ຄວາມຄິດເຫັນຕໍ່ກັບການໄດ້ຮັບການຝຶກອົບຮົບ ແລະ ຜົນການປະຕິບັດ ງານຂອງພະນັກງານໂຮງແຮມ ຄຣາວ ພລາຊ່າ ວຽງຈັນ

ຄວາມຄິດເຫັນຕໍ່ກັບການໄດ້ຮັບການຝຶກອົບຮົບ ແລະ ຜົນການປະຕິບັດ ງານຂອງພະນັກງານໂຮງແຮມ ຄຣາວ ພລາຊ່າ ວຽງຈັນ
The Opinions Towards Receiving Training and Performance of Crowne Plaza Vientiane Hotel's Employees
ນາງ ລະລິນທິບ ເມືອງວົງ
ນາງ ມະໂນລັກ ຄົງສະຫວັນ

ບົດຄັດຫຍໍ້
ໃນການສຶກສາຄັ້ງນີ້ມີຈຸດປະສົງເພື່ອສຶກສາຄວາມຄິດເຫັນຕໍ່ກັບການໄດ້ຮັບການຝຶກອົບຮົບ ແລະ ຜົນການປະຕິບັດງານຂອງພະນັກງານໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ມີຈຸດປະສົງເພື່ອ 1) ຄວາມຄິດເຫັນຂອງພະນັກງານຕໍ່ກັບການພັດທະນາຊັບພະຍາກອນມະນຸດດ້ານການຝຶກອົບຮົບ ຂອງພະນັກງານໂຮງແຮມ ຄຣາວ ພລາຊ່າ ວຽງຈັນ, 2) ຄວາມຄິດເຫັນຕໍ່ກັບຜົນການປະຕິບັດງານ ຂອງພະນັກງານໂຮງແຮມ ຄຣາວ ພລາຊ່າ ວຽງຈັນ. ຊຶ່ງປະຊາກອນທີ່ໃຊ້ໃນການສຶກສາຄັ້ງນີ້ ແມ່ນພະນັກງານໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ນໍາໃຊ້ກຸ່ມຕົວຢ່າງທັງໝົດ 172 ຄົນ ເຊິ່ງຜູ້ ສຶກສາໄດ້ເລືອກການໃຊ້ແນວທາງເຊີງປະລິມານ (Quantitative Research) ໂດຍການສຶກສາສໍາ ຫຼວດດ້ວຍການໃຊ້ແບບສອບຖາມ (Questionnaire) ຜ່ານທາງອອນລາຍ ເປັນເຄື່ອງມືໃນການ ເກັບຮວມຮວມຂໍ້ມູນ ເຄື່ອງມືທີ່ໃຊ້ໃນການວິເຄາະຂໍ້ມູນໃນຄັ້ງນີ້ແມ່ນໃຊ້ໂປຣແກຣມ SPSS ເປັນ ການວິເຄາະສະຖິຕິແບບພັນລະນາ, ຄ່າສະຖິຕິທີ່ໃຊ້ປະກອບດ້ວຍຄວາມຖີ່, ຄ່າສ່ວນຮ້ອຍ ແລະ ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານເຊິ່ງສາມາດສະຫຼຸບຜົນການຄົ້ນຄວ້າດັ່ງນີ້:
ຜູ້ຕອບແບບສອບຖາມສ່ວນຫຼາຍເປັນເພດຍິງ, ອາຍຸຢູ່ລະຫວ່າງ 21-25 ປີ, ສ່ວນຫຼາຍມີວຸດ ການສຶກສາຕໍ່າກວ່າປະລິນຍາຕີ, ສ່ວນຫຼາຍມີໄລຍະການເຮັດວຽກ 1-2 ປີ ແລະ ສ່ວນຫຼາຍເປັນ ພະນັກງານພະແນກຫ້ອງຄົວ, ສ່ວນຫຼາຍເຄີຍຜ່າຍການຝຶກອົບຮົມ 5-6 ຄັ້ງ, ເວລາທີ່ໃຊ້ໃນການ ຝຶກອົບຮົມສ່ວນຫຼາຍແມ່ນ 4 ວັນ.
ພະນັກງານໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ມີຄວາມຄິດເຫັນຕໍ່ກັບການຝຶກອົບຮົບ ໂດຍລວມຢູ່ໃນລະດັບເຫັນດີຫຼາຍທີ່ສຸດ (X = 4.38), ຮອງລົງມາແມ່ນດ້ານປະລິມານວຽກ ໂດຍລວມຢູ່ໃນລະດັບເຫັນດີຫຼາຍທີ່ສຸດ (X = 4.27), ດ້ານຄຸນນະພາບຂອງວຽກໂດຍລວມຢູ່ໃນ ລະດັບເຫັນດີຫຼາຍທີ່ສຸດ (X = 4.26), ດ້ານທັກສະໂດຍລວມຢູ່ໃນລະດັບຄວາມຄິດເຫັນຫຼາຍທີ່ສຸດ (X = 4.25), ດ້ານເວລາໃນການເຮັດວຽກ ໂດຍລວມຢູ່ໃນລະດັບເຫັນດີຫຼາຍທີ່ສຸດ (X = 4.24) ແລະ ດ້ານການພັດທະນາໂດຍລວມຢູ່ໃນລະດັບຄວາມຄິດເຫັນຫຼາຍທີ່ສຸດ (X = 4.21) ຕາມ ລໍາດັບໂດຍພາບລວມແລ້ວເຫັນວ່າພະນັກງານແມ່ນມີຜົນການປະຕິບັດງານໃນລະດັບດີຫຼາຍທີ່ສຸດ.

Download

 

Search

Main Menu