ການປັບຕົວຂອງທຸລະກິດ SMEs ໃຫ້ເຂົ້າກັບເສດຖະກິດໃນສະພາວະ ເງິນເຟີ້ສູງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ກໍລະນີສຶກສາບ້ານ: ບ້ານດອນແດງ, ບ້ານດົງປ່າແຫຼບ, ບ້ານສີບຸນເຮືອງ, ບ້ານທົ່ງຂັນຄໍາ

ການປັບຕົວຂອງທຸລະກິດ SMEs ໃຫ້ເຂົ້າກັບເສດຖະກິດໃນສະພາວະ ເງິນເຟີ້ສູງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ
ກໍລະນີສຶກສາບ້ານ: ບ້ານດອນແດງ, ບ້ານດົງປ່າແຫຼບ, ບ້ານສີບຸນເຮືອງ, ບ້ານທົ່ງຂັນຄໍາ
The Adaptation of SMEs to the Inflationary Economy in Chanthabuly District, Vientiane Capital
ນາງ ແນນລິຕ່າ ພັນທະສົມບັດ
ນາງ ພິຈິດຕາ ອ້ວນວິໄລ

ບົດຄັດຫຍໍ້
ການສຶກສາຄົ້ນຄວ້າໃນຄັ້ງນີ້ແມ່ນສຶກສາ ການປັບຕົວເພື່ອຄວາມຢູ່ລອດຂອງຜູ້ປະກອບການ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຕົວເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ເຊິ່ງມີ ຈຸດປະສົງຄື: 1). ສຶກສາການປັບຕົວຂອງທຸລະກິດ SMEsໃຫ້ເຂົ້າກັບເສດຖະກິດໃນສະພາວະເງິນ ເຟີ້ສູງ ໃນຕົວເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນກຸ່ມຕົວຢ່າງທີ່ໃຊ້ໃນການສຶກສາຄັ້ງນີ້ ແມ່ນ ຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຕົວເມືອງຈັນທະບູລີ ນະຄອນຫຼວງວຽງ ຈັນ ກຸ່ມຕົວຢ່າງທັງໝົດແມ່ນ 332 ຄົນ, ນໍາໃຊ້ແບບສອບຖາມເປັນເຄື່ອງມືໃນການເກັບກຳຂໍ້ມູນ, ໄດ້ນໍາໃຊ້ໂປແກມສໍາເລັດຮູບທາງສະຖິຕິ SPSS ເພື່ອວິເຄາະຫາຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າ ສະເລ່ຍ, ຄ່າຜັນປ່ຽນມາດຕະຖານ, ການວິເຄາະຄວາມຄິດເຫັນ ແລະ ຄວາມຢູ່ລອດດ້ວຍຄ່າ ສະຖິຕິ ແລະ ອະທິບາຍຜົນແບບພັນລະນາດັ່ງລຸ່ມນີ້:
ຜົນການວິໄຈຄົ້ນຄ້ວາຕົວຈິ່ງເຫັນວ່າ: ຈາກກຸ້ມຕົວຢ່າງທີ່ເປັນຫົວໜ່ວຍທຸລະກິດ 332 ຫົວໜ່ ວຍ ນັ້ນຈໍານວນທີ່ເປັນເພດຍິງແມ່ນ 103 ຄົນ ເຊິ່ງກວມເອົາ 56.9 ສ່ວນຮ້ອຍສ່ວນຮ້ອຍ ສ່ວນ ໃຫ່ຍມີອາຍຸຢູ່ລະຫວ່າງ 31-35 ປີຈໍານວນ 62 ຄົນ ກວມເອົາ 34.2 ສ່ວນຮ້ອຍລະດັບສຶກສາ ແມ່ນມັດທະຍົມຕອນປາຍ 87 ຄົນ ກວມເອົາ 48.0 ສ່ວນຮ້ອຍ, ເຈົ້າຂອງກິດຈະການ ຈໍານວນ 153 ຄົນ ກວມເອົາ84.5 ສ່ວນຮ້ອຍ ໄລຍະການເຮັດວຽກແມ່ນ 1-3 ປີຈໍານວນ 65 ຄົນ ກວມ ເອົາ 35.9 ສ່ວນຮ້ອຍ ປະເພດການຄ້າ ແມ່ນ 95 ຄົນ ກວມເອົາ 52.4 ສ່ວນຮ້ອນ ຈໍານວນ ພະນັກງານສອງປີຫລັງ ຈໍານວນ 1-3 ຄົນ ກວມເອົາ 48.0 ສ່ວນຮ້ອຍ, ຈໍານວນພະນັກງານປັດ ຈຸບັນ 2-4 ຄົນ ກວມເອົາ 50.8 ສ່ວນຮ້ອຍ, ເງິນເດືອນພະນັກງານປັດຈຸບັນ 2,500,100- 3,000,000 ກວເອົາ53.5 ສ່ວນຮ້ອຍ, ລາຍຈ່າຍຕໍ່ປີ ຈໍານວນ 500,000,000-1,000,000,000 ກວມເອົາ 37.5 ສ່ວນຮ້ອຍ, ສະຖານທີ່ຕົວເອງ ຈໍານວນ 125 ກວມເອົາ 69.0 ຄ່າເຊົ່າ/6ເດືອນ ຈໍານວນ 21 ຄົນ ກວມເອົາ 3.9 ສ່ວນຮ້ອຍ, ຕົ້ນທຶນເບື້ອງຕົ້ນ 100,000,100-300,000,000 ຈໍານວນ 75 ຄົນ ກວມເອົາ 41.4 ສ່ວນຮ້ອຍ ລາຍຮັບຕໍ່ປີ 500,000,000-1,000,000,000 ຈໍານວນ 66 ຄົນກວມເອົາ 36.4. ຜົນຂອງການສຶກສາເຫັນວ່າຜູ້ຕອບແບບສອບຖາມໃຫ້ຄວາມ ຄິດເຫັນກ່ຽວກັບການປັບຕົວເພື່ອຄວາມຢູ່ລອດຂອງຜູ້ປະກອບການວິ ສາຫະກິດຂະໜາດນ້ອຍ ແລະ ກາງ ໃນຕົວເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ ໃນແຕ່ລະດ້ານໂດຍລວມແມ່ນໃຫ້ ລະດັບຄວາມຄິດເຫັນຫລາຍເຊິ່ງມີຄ່າສະເລ່ຍ 3.85 ເມື່ອພິຈາລະນາທັງ 4 ດ້ານແລ້ວເຫັນວ່າ: ລະດັບຄວາມຄິດເຫັນຫຼາຍສະເລ່ຍສູງສຸດແມ່ນດ້ານການຈັດສັນພາຍໃນຮ້ານ, ຮອງລົງມາແມ່ນ ດ້ານການໃຫ້ຄວາມສໍາຄັນກັບລູກຄ້າ, ດ້ານການນໍາເທັກໂນໂລຢີເຂົ້າຊ່ວຍໃນການຈັດການ

Download

Search

Main Menu