ຄຸນນະພາບການບໍລິການທີ່ສົ່ງຜົນຕໍ່ຄວາມຈົງຮັກພັກດີຂອງ ລູກຄ້າຮ້ານກາເຟໃນເຂດດົງໂດກ
The Effect of SERVQUAL Forward to Customer Loyalty of Coffee Shop Customers in Dongdok
ນາງ ຊົມພູ ໄຊຍະແສງ
ທ້າວ ພູມສະຫວັນ ຈັນທະວົງ
ບົດຄັດຫຍໍ້
ການສຶກສາຄົ້ນຄວ້າໃນຫົວຂໍ້: “ຄຸນນະພາບການບໍລິການທີ່ສົ່ງຜົນຕໍ່ຄວາມຈົງຮັກພັກດີ ຂອງລູກຄ້າຮ້ານກາເຟໃນເຂດດົງໂດກ” ມີຈຸດປະສົງໃນການສຶກສາເພື່ອ (1) ສຶກສາຄຸນນະພາບ ການໃຫ້ບໍລິການລູກຄ້າຂອງຮ້ານກາເຟໃນເຂດດົງໂດກ (2) ສຶກສາເຖິງຄວາມຈົງຮັກພັກດີຂອງລູກ ຄ້າ ທີ່ເຂົ້າມາໃຊ້ບໍລິການຂອງຮ້ານກາເຟໃນເຂດດົງໂດກ ແລະ (3) ສຶກສາເຖິງຄຸນນະພາບການ ໃຫ້ບໍລິການທີ່ສົ່ງຜົນຕໍ່ຄວາມຈົງຮັກພັກດີຂອງລູກຄ້າຮ້ານກາເຟໃນເຂດດົງໂດກ; ເຊິ່ງວິທີທີ່ໃຊ້ໃນ ການສຶກສາຄົ້ນຄວ້າໃນຄັ້ງນີ້ ແມ່ນເປັນການສຶກສາຄົ້ນຄວ້າແບບປະລິມານ (Quantitative Research) ໂດຍເຄື່ອງມືທີ່ໃຊ້ໃນການເກັບຮວບຮວມຂໍ້ມູນຄັ້ງນີ້ແມ່ນມາຈາກການຕອບແບບສອບ ຖາມຈາກກຸ່ມຕົວຢ່າງ 385 ຄົນ ທີ່ເປັນລູກຄ້າທີ່ມາໃຊ້ບໍລິການຮ້ານຮ້ານກາເຟໃນເຂດດົງໂດກ ນໍາ ໃຊ້ໂປຣແກມອັດຕະໂນມັດ SPSS IBM Version 29.0 ມາວິເຄາະຂໍ້ມູນທາງສະຖິຕິ ທີ່ລະດັບ ຄວາມສໍາຄັນ 0.05. ຂໍ້ມູນທົ່ວໄປຂອງຜູ້ທີ່ມາຕອບແບບສອບຖາມຈໍານວນ 385 ຄົນ ໃນນັ້ນຫຼາຍ ກວ່າໝູ່ແມ່ນເພດຍິງ ຈໍານວນ 223 ຄົນ, ຢູ່ໃນອາຍຸລະຫວ່າງ 21 - 30 ປີ ຈໍານວນ 182 ຄົນ, ມີ ລະດັບການສຶກສາປະລິນຍາຕີຈໍານວນ 267 ຄົນ, ເຊິ່ງສ່ວນໃຫຍ່ຈະເປັນນັກຮຽນ/ນັກສຶກສາຈໍາ ນວນ 208 ຄົນ, ມີລາຍໄດ້ສະເລ່ຍຕໍ່ເດືອນແມ່ນຢູ່ລະຫວ່າງ 2,500,001-5,000,000 ກີບ ຈໍານວນ 96 ຄົນ ແລະ ຜູ້ຕອບແບບສອບຖາມສ່ວນໃຫຍ່ຈະມີຄວາມຖີ່ທີ່ເຂົ້າມາໃຊ້ບໍລິການຢູ່ທີ່ 1-2 ຄັ້ງ/ ເດືອນ ເປັນຈໍານວນ 188 ຄົນ.
ຜົນການສຶກສາເຫັນວ່າ ການປະເມີນຄຸນນະພາບການບໍລິການ ແມ່ນຢູ່ໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍເທົ່າກັບ 3.78 ແລະ ການປະເມີນຄວາມຈົງຮັກພັກດີຂອງລູກຄ້າ ຮ້ານກາເຟໃນ ເຂດດົງໂດກ ຢູ່ໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍເທົ່າກັບ 3.54, ສ່ວນການປະເມີນຄຸນນະພາບ ການບໍລິການທີ່ສົ່ງຜົນຕໍ່ຄວາມຈົງຮັກພັກດີຂອງລູກຄ້າຮ້ານກາເຟໃນເຂດດົງໂດກ ໂດຍໃຊ້ສົມຜົນ ສໍາປະສິດຖົດຖອຍພະຫຸຄູນ (Multiple Regression Analysis) ເຊິ່ງສົ່ງຜົນ 4 ດ້ານ ປະກອບມີ ດ້ານຄວາມເປັນຮູບປະທຳຂອງການບໍລິການ, ດ້ານໄວ້ວາງໃຈ ແລະ ຄວາມໜ້າເຊື່ອຖື, ການໃຫ້ ຄວາມເຊື່ອໝັ້ນແກ່ລູກຄ້າ ແລະ ຄວາມເອົາໃຈໃສ່ລູກຄ້າ ແລະ ບໍ່ສົ່ງຜົນ 1 ດ້ານ ກໍຄື ດ້ານການ ຕອບສະໜອງລູກຄ້າ ເຊິ່ງວິເຄາະຕາມສົມມຸດຖານທີ່ຕັ້ງໄວ້ດ້ວຍລະດັບຄວາມສໍາຄັນທາງສະຖິຕິທີ 0.05
Download