ແຮງຈູງໃຈໃນການປະຕິບັດໜ້າທີ່ຂອງພະນັກງານຮ້ານລັອດເຕເລຍ ສາຂາ ດົງໂດກ
Work Motivation of Employees at the Lotteria Dongdok Branch
ທ້າວ ແທຮຸນ ຈອງ
ບົດຄັດຫຍໍ້
ໃນຂະນະທີ່ຂຽນໂຄງການຈົບການສຶກສາ, ນັກຄົ້ນຄວ້າມີຈຸດປະສົງເພື່ອຊອກຫາລະດັບແຮງ ຈູງໃຈການປະຕິບັດຂອງພະນັກງານ ຮ້ານລ້ອດເຕເລຍ ສາຂາ ດົງໂດກ. ປະຊາກອນທີ່ໃຊ້ໃນ ການສຶກສາແມ່ນພະນັກງານ 20 ຄົນທີ່ເຮັດວຽກຢູ່ ຮ້ານລ້ອດເຕເລຍ ສາຂາ ດົງໂດກ ສະຖິຕິ ຂອງ IBM SPSS ຖືກນໍາໃຊ້ເພື່ອສຶກສາຂໍ້ມູນ, ແລະ ການສຶກສາດ້ານປະລິມານໄດ້ຖືກປະຕິບັດ ໂດຍໃຊ້ແບບສອບຖາມເປັນເຄື່ອງມືການວິເຄາະ. ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນປະກອບດ້ວຍ ຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າມາດຕະຖານການບ່ຽງເບນ.
ຜົນຂອງການສຶກສາ, ເພດຂອງຜູ້ຕອບແມ່ນ ເພດຍິງ 13 ຄົນ 65 ສ່ວນຮ້ອຍ ແລະ ຜູ້ ຊາຍ 7 ຄົນ 35 ສ່ວນຮ້ອຍ. ສ່ວນໃຫຍ່ເປັນໂສດ, ມີ 16 ຄົນກວມເອົາ 80 ສ່ວນຮ້ອຍ. ພະນັກງານມີອາຍຸລະຫວ່າງ 21-25 ປີ, ມີ 10 ຄົນ ກວມເອົາ 50 ສ່ວນຮ້ອຍ. ເງິນເດືອນ ລະຫວ່າງ 3,500,001-4,000,000 ກີບ ກວມເອົາ 45 ສ່ວນຮ້ອຍ ຈໍານວນ 9 ຄົນ. ກ່ຽວກັບວຽກ ງານພະນັກງານ, ພະນັກງານ Service 8 ຄົນ 40 ສ່ວນຮ້ອຍ ແລະ ພະນັກງານ cook 7 ຄົນ 35 ສ່ວນຮ້ອຍ. ພະນັກງານໃນຮ້ານສ່ວນຫຼາຍມີລະດັບການສຶກສາລະດັບປະລິນຍາຕີ ຈໍານວນ 13 ຄົນ ກວມເອົາ 65 ສ່ວນຮ້ອຍ ອາຍຸການເຮັດວຽກຂອງພະນັກງານສ່ວນຫຼາຍແມ່ນຢູ່ ລະຫວ່າງ 1-3 ປີ ຈໍານວນ 12 ຄົນ ກວມເອົາ 60 ສ່ວນຮ້ອຍ.
ປັດໄຈແຮງຈູງໃຈໂດຍພາບລວມ ລະດັບແຮງຈູງໃຈຂອງພະນັກງານ ຮ້ານລັອດເຕເລຍ ສາຂາ ດົງໂດກ ມີແຮງຈູງໃຈຢູ່ໃນລະດັບຫຼາຍທີ່ສຸດ, ໃນດ້ານລັກສະນະຂອງວຽກ, ຄ່າສະເລ່ຍ 4.64 ຈັດຢູ່ໃນລະດັບແຮງຈູງໃຈຫຼານທີ່ສຸດ. ອີງຕາມສະພາບລວມ, ໃນດ້ານລັກສະນະຂອງວຽກ ແມ່ນມີຄ່າສະເລ່ຍສູງສຸດ ຮອງລົງມາແມ່ນດ້ານການຖືກຍອມຮັບນັບຖື ຄ່າສະເລ່ຍແມ່ນ 4.60 ຈັດ ຢູ່ໃນລະດັບແຮງຈູງໃຈຫຼາຍທີ່ສຸດ ສ່ວນອັນດັບສຸດທ້າຍແມ່ນດ້ານຄວາມກ້າວໜ້າໃນໜ້າວຽກ ຄ່າ ສະເລ່ຍ 4.56 ແຕ່ກໍຈັດຢູ່ໃນລະດັບແຮງຈູງໃຈຫຼາຍທີ່ສຸດ.
ປັດໄຈບຳລຸງຮັກສາໂດຍພາບລວມ ພະນັກງານ ຮ້ານລັອດເຕເລຍ ສາຂາ ດົງໂດກ ມີແຮງ ຈູງໃຈຢູ່ໃນລະດັບຫຼາຍທີ່ສຸດ, ດ້ານທີ່ພະນັກງານມີລະດັບແຮງຈູງໃຈຫຼາຍ ກວ່າໝູ່ແມ່ນ ດ້ານ ຄວາມສໍາພັນກັບເພື່ອນຮ່ວມງານ ຈັດຢູ່ໃນລະດັບແຮງຈູງໃຈຫຼາຍທີ່ສຸດ ຄ່າສະເລ່ຍ 4.60; ຮອງ ລົງມາແມ່ນດ້ານສະພາບແວດລ້ອມໃນການເຮັດວຽກ ຄ່າສະເລ່ຍ 4.51 ຈັດຢູ່ໃນ ລະດັບແຮງຈູງ ໃຈຫຼາຍທີ່ສຸດ; ສ່ວນອັນດັບສຸດທ້າຍແມ່ນດ້ານຜົນຕອບແທນ ຄ່າສະເລ່ຍ 4.51 ຈັດຢູ່ ໃນລະດັບ ແຮງຈູງໃຈຫຼາຍທີ່ສຸດ.
Download