົງກອນຂອງພະນັກງານທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ສໍານັກງານໃຫຍ່), ກຸ່ມຕົວຢ່າງທີ່ໃຊ້ໃນການຄົ້ນຄວ້າ ແມ່ນພະນັກງານຂອງທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ (ສໍານັກງານໃຫຍ່) ມີຈໍານວນ 263 ຄົນ, ເກັບຮວບຮວມຂໍ້ມູນ ໂດຍເເບບສອບຖາມ ເເລະ ວິເຄາະຂໍ້ມູນໂດຍໃຊ້ໂປຣແກຣມສໍາເລັດຮູບທາງສະຖິຕິຄິດໄລ່ຫາຄ່າ ຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ.
    ຜົນການຄົ້ນຄວ້າກ່ຽວກັບປັດໄຈສ່ວນບຸກຄົນຂອງຜູ້ຕອບເເບບສອບຖາມ ພົບວ່າ ສ່ວນ ຫຼາຍເເມ່ນ ເພດຍິງຫຼາຍ, ສະຖານະພາບເເຕ່ງງານ, ອາຍຸຢູ່ໃນຊ່ວງລະຫວ່າງ 31 - 35 ປີ, ການສຶກສາ ປະລິນຍາຕີ, ໄລຍະເວລາການເຮັດວຽກ 10 ປີຂື້ນໄປ, ຕຳແໜ່ງເປັນພະນັກງານວິຊາການ ເເລະ ມີລາຍ ໄດ້ສະເລ່ຍຕໍ່ເດືອນ 5,000,000 - 9,000,000 ກີບ.
    ລະດັບຄວາມຜູກພັນຕໍ່ອົງກອນຂອງພະນັກງານທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ສໍານັກງານໃຫຍ່) ໂດຍລວມຢູ່ໃນລະດັບຫຼາຍ, ພະນັກງານມີຄວາມຜູກພັນຕໍ່ອົງກອນ ດ້ານຄວາມຮູ້ສຶກໃນລະດັບຫຼາຍ, ຮອງລົງມາເເມ່ນດ້ານບັນທັດຖານທາງສັງຄົມ, ໜ້ອຍກ່ອນໝູ່ເເມ່ນ ດ້ານຄວາມຕໍ່ເນື່ອງ. ປັດໄຈທີ່ມີຜົນຕໍ່ຄວາມຜູກພັນອົງກອນຂອງພະນັກງານໂດຍລວມຢູ່ໃນລະດັບ ຫຼາຍ, ພະນັກງານມີປັດໄຈດ້ານລັກສະນະວຽກຈັດໃນລະດັບຫຼາຍ ເເລະ ຮອງລົງມາເເມ່ນປັດໄຈ ດ້ານປະສົບການໃນການເຮັດວຽກ.

    Download

     

    Search

    © 2021 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

    Main Menu