ສຶກສາພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການຮ້ານ ກາເຟ ໂຢໂຢ້, ບ້ານເພຍວັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ Study on behavior and customer satisfaction of customers at Yoyo Café and Bar, Phiawut village, Sisathanak district, Vientiane capital

ສຶກສາພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການຮ້ານ ກາເຟ ໂຢໂຢ້, ບ້ານເພຍວັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ
Study on behavior and customer satisfaction of customers at Yoyo Café and Bar, Phiawut village, Sisathanak district, Vientiane capital
ທ້າວ ທະວີໄຊ ເນດບຸນນອງ
ນາງ ໂບ ອິນທະວີ

ບົດຄັດຫຍໍ້
ການສຶກສາຫົວຂໍ້ “ສຶກສາພຶດຕິກຳ ແລະ ຄວາມເພິ່ງພໍໃຈຂອງລູກຄ້າທີ່ມາໃຊ້ບໍລິການຮ້ານ ກາເຟ ໂຢໂຢ້”, ໂດຍມີຈຸດປະສົງຄື: ຊອກຮູ້ພຶດຕິກຳຂອງລູກຄ້າໃນການເຂົ້າມາໃຊ້ບໍລິການຮ້ານ ກາເຟ ໂຢໂຢ້ ແລະ ປະເມີນເຖິງລະດັບຄວາມເພິ່ງພໍໃຈຂອງລູກຄ້າທີ່ເຂົ້າມາໃຊ້ບໍລິການຮ້ານກາເຟ ໂຢໂຢ້, ປະຊາກອນທີ່ໃຊ້ ໃນການສຶກສາຄັ້ງນີ້ແມ່ນ ລູກຄ້າທີ່ເຂົ້າມາໃຊ້ບໍລິການຮ້ານກາເຟ ໂຢໂຢ້, ກຸ່ມຕົວຢ່າງຈໍານວນ 385 ຄົນ, ຮູບແບບການຄົ້ນຄວ້າເປັນແບບປະລິມານ, ສະຖິຕິທີ່ໃຊ້ ແມ່ນຄ່າ ຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າຜັນປ່ຽນມາດຕະຖານ ຜົນການຄົ້ນຄວ້າ ພົບວ່າ:
ຂໍ້ມູນສ່ວນຕົວຂອງຜູ້ຕອບແບບສອບຖາມ ເຫັນວ່າ ລູກຄ້າສ່ວນຫຼາຍແມ່ນເປັນເພດຍິງ, ອາຍຸ ລະຫວ່າງ 21 – 30 ປີ, ລະດັບການສຶກສາປະລິນຍາຕີ, ອາຊີບສ່ວນຫຼາຍ ແມ່ນຄ້າຂາຍ/ນັກທຸລະກິດ ແລະ ມີລາຍໄດ້ສະເລ່ຍຕໍ່ເດືອນ 3,000,000 - 6,000,000 ກີບ.
ພຶດຕິການຂອງລູກຄ້າທີ່ມາໃຊ້ບໍລິການຮ້ານກາເຟ ໂຢໂຢ້ ພົບວ່າ: ລູກຄ້າສ່ວນຫຼາຍຮູ້ຈັກ ຮ້ານຍ້ອນວ່າໝູ່ເພື່ອນແນະນໍາ, ລູກຄ້າມັກຊື້ສິນຄ້າປະເພດເຄື່ອງດື່ມ ແລະ ປະເພດອາຫານ, ມີ ຄວາມຖີ່ໃນການມາໃຊ້ບໍລິການ 3 ຄັ້ງຕໍ່ເດືອນ, ວັນທີ່ມາໃຊ້ບໍລິການແມ່ນ ວັນໃນທ້າຍອາທິດ ວັນ ເສົາ ແລະ ວັນອາທິດ, ຊ່ວງເວລາທີ່ລູກຄ້າມັກເຂົ້າມາໃຊ້ບໍລິການຮ້ານແມ່ນ ເວລາ 10:01 – 13:00 ໂມງ, ສ່ວນຫຼາຍແມ່ນມັກມາໃຊ້ບໍລິການ ຄົນດຽວ, ມີຄ່າໃຊ້ຈ່າຍທີ່ໃຊ້ໃນແຕ່ລະຄັ້ງແມ່ນ 50,000 ກີບ 100,000 ກີບ, ດ້ານເຫດຜົນທີ່ເຂົ້າມາໃຊ້ບໍລິການແມ່ນ ໃກ້ບ້ານ ແລະ ລູກຄ້າສ່ວນຫຼາຍມີຄວາມ ຍິນດີທີ່ຈະກັບມາໃຊ້ບໍລິການຮ້ານ.
ລູກຄ້າທີ່ມາໃຊ້ບໍລິການຮ້ານກາເຟ ໂຢໂຢ້ ມີຄວາມເພິ່ງພໍໃຈຕໍ່ສ່ວນປະສົມທາງການຕະຫຼາດ ໂດຍລວມທັງ 7 ດ້ານຢູ່ໃນລະດັບປານກາງ ເຊິ່ງມີຄ່າສະເລ່ຍ ເທົ່າກັບ 3.52 ເມື່ອພິຈາລະນາແຕ່ລະ ດ້ານແຕ່ຫຼາຍໄປຫາໜ້ອຍ ທັງ 7 ດ້ານຕາມລໍາດັບຄື: ດ້ານລາຄາ ມີຄ່າສະເລ່ຍເທົ່າກັບ 4.18, ດ້ານ ຂະບວນການຜະລິດ ມີຄ່າສະເລ່ຍເທົ່າກັບ 3.92, ດ້ານຜະລິດຕະພັນ ມີຄ່າສະເລ່ຍເທົ່າກັບ 3.69, ດ້ານສະພາບແວດລ້ອມທາງກາຍະພາບ ມີຄ່າສະເລ່ຍເທົ່າກັບ 3.52, ດ້ານບຸກຄະລາກອນ ມີຄ່າ ສະເລ່ຍເທົ່າກັບ 3.36, ດ້ານຊ່ອງທາງການຈັດຈຳໜ່າຍ ມີຄ່າສະເລ່ຍເທົ່າກັບ 3.20 ແລະ ດ້ານທີ່ ມີຄ່າສະເລ່ຍຕໍ່າທີ່ສຸດແມ່ນ ດ້ານການສົ່ງເສີມການຕະຫຼາດ ມີຄ່າສະເລ່ຍ 2.95.

Download

Search

Main Menu