ປັດໄຈທີ່ມີຜົນຕໍ່ການຕັດສິນໃຈເລືອກຊື້ຜະລິດຕະພັນຂອງ CP ສາຂາ ບ້ານຫົວຊຽງ ເມືອງໄຊທານີ ນະຄອນຫຼວງວຽງຈັນ
Factors affecting CP Product Purchase Decisions In Houaxieng Village, Xaythany District, Vientiane Capital
ທ້າວ ຈັນໄຊ ສຸວັນນະແສງ ທ້າວ ວິລະໄຊ ພົນສະຫວັດດີ
ບົດຄັດຫຍໍ້
ການຄົ້ນຄວ້າໃນຄັ້ງນີ້ ມີຈຸດປະສົງເພື່ອ 1) ປະເມີນພຶດຕິກຳການຊື້ຜະລິດຕະພັນ CP ຂອງ ລູກຄ້າໃນເຂດບ້ານຫົວຊຽງ; 2) ປະເມີນລະດັບຄວາມສໍາຄັນຂອງປັດໄຈ ທີ່ມີຜົນຕໍ່ການຊື້ຜະລິດຕະ ພັນ CP ຂອງລູກຄ້າໃນເຂດບ້ານຫົວຊຽງ; 3) ປຽບທຽບລະດັບຄວາມສໍາຄັນຂອງປັດໄຈ ທີ່ມີຜົນຕໍ່ ການຊື້ຜະລິດຕະພັນ CP ຂອງລູກຄ້າໃນເຂດບ້ານຫົວຊຽງ ໂດຍຈໍາແນກຕາມຂໍ້ມູນສ່ວນຕົວຂອງຜູ້ ຕອບແບບສອບຖາມຄື: ເພດ, ອາຍຸ, ລະດັບການສຶກສາ, ອາຊີບ ແລະ ລາຍໄດ້; ໂດຍກຳນົດກຸ່ມ ຕົວຢ່າງ ຈໍານວນ 250 ຕົວຢ່າງ ຈາກປະຊາກອນທີ່ມາຊື້ຜະລິດຕະພັນຂອງ CP ໃນເຂດບ້ານຫົວຊຽງ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຫຼັກການທີ່ໃຊ້ໃນການວິເຄາະປະກອບມີ ການຊອກຫາຄ່າ ຄວາມຖີ່, ອັດຕາສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ. ໃຊ້ສະຖິຕິທົດສອບ t-test ໃນ ການປຽບທຽບລະດັບຄວາມສໍາຄັນກັບເພດທີ່ມີຄູ່ດຽວ, F-test ປ່ຽບທຽບລະດັບຄວາມສໍາຄັນກັບ ອາຍຸ, ລະດັບການສຶກສາ, ອາຊີບ, ລາຍໄດ້ທີ່ມີສອງຄູຂຶ້ນໄປ ແລະ LSD ເພື່ອຊອກຫາຄູ່ທີ່ແຕກຕ່າງ; ຜົນການສຶກສາພົບວ່າ: ຜູ້ຕອບແບບສອບຖາມສ່ວນໃຫຍ່ແມ່ນເພດຍິງ, ມີອາຍຸລະຫວ່າງ 18-30 ປີ, ລະດັບການສຶກສາ ປະລິນຍາຕີ, ອາຊີບ ພະນັກງານ, ລາຍໄດ້ສະເລ່ຍຕໍ່ເດືອນ 3,510,000 ກີບຂຶ້ນໄປ.
ລູກຄ້າຊື້ຜະລິດຕະພັນ CP ຍ້ອນຜະລິດຕະພັນ CP ມີຄຸນນະພາບດີກວ່າບ່ອນອື່ນ ໂດຍສ່ວນ ໃຫຍ່ແລ້ວ ແມ່ນຊື້ຊີ້ນໝູ, ຈໍານວນ 3-4 ຄັ້ງຕໍ່ເດືອນ ແລະ ມີຄ່າໃຊ້ຈ່າຍ 2-3 ແສນກີບ, ເວລາໃນການ ຊື້ ຫລັງຈາກ 17 ໂມງ, ເລືອກຊື້ຜະລິດຕະພັນ CP ປະເພດແຊ່ແຂງເປັນສ່ວນຫຼາຍ, ບໍ່ມັກອ່ານຂໍ້ມູນ ສ່ວນປະກອບຂອງຜະລິດຕະພັນ CP. ລະດັບຄວາມສໍາຄັນຂອງປັດໄຈ 05 ດ້ານໂດຍພາບລວມມີຄ່າ ສະເລ່ຍ 3.73 ຈັດຢູ່ໃນລະດັບຫຼາຍໂດຍ ລຽງຕາມຄວາມສໍາຄັນໄດ້ແກ່, ດ້ານຜະລິດຕະພັນມີຄ່າ ສະເລ່ຍ 4.13, ດ້ານບຸກຄະລາກອນ 3.84, ດ້ານຊ່ອງທາງການຈັດຈໍາໜ່າຍ 3.84, ດ້ານລາຄາ 3.60, ດ້ານທີ່ໜ້ອຍທີ່ສຸດ ກໍຄືດ້ານສົ່ງເສີມການຕະຫຼາດ ຄ່າສະເລ່ຍ 3.27 ຈັດຢູ່ໃນລະດັບປານກາງ.
ລູກຄ້າທີ່ມີເພດຕ່າງກັນໃຫ້ລະດັບຄວາມສໍາຄັນຕໍ່ປັດໄຈ ດ້ານຜະລິດຕະພັນ, ດ້ານລາຄາ, ດ້ານຊ່ອງທາງການຈັດຈຳໜ່າຍ ແລະ ດ້ານບຸກຄະລາກອນ ແຕກຕ່າງກັນ; ລູກຄ້າທີ່ມີ ອາຍຸຕ່າງກັນ ໃຫ້ລະດັບຄວາມສໍາຄັນຕໍ່ ດ້ານລາຄາ, ດ້ານຊ່ອງທາງການຈັດຈໍາໜ່າຍ ແລະ ດ້ານສົ່ງເສີມການ ຕະຫຼາດ ແຕກຕ່າງກັນ; ລູກຄ້າທີ່ມີລະດັບການສຶກສາຕ່າງກັນ ໃຫ້ລະດັບຄວາມສໍາຄັນຕໍ່ ດ້ານບຸກ ຄະລາກອນ ແຕກຕ່າງກັນ; ລູກຄ້າທີ່ມີອາຊີບຕ່າງກັນ ໃຫ້ລະດັບຄວາມສໍາຄັນໂດຍລວມ ບໍ່ແຕກຕ່າງ ກັນ; ລູກຄ້າທີ່ມີລາຍໄດ້ຕ່າງກັນ ໃຫ້ລະດັບຄວາມສໍາຄັນຕໍ່ ດ້ານລາຄາ, ດ້ານສົ່ງເສີມການຕະຫຼາດ ແລະ ດ້ານບຸກຄະລາກອນ ແຕກຕ່າງກັນ.
Download