ພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການ ສະຖາບັນ ການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສີເມືອງ ເງິນດ່ວນ
Study The Behavior And Satisfaction Of Simoung Express Loan Customers
ທ້າວ ແລ້ນສະຫວັນ ຈັນອິນແປງ
ທ້າວ ຫຽບ ເລອິກ
ບົດຄັດຫຍໍ້
ໃນການສຶກສາຄັ້ງນີ້ ແມ່ນເປັນການສຶກສາພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ມາ ໃຊ້ບໍລິການ ສະຖາບັນ ການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສີເມືອງ ເງິນດ່ວນ ໂດຍມີຈຸດປະສົງ: ສຶກສາພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການ ສະຖາບັນ ການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສີເມືອງ ເງິນດ່ວນ.
ພວກຂ້າພະເຈົ້າໄດ້ນໍາໃຊ້ຂໍ້ມູນແບບປະລິມານໂດຍໃຊ້ແບບສອບຖາມເປັນເຄື່ອງມືໃນການ ເກັບຂໍ້ມູນ ແລະ ຮວບຮວມຂໍ້ມູນຈາກກຸ່ມຕົວຢ່າງຈໍານວນ 385 ສະບັບ ແຕ່ລົງເກັບກຳໂຕຈິງມີຈໍາ ນວນ 300 ຕົວຢ່າງ ຈາກຜູ້ທີ່ມາໃຊ້ບໍລິການ ສະຖາບັນ ການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ສີ ເມືອງ ເງິນດ່ວນ ໂດຍໃຊ້ໂປຣແກຣມ SPSS Statistics.
ຜົນການຄົ້ນຄ້ວາເຫັນວ່າ: ລູກຄ້າທີ່ມາໃຊ້ບໍລິການສ່ວນຫຼາຍ ແມ່ນເພດຍິງ, ມີອາຍຸ ລະຫວ່າງ 19 - 28 ປີ, ມີສະຖານະພາບແຕ່ງງານແລ້ວ, ລະດັບການສຶກສາປະລິນຍາຕີ, ລາຍໄດ້ ສະເລ່ຍຕໍ່ເດືອນ 1,500,000 - 3,000,000 ກີບ ແລະ ອາຊີບ ນັກທຸລະກິດ.
ພຶດຕິກຳການໃຊ້ບໍລິການລູກຄ້າພົບເຫັນວ່າ: ສ່ວນຫຼາຍຮູ້ຈັກ ສະຖາບັນ ການເງິນຈຸລະ ພາກ ທີ່ບໍ່ຮັບເງິນຝາກ ສີເມືອງ ເງິນດ່ວນ ຈາກຄົນຮູ້ຈັກ, ມັກມາໃຊ້ບໍລິການດ້ວຍຕົວເອງ, ກູ້ຢືມ 30.000,00 ກີບຂື້ນໄປ, ມັກເຂົ້າມາໃຊ້ບໍລິການໃນຊ່ວງ 10:00-11:30 ໂມງ ແລະ ເນື່ອງໃນ ໂອກາດຕ່າງໆສ່ວນໃຫຍ່ແມ່ນກູ້ຢືມເພື່ອນໍາໄປລົງທືນ.
ດ້ານຄວາມເພິ່ງພໍໃຈເຫັນວ່າ: ຜູ້ຕອບແບບສອບຖາມສ່ວນຫຼາຍມີຄວາມເພິ່ງພໍໃຈດ້ານ ຜະລິດຕະພັນ ແລະ ການບໍລິການ ໂດຍລວມໃນລະດັບຫຼາຍ (X = 3.92), ດ້ານລາຄາ ສະເລ່ຍ ແມ່ນ (X = 3.79), ດ້ານສະຖານທີ່ການບໍລິການ (X = 3.91), ດ້ານການສົ່ງເສີມການຕະຫຼາດ ສະເລ່ຍແມ່ນ (X = 3.74), ດ້ານບຸກຄະລາກອນ (X = 3.84), ດ້ານຂະບວນການບໍລິການ ສະເລ່ຍແມ່ນ (X = 3.91), ດ້ານສິ່ງແວດລ້ອມກາຍະພາບ (X = 3.91).
Download