ປັດໄຈທີ່ມີຜົນຕໍ່ການຕັດສິນໃຈໃຊ້ບໍລິການຮ້ານເຮືອນໄມ້ກາເຟ ແລະ ການ ມາໃຊ້ຊໍ້າຂອງຜູ້ບໍລິໂພກ
Factors Affecting the Decision to Use Services Timber House Café and Consumer Repeat Use
ທ້າວ ໄຊປະເສີດ ຊູລິບານ
ບົດຄັດຫຍໍ້
ການສຶກສາເລື່ອງ ປັດໄຈທີ່ມີຜົນຕໍ່ການຕັດສິນໃຈໃຊ້ບໍລິການຮ້ານເຮືອນໄມ້ກາເຟ ແລະ ການ ມາໃຊ້ຊໍ້າຂອງຜູ້ບໍລິໂພກ ໂດຍມີຈຸດປະສົງຄື 1) ເພື່ອສຶກສາພຶດຕິກຳການເຂົ້າໃຊ້ບໍລິການຮ້ານ ເຮືອນໄມ້ກາເຟຂອງຜູ້ບໍລິໂພກ ແລະ 2) ປະເມີນລະດັບຄວາມສໍາຄັນຂອງປັດໄຈທີ່ມີຜົນຕໍ່ການ ຕັດສິນໃຈໃຊ້ບໍລິການຮ້ານເຮືອນໄມ້ກາເຟຂອງຜູ້ບໍລິໂພກ, ໂດຍການຄົ້ນຄວ້າແມ່ນນໍາໃຊ້ຮູບແບບ ປະລິມານ ນໍາໃຊ້ແບບສອບຖາມໃນການເກັບກຳຂໍ້ມູນກັບກຸ່ມຕົວຢ່າງຈໍານວນ 385 ຄົນ, ສະຖິຕິທີ່ ໃຊ້ແມ່ນ ຄວາມຖີ່, ສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າຜັນປ່ຽນມາດຕະຖານ, ຜົນການສຶກສາພົບວ່າ:
ລູກຄ້າສ່ວນຫຼາຍທີ່ຕອບແບບສອບຖາມສ່ວນຫຼາຍແມ່ນເປັນພາດຍິງ, ອາຍຸລະຫວ່າງ 20-29 ປີ, ສ່ວນຫຼາຍມີການສຶກສາລະດັບ ປະລິນຍາຕີ, ມີອາຊີບຄ້າຂາຍ/ທຸລະກິດສ່ວນຕົວ ແລະ ມີລາຍໄດ້ ຕໍ່ເດືອນ 2,000,001-4,000,000 ກີບ.
ຂໍ້ມູນດ້ານພຶດຕິກຳການເຂົ້າໃຊ້ບໍລິການທີ່ຮ້ານເຮືອນໄມ້ກາເຟ ພົບວ່າ: ລູກຄ້າສ່ວນຫຼາຍ ແມ່ນຮູ້ຈັກຮ້ານຍ້ອນມີຄົນຮູ້ຈັກແນະນໍາ, ປະເພດເຄື່ອງດື່ມທີ່ມັກດື່ມແມ່ນກາເຟ, ມີຄວາມຖີ່ໃນການ ເຂົ້າໃຊ້ບໍລິການ 1 ຄັ້ງ/ອາທິດ, ຄ່າໃຊ້ຈ່າຍຕໍ່ຄັ້ງແມ່ນ 100,001-150,000 ກີບ, ເຫດຜົນທີ່ເລືອກໃຊ້ ບໍລິການແມ່ນ ຢູ່ໃກ້ບ່ອນເຮັດວຽກ ຫຼື ທີ່ພັກ, ໂດຍເລືອກບໍລິໂພກຢູ່ຮ້ານ, ຊ່ວງເວລາທີ່ເຂົ້າໃຊ້ ບໍລິການແມ່ນ 11:01 - 13:00 ໂມງ, ວັນທີ່ເຂົ້າໃຊ້ບໍລິການຫຼາຍສຸດແມ່ນວັນຈັນ, ມັກເຂົ້າໃຊ້ບໍລິການ ກັບໝູ່ເພື່ອນ ແລະ ຕັດສິນໃຈເລືອກໃຊ້ບໍລິການດ້ວຍຕົນເອງ, ມີຄວາມເພິ່ງພໍໃຈໃນລະດັບຫຼາຍທີ່ ສຸດ ນອກນັ້ນ, ລູກຄ້າສ່ວນໃຫຍ່ແມ່ນຈະກັບມາໃຊ້ບໍລິການແນ່ນອນ.
ລູກຄ້າທີ່ເຂົ້າໃຊ້ບໍລິການທີ່ຮ້ານເຮືອນໄມ້ກາເຟ ໃຫ້ລະດັບຄວາມສໍາຄັນຂອງຕໍ່ປັດໄຈສ່ວນ ປະສົມທາງການຕະຫຼາດທີ່ມີຜົນຕໍ່ການຕັດສິນໃຈເຂົ້າໃຊ້ບໍລິການທີ່ຮ້ານເຮືອນໄມ້ກາເຟ ທັງ 7 ດ້ານ ແມ່ນມີຄວາມສໍາຄັນໃນລະດັບຫຼາຍທີ່ສຸດ ເຊິ່ງດ້ານທີ່ມີຄ່າສະເລ່ຍສູງສຸດແມ່ນດ້ານສະຖານທີ່ ແລະ ດ້ານຂະບວນການໃຫ້ບໍລິການ, ຮອງລົງມາດ້ານຂະບວນການໃຫ້ບໍລິການ, ຖັດມາແມ່ນດ້ານບຸກ ຄະລາກອນ, ດ້ານການສົ່ງເສີມການຕະຫຼາດ, ດ້ານລາຄາ ແລະ ດ້ານຜະລິດຕະພັນ.
Download