ສຶກສາພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການ ທະນາຄານ ຮ່ວມພັດທະນາ ສໍານັກງານໃຫ່ຍ
Study On Behavior and The Customer's Satisfaction to use The service of Joint Development Bank at Head Office
ນາງ ທິດາລັດ ພິລາທອງ
ນາງ ນິຕ່າ ພິມມະວົງ
ບົດຄັດຫຍໍ້
ການສຶກສາ “ສຶກສາພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການ ທະນາຄານ ຮ່ວມພັດທະນາ ສໍານັກງານໃຫ່ຍ” ໃນການຄົ້ນຄວ້າໃນຄັ້ງນີ້ໂດຍມີຈຸດປະສົງເພື່ອ ຊອກຮູ້ພຶດຕິກຳຂອງລູກຄ້າທີ່ມາໃຊ້ບໍລິການທີ່ທະນາຄານຮ່ວມພັດທະນາ ສໍານັກງານໃຫ່ຍ ແລະ ປະເມີນລະດັບຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການທີ່ທະນາຄານຮ່ວມພັດທະນາ ສໍານັກ ງານໃຫ່ຍ. ເປັນວິທີການສຶກສາແບບປະລິມານ ໂດຍໃຊ້ແບບສອບຖາມເປັນເຄື່ອງມືໃນການ ເກັບກຳຂໍ້ມູນ. ກຸ່ມຕົວຢ່າງແມ່ນລູກຄ້າທີ່ມາໃຊ້ບໍລິການທະນາຄານຈໍານວນ 385 ຄົນ. ໃນການ ວິເຄາະຂໍ້ມູນໂດຍໃຊ້ສະຖິຕິຫາຄວາມຖີ່ (Frequency) ແລະ ສ່ວນຮ້ອຍ (Percentage) ສໍາລັບຂໍ້ ມູນສ່ວນຕົວ, ການວິເຄາະຂໍ້ມູນລະດັບຄວາມເພິ່ງພໍໃຈວິເຄາະໂດຍ ຄ່າສະເລ່ຍ (Mean) ແລະ ຄ່າ ຜັນປ່ຽນມາດຕະຖານ (Standard Deviation).
ຜົນການສຶກສາກ່ຽວກັບພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການ ທະນາຄານ ຮ່ວມພັດທະນາສໍານັກງານໃຫ່ຍ ເຫັນໄດ້ວ່າ: ລູກຄ້າສ່ວນຫຼາຍແມ່ນເພດຍິງ ມີອາຍຸ ລະຫວ່າງ 41-50 ປີ, ສະຖານະພາບແຕ່ງງານແລ້ວ, ລະດັບການສຶກສາປະລິນຍາຕີ, ອາຊີບ ພະນັກງານເອກະຊົນ ແລະ ມີລາຍໄດ້ສະເລ່ຍຕໍ່ເດືອນ 5.000.001 ກີບຂຶ້ນໄປ. ຈາກການວິເຄາະ ພຶດຕິກຳການໃຊ້ບໍລິການພົບວ່າ: ລູກຄ້າແມ່ນມັກເຂົ້າມາໃຊ້ບໍລິການໃນວັນຈັນ, ໃນຊ່ວງເວລາ 11:31-13:30, ເຂົ້າມາໃຊ້ບໍລິການໜ້ອຍກວ່າ 5 ຄັ້ງຕໍ່ເດືອນ, ເຮັດທຸລະກຳໜ້ອຍກວ່າ 3 ລາຍການ, ເລືອກເຂົ້າມາໃຊ້ບໍລິການດ້ວຍໂຕເອງ, ເຮັດທຸລະກຳປະເພດດ້ານການຝາກ-ຖອນຫຼາຍກວ່າໝູ່ ແລະ ເຫດຜົນທີ່ເລືອກໃຊ້ບໍລິການຍ້ອນຊື່ສ່ຽງ ແລະ ຄວາມໝັ້ນຄົງຂອງທະນາຄານ. ຜົນການ ວິເຄາະຂໍ້ມູນກ່ຽວກັບຄວາມເພິ່ງພໍໃຈຕໍ່ສ່ວນປະສົມທາງການຕະຫຼາດໂດຍລວມແມ່ນລູກຄ້າໃຫ້ ລະດັບຄວາມເພິ່ງພໍໃຈຢູ່ໃນລະດັບຫຼາຍ.
Download