ພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ໃຊ້ບໍລິການຮ້ານ ທຣີຄອຟ ສາຂາ ຊ້າງຄູ ເມືອງໄຊທານີ ນະຄອນຫຼວງວຽງຈັນ
Behavior and Satisfaction on Customers Statisfaction of Treekoff Coffe Service Xangkhou Unit Xaythany District, Vientiane Capital
ນາງ ພອນໄມຕີ ແສນຄໍາ
ນາງ ສຸລິດາ ແກ້ວດາວອນ
ບົດຄັດຫຍໍ້
ສຶກສາພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການ ຮ້ານ ທຣີຄອຟ ສາຂາຊ້າງຄູ້, ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງມີ 2 ວັດຖຸປະສົງການຄົ້ນຄ້ວາຄື: 1). ຊອກຮູ້ ພຶດຕິກຳຂອງລູກຄ້າໃນການເຂົ້າມາໃຊ້ບໍລິການທາງຮ້ານ ທຣີຄອຟ ສາຂາຊ້າງຄູ້, ເມືອງໄຊທານີ ນະຄອນຫຼວງວຽງຈັນ. 2) ປະເມີນລະດັບຄວາມເພິ່ງພໍໃຈຂອງລູກຄ້າທີ່ມີຕໍ່ການໃຫ້ບໍລິການ ຂອງ ຮ້ານ ທຣີຄອຟ ສາຂາຊ້າງຄູ້, ເມືອງໄຊທານີ ນະຄອນຫຼວງວຽງຈັນ. ການສຶກສາໃນຄັ້ງນີ້ແມ່ນໃຊ້ ແບບສອບຖາມເປັນເຄື່ອງມືໃນການເກັບກຳຂໍ້ມູນໂດຍໃຊ້ກຸ່ມຕົວຢ່າງທີ່ເຄີຍເຂົ້າໃຊ້ບໍລິການ ຮ້ານ ທຣີຄອຟ ສາຂາຊ້າງຄູ ມີຈໍານວນ 385 ຄົນ. ຊອກຫາຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜັນ ປ່ຽນມາດຕະຖານ.
ຜົນການວິເຄາະຂໍ້ມູນຂອງຜູ້ຕອບແບບສອບຖາມສ່ວນຫຼາຍເປັນ ເພດຍິງ, ອາຍຸ 21 - 30 ປີ ລະດັບການສຶກສາ ປະລິນຍາຕີ ອາຊີບເປັນພະນັກງານເອກະຊົນ ລາຍໄດ້ ຫຼາຍກວ່າ 3,500,000 ກີບ ຜົນການສຶກສາພຶດຕິກຳ: ຮູ້ຈັກຮ້ານ ທຣີຄອຟ ການໂຄສະນາທາງສື່ອອນລາຍ, ປະເພດເຄື່ອງ ດື່ມທີ່ທ່ານກິນປະຈໍາ ກາເຟ, ປະເພດແຊນວິດ ແລະ ເຂົ້າຫນົມຫວານ ຄົວຊ່ອງ, ເຂົ້າໃຊ້ບໍລິການທີ່ ຮ້ານກາເຟ 2-3 ຄັ້ງ/ທິດ, ຄ່າໃຊ້ຈ່າຍໃນການຊື້ຕໍ່ຄັ້ງ 28,000 - 50,000 ກີບ, ເຫດຜົນໃນການ ເລືອກໃຊ້ບໍລິການ, ສະດວກໃນການເຂົ້າໃຊ້ບໍລິການບໍລິໂພກຢູ່ຮ້ານຊ່ວງເວລາທີ່ທ່ານມາໃຊ້ ບໍລິການໂມງ, ວັນເຂົ້າມາໃຊ້ບໍລິການຫຼາຍທີ່ສຸດ ວັນພຸດ, ມາໃຊ້ບໍລິການກັບ ໝູ່ເພື່ອນ, ຜູ້ທີ່ມີຜົນຕໍ່ ການຕັດສິນໃຈຂອງທ່ານ ຕົນເອງ, ລະດັບພາຍຫຼັງເຂົ້າໃຊ້ບໍລິການ ມາແນ່ນອນ
ຜົນາກນສຶກສາປັດໄຈສ່ວນປະສົມທາງການຕະຫຼາດ ໂດຍລວມຢູ່ໃນລະດັບຄວາມເພິ່ງພໍໃຈ ຫຼາຍ (X = 3.95) ເມື່ອພິຈາລະນາເປັນລາຍຂໍ້ຍ່ອຍເຫັນ ດ້ານຂະບວນການໃຫ້ບໍລິການ ເປັນລໍາ ດັບທໍາອິດ (X = 3.97), ຮອງລົງມາແມ່ນ ດ້ານຜະລິດຕະພັນ (X =3.95) ດ້ານລາຄາ (X=3.93), ດ້ານສະຖານທີ່ ຫຼື ຊ່ອງທາງການໃຫ້ບໍລິການ (X =3.88), ດ້ານບຸກຄະລາກອນ (X =3.83), ດ້ານ ລັກສະນະທາງກາຍຍະພາບ (X =3.75) ແລະ ດ້ານການສົ່ງເສີມການຕະຫຼາດ (X = 3.63) ຕາມລໍາດັບ.
Download