ສຶກສາຄວາມເພິ່ງພໍໃຈຂອງລູກຄ້າຕໍ່ສ່ວນປະສົມທາງການຕະຫຼາດ ຂອງ ທະນາຄານພັດທະນາລາວ ຈຳກັດ ສາຂາພາກບໍລິຄໍາໄຊ ເມືອງປາກຊັນ, ແຂວງ ບໍລິຄໍາໄຊ

ສຶກສາຄວາມເພິ່ງພໍໃຈຂອງລູກຄ້າຕໍ່ສ່ວນປະສົມທາງການຕະຫຼາດ ຂອງ ທະນາຄານພັດທະນາລາວ ຈຳກັດ ສາຂາພາກບໍລິຄໍາໄຊ ເມືອງປາກຊັນ, ແຂວງ ບໍລິຄໍາໄຊ
Customer's Satisfaction towards of Marketing Mix Lao Development Bank Co., Ltd, Borikhamxay Branch, Paksan District, Borikhamxay Province
ທ້າວ ນັນທະຫວັດ ໄຊຍະຈັກ
ທ້າວ ຈີລະພັດ ພຸດທະວົງ

ບົດຄັດຫຍໍ້
ການສຶກສາຄວາມເພິ່ງພໍໃຈການໃຊ້ບໍລິການຂອງລູກຄ້າທີ່ໃຊ້ບໍລິການ ທະນາຄານ ພັດທະນາລາວ ຈຳກັດ ສາຂາພາກບໍລິຄໍາໄຊ, ເມືອງ ປາກຊັນ, ແຂວງ ບໍລິຄໍາໄຊ ຄັ້ງນີ້ໂດຍມີ ຈຸດປະສົງ: ປະເມີນຄວາມເພີ່ງພໍໃຈຂອງລູກຄ້າຕໍ່ການໃຊ້ບໍລິການ, ປະເມີນປຽບທຽບຄວາມເພິ່ງ ພໍໃຈຕໍ່ສ່ວນປະສົມທາງການຕະຫຼາດ. ໂດຍກຸ່ມປະຊາກອນທີ່ໃຊ້ໃນການສຶກສາແມ່ນລູກຄ້າທີ່ມາ ໃຊ້ບໍລິການທະນາຄານພັດທະນາລາວ ກຸ່ມຕົວຢ່າງຈໍານວນ 385 ຄົນ, ລວມເອົາປັດໄຈທາງດ້ານ ປະຊາກອນສາດໃນດ້ານ ເພດ, ອາຍຸ, ລະດັບການສຶກສາ, ອາຊີບ, ລາຍໄດ້. ໃນການຄົ້ນຄວ້າ ເປັນລັກສະນະຮູບແບບປະລິມານ, ສະຖິຕິທີ່ໃຊ້ໃນການຄົ້ນແມ່ນຄ່າຄວາມຖີ່, ຄ່າສ່ວນຮ້ອຍ ແລະ ຄ່າຜັນປ່ຽນມາດຕະຖານ. ສໍາລັບການທົດສອບສົມມຸດຖານແມ່ນໃຊ້ສະຖິຕິຄ່າທີ t-test ແລະ One- Way ANOVA (F-test) ຄວາມສໍາຄັນທາງສະຖິຕິທີ່ລະດັບ 0.05.
ຜົນການສຶກສາພົບວ່າ: ລູກຄ້າສ່ວນໃຫຍ່ເປັນເພດຍິງ, ມີອາຍຸຕໍ່າກວ່າ 25 ປີ, ມີລະດັບ ການສຶກສາປະລິນຍາຕີ, ມີອາຊີບນັກທຸລະກິດ/ຄ້າຂາຍ, ມີລາຍໄດ້ສະເລ່ຍຕໍ່ເດືອນ 2,500,001- 5,500,000 ກີບ; ຄວາມເພິ່ງພໍໃຈ (ດ້ານຜະລິດຕະພັນ, ດ້ານລາຄາ, ດ້ານສະຖານທີ່, ດ້ານການ ສົ່ງເສີມການຂາຍ, ດ້ານບຸກຄະລາກອນ, ດ້ານຂະບວນການ ແລະ ດ້ານສິ່ງແວດລ້ອມທາງກາຍະ ພາບ) ໂດຍລວມຢູ່ໃນລະດັບຫຼາຍທີ່ສຸດ; ການທົດສອບສົມມຸດຖານພົບວ່າ: ລູກຄ້າທີ່ມີເພດ, ລະດັບການສຶກສາ, ອາຊີບ ແລະ ລາຍໄດ້ສະເລ່ຍຕໍ່ເດືອນຕ່າງກັນມີລະດັບຄວາມເພິ່ງພໍໃຈຕໍ່ດ້ານ ສ່ວນປະສົມທາງການຕະຫຼາດຂອງທະນາຄານພັດທະນາລາວ ສາຂາພາກບໍລິຄໍາໄຊ ດ້ານ ຜະລິດຕະພັນ, ດ້ານລາຄາ, ດ້ານສົ່ງເສີມການຂາຍ, ດ້ານບຸກຄະລາກອນ, ດ້ານຂະບວນການໃຫ້ ບໍລິການ ແລະ ດ້ານສິ່ງແວດລ້ອມທາງກາຍະພາບມີລະດັບຄວາມເພິ່ງພໍໃຈແມ່ນມີຄວາມແຕກ ຕ່າງກັນ. ສ່ວນລູກຄ້າທີ່ມີອາຍຸຕ່າງກັນມີລະດັບຄວາມເພິ່ງພໍໃຈຕໍ່ດ້ານສ່ວນປະສົມທາງການ ຕະຫຼາດຂອງທະນາຄານພັດທະນາລາວ ສາຂາພາກບໍລິຄໍາໄຊ ດ້ານຜະລິດຕະພັນ, ດ້ານ ສະຖານທີ່ມີຄວາມເພິ່ງພໍໃຈຕໍ່ສ່ວນປະສົມທາງການຕະຫຼາດມີລະດັບຄວາມເພິ່ງພໍໃຈແມ່ນບໍ່ມີ ຄວາມແຕກຕ່າງກັນ. ມີລະດັບຄວາມສໍາຄັນທາງສະຖິຕິ 0.05

Download

 

Search

Main Menu