404: Not Found ພຶດຕິກຳ ແລະ ປັດໄຈທີ່ມີຜົນຕໍ່ການຕັດສິນໃຈເລືອກໃຊ້ບໍລິການຮ້ານ ຊີ້ນດາດດາດເອງ

    ພຶດຕິກຳ ແລະ ປັດໄຈທີ່ມີຜົນຕໍ່ການຕັດສິນໃຈເລືອກໃຊ້ບໍລິການຮ້ານ ຊີ້ນດາດດາດເອງ

    ພຶດຕິກຳ ແລະ ປັດໄຈທີ່ມີຜົນຕໍ່ການຕັດສິນໃຈເລືອກໃຊ້ບໍລິການຮ້ານ ຊີ້ນດາດດາດເອງ
    Behavior and Factors Affecting Decision of Consumers in Selection of DardEng Restaurant
    ນາງ ລັດດາສະຫວັນ ບົວລິວັນ
    ນາງ ບຸນທະວີ ເກດສະດາສັກ

    ບົດຄັດຫຍໍ້
    ການສຶກສາໃນເລື່ອງ “ ພຶດຕິກຳ ແລະ ປັດໄຈທີ່ມີຜົນຕໍ່ການຕັດສິນໃຈເລືອກໃຊ້ບໍລິການຮ້ານ ຊີ້ນດາດດາດເອງ " ຜູ້ຄົ້ນຄວ້າໄດ້ກຳນົດຈຸດປະສົງຄື: 1. ປັດໄຈທີ່ເຮັດໃຫ້ລູກຄ້າເລືອກໃຊ້ບໍລິການ ຮ້ານຊີ້ນດາດດາດເອງ 2. ປະເມີນລະດັບປັດໄຈທີ່ມີຜົນໃນການຕັດສິນໃຈເລືອກໃຊ້ບໍລິການຮ້ານ ຊີ້ນດາດດາດເອງ ໂດຍຈໍາແນກຕາມປັດໄຈສ່ວນບຸກຄົນຄື: ເພດ, ອາຍຸ, ລະດັບການສຶກສາ, ອາຊີບ , ລາຍໄດ້ສະເລ່ຍຕໍ່ເດືອນ; ປະຊາກອນທີ່ໃຊ້ສຶກສາ ໄດ້ແກ່ ລູກຄ້າເລືອກໃຊ້ບໍລິການຮ້ານຊີ້ນດາດ ດາດເອງທີ່ບໍ່ຮູ້ຈໍານວນ: ໄດ້ກຸ່ມຕົວຢ່າງຈໍານວນ 385 ຄົນ; ເປັນການສຶກສາແບບປະລິມານ; ນໍາໃຊ້ ສະຖິຕິ ຄ່າສະເລ່ຍ, ຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າຜັນປ່ຽນມາດຕະຖານຜົນຂອງການຄົ້ນຄວ້າ ພົບວ່າ : ລູກຄ້າທີ່ມາໃຊ້ບໍລິການສ່ວນໃຫຍ່ແມ່ນ ເພດຍິງ, ອາຍຸລະຫວ່າງ 21-30 ປີ, ລະດັບການສຶກ ສາປະລິນຍາຕີ, ນັກສຶກສາມີລາຍໄດ້ສະເລ່ຍຕໍ່ເດືອນແມ່ນ 2,500,000-3,000,000; ລູກຄ້າໃຫ້ ລະດັບປັດໄຈສ່ວນປະສົມທາງການຕະຫຼາດ; ໃນນັ້ນລູກຄ້າໃຫ້ລະດັບຄວາມສໍາຄັນກວ່າໝູ່ແມ່ນ ດ້ານລາຄາໂດຍມີຄ່າສະເລ່ຍຈັດຢູ່ໃນ 4.52 ຈັດຢູ່ໃນລະດັບຫຼາຍທີ່ສຸດ, ຮອງລົງມາແມ່ນປັດໄຈດ້ານ ຜະລິດຕະພັນແລະບໍລິການ, ດ້ານທີ່ຕັ້ງ, ດ້ານບຸກຄະລາກອນ, ໂດຍມີຄ່າສະເລ່ຍຢູ່ໃນ 4.41 ຈັດຢູ່ ໃນລະດັບຫຼາຍ; ສ່ວນລູກຄ້າໃຫ້ລໍາດັບຄວາມສໍາຄັນຕໍ່າກວ່າໝູ່ແມ່ນດ້ານສົ່ງເສີມການຕະຫຼາດໂດຍ ມີຄ່າສະເລ່ຍ 4.16 ຈັດຢູ່ໃນລະດັບຫຼາຍ; ລູກຄ້າທີ່ມີເພດ, ອາຍຸ, ລະດັບການສຶກສາ, ອາຊີບ, ລາຍ ໄດ້ສະເລ່ຍຕໍ່ເດືອນຕ່າງກັນໃຫ້ລະດັບຄວາມສໍາຄັນຕໍ່ສ່ວນປະສົມທາງການຕະຫຼາດຕ່າງກັນທຸກ ດ້ານ ທີ່ລະດັບຄວາມສໍາຄັນທາງສະຖິຕິເປັນ 0.

    Download

     

    Search

    © 2021 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ

    Main Menu