ພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການຄຣີນິກໄຊ ສະຫວ່າງສັນຍະກຳຄວາມງາມຄົບວົງຈອນໃນນະຄອນຫຼວງວຽງຈັນ

ພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການຄຣີນິກໄຊ ສະຫວ່າງສັນຍະກຳຄວາມງາມຄົບວົງຈອນໃນນະຄອນຫຼວງວຽງຈັນ
Customer's Behavior and Satisfaction with the Service of the Xaysavang Clinic for Integrated Cosmetic Surgery in Vientiane Capital
ນາງ ພຸດທະສອນ ທອງມະນີ
ນາງ ແອນ້ອຍ ສຸລິໄຊ

ບົດຄັດຫຍໍ້
ໃນການສຶກສາໃນຄັ້ງນີ້ໄດ້ສຶກສາກ່ຽວກັບພຶດຕິກຳຂອງລູກຄ້າທີ່ມາໃຊ້ບໍລິການຄຣີນິກໄຊ ສະຫວ່າງສັນຍະກຳຄວາມງາມຄົບວົງຈອນ ເຊິ່ງມີຈຸດປະສົງຄື ຊອກຮູ້ພຶດຕິກຳຂອງລູກຄ້າທີ່ມາໃຊ້ ບໍລິການຄຣີນິກໄຊສະຫວ່າງສັນຍະກຳຄວາມງາມຄົບວົງຈອນ ແລະ ສຶກສາລະດັບຄວາມເພິ່ງພໍໃຈ ຂອງລູກຄ້າທີ່ມາໃຊ້ບໍລິການບໍລິການຄຣີນິກໄຊສະຫວ່າງສັນຍະກຳຄວາມງາມຄົບວົງຈອນ ເຊິ່ງມີ ກຸ່ມຕົວຢ່າງທັງໝົດ 150 ຄົນ ຈາກສູດ Taro Yamane ໂດຍນໍາໃຊ້ໂປແກຣມ IBM SPSS Statistics Version. 23 ເຂົ້າມາສຶກສາວິເຄາະ ເພື່ອຊອກຫາຄ່າສະຖິຕິ ເຊັ່ນ ຄ່າຄວາມຖີ່, ຄ່າ ສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າຜັນປ່ຽນມາດຕະຖານ.
ຈາກຜົນການສຶກສາພົບວ່າ ຜູ້ຕອບແບບສອບຖາມສ່ວນຫຼາຍເປັນເພດຍິງ, ມີສະຖານະພາບ ໂສດ, ມີອາຍຸ 19-30 ປີ, ມີລະດັບການສຶກສາປະລິນຍາຕີ, ມີອາຊີບນັກຮຽນ/ນັກສຶກສາ, ມີລາຍ ໄດ້ສະເລ່ຍເທົ່າກັບ 3,100,000 - 4,500,000 ກີບ. ຜົນການສຶກສາພຶດຕິກຳຂອງລູກຄ້າທີ່ມາໃຊ້ ບໍລິການຄຣີນິກໄຊສະຫວ່າງພົບວ່າ ສ່ວນຫຼາຍໄປໃຊ້ບໍລິການເພື່ອຮັກສາແກ້ໄຂປັນຫາຜິວພັນໃຫ້ມີ ຄວາມສວຍງາມ ມີຈໍານວນ 52 ຄົນ ກວມເອົາ 34.7 ສ່ວນຮ້ອຍ, ມັກໃຊ້ບໍລິການປະເພດ ເສີມດັງ ມີຈໍານວນ 71 ຄົນ ກວມເອົາ 9.4 ສ່ວນຮ້ອຍ, ມັກໄປໃຊ້ບໍລິການໃນຊ່ວງເວລາ 12:01-16:00 ໂມງ ມີຈໍານວນ 40 ຄົນ ກວມເອົາ 26.7 ສ່ວນຮ້ອຍ, ໃຊ້ບໍລິການ 1 ຄັ້ງ ຕໍ່ອາທິດ ມີຈໍານວນ 64 ຄົນ ກວມເອົາ 42.7 ສ່ວນຮ້ອຍ, ມີຄ່າໃຊ້ຈ່າຍແຕ່ລະເທື່ອໂດຍສະເລ່ຍ 1,500,001-2,000,000 ກີບ ມີຈໍານວນ 36 ຄົນ ກວມເອົາ 24.0 ສ່ວນຮ້ອຍ, ຕັດສິນໃຈໃຊ້ບໍລິການຄຣີນິກໄຊສະຫວ່າງຈາກອິນ ເຕີເນັດ/ໂຊຊຽວມີເດຍ ມີຈໍານວນ 61 ຄົນ ກວມເອົາ 40.8 ສ່ວນຮ້ອຍ, ຕັດສິນໃຈໃຊ້ໃຊ້ ບໍລິການຄຣີນິກໄຊສະຫວ່າງໂດຍມີອິດທິພົນຈາກໝູ່ເພື່ອນ ມີຈໍານວນ 76 ຄົນ ກວມເອົາ 50.7 ສ່ວນຮ້ອຍ, ຊຳລະເງິນໃຫ້ຄຣີນິກໄຊສະຫວ່າງດ້ວຍເງິນສົດ ມີຈໍານວນ 81 ຄົນ ກວມເອົາ 54 ສ່ວນ ຮ້ອຍ. ຈາກຜົນການສຶກສາຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການບໍລິການຄຣີນິກໄຊ ສະຫວ່າງສັນຍະກຳຄວາມງາມຄົບວົງຈອນພົບວ່າ ໂດຍລວມລູກຄ້າທີ່ໃຊ້ບໍລິການຄຣີນິກໄຊ ສະຫວ່າງ ມີລະດັບຄວາມເພິ່ງພໍໃຈຕໍ່ທຸກໆດ້ານຢູ່ໃນລະດັບຫຼາຍ ເຊິ່ງດ້ານທີ່ມີຄວາມເພິ່ງພໍໃຈ ຂອງລູກຄ້າຫຼາຍກວ່າໝູ່ໄດ້ແກ່ ດ້ານການສົ່ງເສີມທາງການຕະຫຼາດ ມີຄ່າສະເລ່ຍ 3.97, ຮອງລົງ ມາໄດ້ແກ່ ດ້ານຊ່ອງທາງການຈັດຈຳໜ່າຍ ມີຄ່າສະເລ່ຍ 3.95, ດ້ານຂະບວນການ ມີຄ່າສະເລ່ຍ 3.93, ດ້ານລາຄາ ມີຄ່າສະເລ່ຍ 3.91, ດ້ານບຸກຄະລາກອນ ແລະ ດ້ານລັກສະນະທາງກາຍະພາບ ມີລະດັບຄວາມເພິ່ງພໍໃຈເທົ່າກັນຄື ມີຄ່າສະເລ່ຍ 3.88 ແລະ ດ້ານຜະລິດຕະພັນ ມີຄ່າສະເລ່ຍ 3.82.

Download

Search

Main Menu