ສຶກສາພຶດຕິກຳ ເເລະ ປັດໄຈສ່ວນປະສົມທາງການຕະຫຼາດທີ່ມີຜົນຕໍ່ການ ຕັດສິນໃຈໃຊ້ບໍລິການຮ້ານສະດວກຊື້ Mini Big C ສາຂາ ບ້ານ ວັດຈັນ, ເມືອງ ຈັນທະບູລີ, ເເຂວງ ນະຄອນຫຼວງວຽງຈັນ The Study of Consumer Behavior and Marketing Mix Factors That Affect the Decision to Use the Serv

ສຶກສາພຶດຕິກຳ ເເລະ ປັດໄຈສ່ວນປະສົມທາງການຕະຫຼາດທີ່ມີຜົນຕໍ່ການ ຕັດສິນໃຈໃຊ້ບໍລິການຮ້ານສະດວກຊື້ Mini Big C ສາຂາ ບ້ານ ວັດຈັນ, ເມືອງ ຈັນທະບູລີ, ເເຂວງ ນະຄອນຫຼວງວຽງຈັນ
The Study of Consumer Behavior and Marketing Mix Factors That Affect the Decision to Use the Service at Mini Big C Wat Chan Village, Chanthabouly District, Vientiane Capital
ທ້າວ ພອນປະເສີດ ເພຍສັກຂວາ

