ສຶກສາພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ໃຊ້ບໍລິການເຮືອນ ພັກໃນເຂດເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ

ສຶກສາພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ໃຊ້ບໍລິການເຮືອນ ພັກໃນເຂດເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Study the Satisfaction Using Service Guesthouse of Customers in Sikottabong District, Vientiane Capital
ນາງ ນ້ອຍໜິງຄໍາ ແກ້ວດວງຕາ
ນາງ ເພັດ ລໍວັນນາ

ບົດຄັດຫຍໍ້
ໃນການສຶກສາໃນຄັ້ງນີ້ແມ່ນ ສຶກສາພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ໃຊ້ ບໍລິການເຮືອນພັກໃນເຂດເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍມີຈຸດປະສົງຄື: ເພື່ອ ຊອກຮູ້ພຶດຕິກຳການເຂົ້າໃຊ້ບໍລິການເຮືອນພັກຂອງລູກຄ້າໃນເຂດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ເພື່ອສຶກສາລະດັບຄວາມເພິ່ງພໍໃຈຂອງລູກຄ້າທີ່ເຂົ້າໃຊ້ບໍລິການເຮືອນ ພັກໃນເຂດເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ. ໃນການຄົ້ນຄວ້າແມ່ນນໍາໃຊ້ຮູບແບບ ປະລິມານ ນໍາໃຊ້ແບບສອບຖາມເກັບກຳຂໍ້ມູນຈາກຈໍານວນ 385 ຕົວຢ່າງ ແລະ ໃຊ້ສະຖິຕິຄ່າຄວາມຖີ່, ຄ່າສ່ວນຮ້ອຍ ແລະ ຄ່າຜັນປ່ຽນມາດຕະຖານ.
ຜົນການສຶກສາພົບວ່າ: ລູກຄ້າທີ່ມາໃຊ້ບໍລິການເຮືອນພັກໃນເຂດເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ສ່ວນໃຫຍ່ແມ່ນເພດຊາຍ, ອາຍຸລະຫວ່າງ 26 – 35 ປີ, ມີສະຖານະພາບ ແຕ່ງງານ ແລ້ວ, ລະດັບການສຶກສາປະລິນຍາຕີ ສ່ວນໃຫຍ່ປະກອບອາຊີບ ຄ້າຂາຍ, ມີລາຍຮັບສະເລ່ຍຕໍ່ ເດືອນລະຫວ່າງ 4,000,001 - 5,000,000 ກີບ ແລະ ມີພູມລໍາເນົາໃນພາກກາງ. ຜົນການສຶກສາ ພຶດຕິກຳຂອງລູກຄ້າພົບວ່າ ສ່ວນໃຫຍ່ລູກຄ້າເຄີຍມາພັກເຮືອນພັກໃນເຂດເມືອງ ສີໂຄດຕະບອງ ຈໍານວນ 1 - 2 ຄັ້ງ/ປີ, ໄລຍະເວລາໃນການເຂົ້າພັກ 1 ຄືນ/ຄັ້ງ, ໂດຍຮູ້ຂໍ້ມູນຈາກໝູ່ເພື່ອນ, ຄອບຄົວ, ມາພັກເພື່ອຕິດຕໍ່ງານ/ທຸລະກິດ, ສ່ວນໃຫຍ່ແມ່ນມາພັກຄົນດຽວ ແລະ ໄດ້ວາງງົບປະມານຄ່າໃຊ້ຈ່າຍ ທີ່ພັກໄວ້ ຕໍ່າກວ່າ 300,000 ກີບ/ຄືນ, ເຫດຜົນໃນການເລືອກໃຊ້ບໍລິການເຮືອນພັກ ໃນເຂດເມືອງ ສີ ໂຄດຕະບອງ ນະຄອນຫຼວງວຽງຈັນ ຍ້ອນມີການເດີນທາງໄປມາສະດວກ. ຜົນການປະເມີນລະດັບ ຄວາມເພິ່ງພໍໃຈຂອງລູກຄ້າໃນການໃຊ້ບໍລິການເຮືອນພັກ ໃນເຂດເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ຂອງສ່ວນປະສົມທາງການຕະຫຼາດ ໃນປັດໄຈດ້ານສົ່ງເສີມການຕະຫຼາດ ໂດຍລວມຈັດຢູ່ໃນລະດັບ ປານກາງ, ເມື່ອພິຈາລະນາປັດໄຈແຕ່ລະດ້ານຕາມລໍາດັບເຫັນໄດ້ວ່າ: ປັດໄຈ ດ້ານລາຄາ ໂດຍຈັດຢູ່ໃນລະດັບ ຫຼາຍ, ຮອງລົງມາແມ່ນປັດໄຈດ້ານຊ່ອງທາງການຈໍາໜ່າຍ, ດ້ານ ລັກສະນະທາງກະຍະພາບ, ດ້ານຂະບວນການໃຫ້ບໍລິການ, ປັດໄຈດ້ານຜະລິດຕະພັນການບໍລິການ, ປັດໄຈດ້ານສົ່ງເສີມການຕະຫຼາດ, ປັດໄຈດ້ານບຸກຄະລາກອນ, ເຊິ່ງທັງ 6 ປັດໄຈດັ່ງກ່າວນີ້ ແມ່ນຈັດ ຢູ່ໃນລະດັບ ຄວາມເພິ່ງພໍໃຈ ລະດັບປານກາງ.

Download

Search

Main Menu