ປັດໄຈທີ່ມີອິດທິພົນຕໍ່ຄວາມຕັ້ງໃຈໃນການໃຊ້ Application U- money ຂອງນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ

ປັດໄຈທີ່ມີອິດທິພົນຕໍ່ຄວາມຕັ້ງໃຈໃນການໃຊ້ Application U- money ຂອງນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
Factors Influencing the Intention to Use the U-money Application Service Among Students of the Faculty of Economics and Business Management
ນາງ ອຳໄພ ເພຍຄໍາໂງ່ນ

ນາງ ອາລິສາ ທົມມະນີຈິດ

ບົດຄັດຫຍໍ້
ການສຶກສາໃນຄັ້ງນີ້ແມ່ນເພື່ອຈຸດປະສົງ ສຶກສາປັດໄຈທີ່ມີອິດທິພົນຕໍ່ຄວາມຕັ້ງໃຈໃນການໃຊ້ Application U-money ຂອງນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະ ຍາໄລແຫ່ງຊາດ ໂດຍມີ 2 ຈຸດປະສົງ: ປະເມີນລະດັບຄວາມສໍາຄັນຂອງປັດໄຈທີ່ມີອິດທິພົນຕໍ່ ຄວາມຕັ້ງໃຈໃນການໃຊ້ Application U-money ຂອງນັກສຶກສາຄະນະເສດຖະສາດ ແລະບໍລິຫານ ທຸລະກິດ ແລະ ປະເມີນລະດັບຄວາມສໍາຄັນຕໍ່ກັບຄວາມຕັ້ງໃຈໃນການໃຊ້ Application U-money ຂອງນັກສຶກສາຄະນະເສດຖະສາດ ແລະບໍລິຫານທຸລະກິດ. ກຸ່ມຕົວຢ່າງທີ່ໃຊ້ແມ່ນ 363 ຄົນ ໂດຍ ໄດ້ນໍາໃຊ້ແບບສອບຖາມເປັນເຄື່ອງມືໃນການສຶກສາ ແລະ ວິເຄາະຂໍ້ມູນໂດຍໄດ້ນໍາໃຊ້ໂປຣແກຼມ ສໍາເລັດຮູບ SPSS Version 29 ເພື່ອຊອກຫາຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າຜັນ ປ່ຽນຕາມມາດຕະຖານ.
ຜົນການສຶກສາກ່ຽວກັບປັດໄຈສ່ວນບຸກຄົນຂອງຜູ້ຕອບແບບສອບຖາມ ພົບວ່າ ສ່ວນໃຫ່ຍ ແມ່ນ ເພດຍິງ, ມີອາຍຸລະຫວ່າງ 21 - 25 ປີ, ເປັນນັກສຶກສາປີ 4 ພາກວິຊາບໍລິຫານ, ສາຂາ ການ ຕະຫຼາດ, ມີລາຍໄດ້ສະເລ່ຍຕໍ່ເດືອນ ຕໍ່າກວ່າ 2,000,000 ກີບ ແລະ ພົບວ່າ: ຜູ້ຕອບແບບສອບຖາມ ສ່ວນໃຫ່ຍແມ່ນເລືອກໃຊ້ບໍລິການ ຊື້ແພັກແກັດດາຕ້າ, ຄວາມຖີ່ໃນການນໍາໃຊ້ ຕໍ່າກວ່າ 5 ຄັ້ງຕໍ່ ເດືອນ, ໃຊ້ມູນຄ່າເງິນ ໜ້ອຍກວ່າ 500,000 ກີບຕໍ່ເດືອນ.
ຜົນການສຶກສາກ່ຽວກັບລະດັບຄວາມສໍາຄັນປັດໄຈທີ່ມີອິດທິພົນຕໍ່ຄວາມຕັ້ງໃຈໃນການໃຊ້ Application U-money ຂອງນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະ ຍາໄລແຫ່ງຊາດ ພົບວ່າ: ປັດໄຈທີ່ມີລະດັບຄວາມສໍາຄັນຫຼາຍທີ່ສຸດ ແມ່ນປັດໄຈດ້ານຄວາມຕັ້ງໃຈ ໃນການນໍາໃຊ້ ມີຄ່າສະເລ່ຍເທົ່າກັບ 4.23, ປັດໄຈດ້ານຄວາມງ່າຍຂອງການນໍາໃຊ້ ມີຄ່າສະເລ່ຍ ເທົ່າກັບ 4.21, ປັດໄຈດ້ານຄວາມໄວ້ວາງໃຈ ມີຄ່າສະເລ່ຍເທົ່າກັບ 4.19, ປັດໄຈດ້ານອິດທິພົນ ມີຄ່າ ສະເລ່ຍເທົ່າກັບ 4.17 ແລະ ປັດໄຈດ້ານປະໂຫຍດຈາກການໃຊ້ງານ ມີຄ່າສະເລ່ຍເທົ່າກັບ 4.16 ແມ່ນຈັດຢູ່ໃນປັດໄຈທີ່ມີລະດັບຄວາມສໍາຄັນຫຼາຍ.

Download

Search

Main Menu