ບົດຄັດຫຍໍ້
ການສຶກສາຫົວຂໍ້: “ ສຶກສາພຶດຕິກຳ ເເລະ ປັດໄຈສ່ວນປະສົມທາງການຕະຫຼາດທີ່ມີຜົນຕໍ່ ການຕັດສິນໃຈໃຊ້ບໍລິການຮ້ານສະດວກຊື້ Mini Big C ສາຂາ ບ້ານ ວັດຈັນ, ເມືອງ ຈັນທະບູລີ, ເເຂວງ ນະຄອນຫຼວງວຽງຈັນ” ໂດຍມີ 2 ຈຸດປະສົງກໍຄື: 1) ຊອກຮູ້ພຶດຕິກຳການໃຊ້ບໍລິການຮ້ານ ສະດວກຊື້ Mini Big C (ສາຂາ ວັດຈັນ) ເເລະ 2) ປະເມີນລະດັບຄວາມສໍາຄັນຂອງປັດໄຈ ສ່ວນປະສົມທາງການຕະຫຼາດ 6Ps ທີ່ມີຜົນຕໍ່ການຕັດສິນໃຈໃຊ້ບໍລິການຮ້ານສະດວກຊື້ Mini Big C ( ສາຂາ ວັດຈັນ). ກຸ່ມຕົວຢ່າງທີ່ໃຊ້ໃນການເກັບກຳຂໍ້ມູນເເມ່ນລູກຄ້າທີ່ມາໃຊ້ບໍລິການສາຂາ ວັດຈັນ ໂດຍນໍາໃຊ້ສູດຄິດໄລ່ໃນການສຸ່ມເອົາຈໍານວນກຸ່ມຕົວຢ່າງໄດ້ 385 ເເລະ ເຄື່ອງມືທີ່ໃຊ້ໃນ ການສຶກສາເເມ່ນເເບບສອບຖາມທັງຮູບເເບບອອນລາຍ ເເລະ ຮູບເເບບເຈ້ຍ, ການວິເຄາະຂໍ້ມູນ ເເມ່ນນໍາໃຊ້ໂປຮເເກຣມສໍາເລັດຮູບ IBM SPSS ເພື່ອຫາຄ່າຜັນປ່ຽນມາດຕະຖານ, ຄ່າສ່ວນຮ້ອຍ ເເລະ ຄ່າສະເລ່ຍ.
ຜົນການວິເຄາະເລື່ອງຂໍ້ມູນສ່ວນບຸກຄົນ ຫຼື ຂໍ້ມູນທົ່ວໄປຂອງຜູ້ຕອບເເບບສອບຖາມເຫັນວ່າ ສ່ວນຫຼາຍເປັນເພດຍິງ 55.6 ສ່ວນຮ້ອຍ, ອາຍຸ 21-30 ປີ 47.0 ສ່ວນຮ້ອຍ, ໂສດ 77.4 ສ່ວນ ຮ້ອຍ, ລະດັບການສຶກສາປະລິນຕີ 45.5 ສ່ວນຮ້ອຍ, ນັກຮຽນ/ນັກສຶກສາ 34.8 ສ່ວນຮ້ອຍ, ລາຍຮັບ ຫຼາຍກວ່າ 4,000,000 ກີບ 43.4 ສ່ວນຮ້ອຍ.
ຜົນການວິເຄາະພຶດຕິການໃຊ້ບໍລິການຮ້ານສະດວກຊື້ Mini Big C (ສາຂາ ວັດຈັນ) ຂອງ ຜູ້ຕອບເເບບສອບຖາມເມື່ອຄິດເປັນສ່ວນຮ້ອຍເຫັນວ່າວ່າລູກຄ້ານິຍົມໃຊ້ບໍລິການ 1-3 ຄັ້ງ/ອາທິດມີ 70.4 ສ່ວນຮ້ອຍ, ມັກມາຄົນດຽວມີ 46.0 ສ່ວນຮ້ອຍ, ມັກຕັດສິນໃຈດ້ວຍຕົນເອງມີ 75.3 ສ່ວນຮ້ອຍ, ເຫດຜົນເເມ່ນໃກ້ທີ່ພັກອາໄສ, ບ່ອນເຮັດວຽກ ເເລະ ບ່ອນທ່ຽວມີ 59.0 ສ່ວນຮ້ອຍ, ຄ່າໃຊ້ຈ່າຍຕໍ່ ຄັ້ງເເມ່ນ 50,001-300,000 ກີບ ມີ 62.9 ສ່ວນຮ້ອຍ, ມັກໃຊ້ເວລາ 12:01-18:00 ໂມງ ມີ 43.6 ສ່ວນຮ້ອຍ, ມັກມາໃຊ້ໃນວັນຈັນ-ວັນສຸກ ມີ 62.3 ສ່ວນຮ້ອຍ, ຮູ້ຈັກຮ້ານຈາກການຂັບລົດຜ່ານ ຫຼື ຍາງຜ່າງມີ 57.4 ສ່ວນຮ້ອຍ ເເລະ ສິນຄ້າທີ່ນິຍົມຊື້ເເມ່ນປະເພດເຄື່ອງດື່ມ ມີ 52.7 ສ່ວນຮ້ອຍ.
ຜົນການວິເຄາະເລື່ອງປັດໄຈສ່ວນປະສົມທາງການຕະຫຼາດທີ່ມີຜົນຕໍ່ການຕັດສິນໃຈໃຊ້ ບໍລິການຮ້ານສະດວກຊື້ Mini Big C (ສາຂາ ວັດຈັນ) ໂດຍພາບລວມມີຄ່າສະເລ່ຍ 3.95 ຈັດຢູ່ ໃນລະດັບຄວາມສໍາຄັນຫຼາຍ ເເລະ ເມື່ອລຽງຕາມລໍາດັບຄ່າສະເລ່ຍເເຕ່ຫຼາຍຫາໜ້ອຍເເມ່ນເຫັນ ວ່າດ້ານຊ່ອງທາງການຈັດຈໍາໜ່າຍສູງກວ່າດ້ານອື່ນໂດຍມີຄ່າສະເລ່ຍ 4.19, ດ້ານບຸກຄະລາກອນ ມີຄ່າສະເລ່ຍ 4.05, ດ້ານສະພາບເເວດລ້ອມທາງກາຍະພາບມີຄ່າສະເລ່ຍ 4.04, ດ້ານຜະລິດຕະ ພັນມີຄ່າສະເລ່ຍ 3.85, ດ້ານລາຄາມີຄ່າສະເລ່ຍ 3.76 ເເລະ ດ້ານສົ່ງເສີມທາງການຕະຫຼາດມີຄ່າ ສະເລ່ຍໜ້ອຍສຸດເມື່ອທຽບກັບປັດໄຈດ້ານອື່ນ 3.67.

Download

Search

Main Menu