ພຶດຕິກຳ ແລະ ປັດໄຈທີ່ສົ່ງຜົນຕໍ່ການຕັດສິນໃຈເລືອກໃຊ້ບໍລິການ Food Delivery ຂອງຜູ້ບໍລິໂພກໃນ ນະຄອນຫຼວງວຽງຈັນ Behavioral and Factors Affecting to Consumers' Decision Making to Use Food Delivery in Vientiane Capital

ພຶດຕິກຳ ແລະ ປັດໄຈທີ່ສົ່ງຜົນຕໍ່ການຕັດສິນໃຈເລືອກໃຊ້ບໍລິການ Food Delivery ຂອງຜູ້ບໍລິໂພກໃນ ນະຄອນຫຼວງວຽງຈັນ
Behavioral and Factors Affecting to Consumers' Decision Making to Use Food Delivery in Vientiane Capital
ນາງ ອິນທິລາ ລາດຊະວົງ
ນາງ ຊຽນຊຸນ ລີ

ບົດຄັດຫຍໍ້
ການສຶກສາຄັ້ງນີ້ເປັນການສຶກສາ “ພຶດຕິກຳ ແລະ ປັດໄຈທີ່ສົ່ງຜົນຕໍ່ການຕັດສິນໃຈ ເລືອກໃຊ້ບໍລິການ Food Delivery ຂອງຜູ້ບໍລິໂພກໃນ ນະຄອນຫຼວງວຽງຈັນ” ມີຈຸດປະສົງຄື (1)
ສຶກສາພຶດຕິກຳການໃຊ້ບໍລິການ Food Delivery ຂອງຜູ້ບໍລິໂພກໃນ ນະຄອນຫຼວງວຽງຈັນ, (2) ສຶກສາປັດໄຈທີ່ສົ່ງຜົນຕໍ່ການຕັດສິນໃຈເລືອກໃຊ້ບໍລິການ Food Delivery ຂອງຜູ້ບໍລິໂພກໃນ
ນະຄອນຫຼວງວຽງຈັນ ແລະ (3) ປຽບທຽບຄວາມແຕກຕ່າງລະຫວ່າງປັດໄຈທີ່ສົ່ງຜົນຕໍ່ການຕັດສິນໃຈເລືອກໃຊ້ບໍລິການ Food Delivery ຂອງຜູ້ບໍລິໂພກໃນນະຄອນຫຼວງວຽງຈັນ ໂດຍຈໍາແນກຕາມ
ປັດໄຈສ່ວນບຸກຄົນ. ການສຶກສາຄັ້ງນີ້ແມ່ນໃຊ້ແບບສອບຖາມເປັນເຄື່ອງມືໃນການເກັບຮວບຮວມຂໍ້ມູນ ໂດຍກຸ່ມຕົວຢ່າງແມ່ນຜູ້ທີ່ເຄີຍໃຊ້ບໍລິການໃຊ້ບໍລິການ Food Delivery ຂອງຜູ້ບໍລິໂພກໃນ
ນະຄອນຫຼວງວຽງຈັນ ຈໍານວນ 385 ຄົນ, ຄ່າສະຖິຕິທີ່ໃຊ້ແມ່ນ ຄ່າຄວາມຖີ່, ຄ່າສ່ວຍຮ້ອຍ, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ທົດສອບສົມມຸດຖານດ້ວຍສະຖິຕິ t-test ແລະ One-
Way ANOVA. ຜົນການການສຶກສາ ພົບວ່າ ຜູ້ຕອບແບບສອບຖາມສ່ວນຫຼາຍ ຮູ້ຈັກ Food Delivery ຜ່ານສື່ໂຄສະນາ, ຈຸດປະສົງໃນການໃຊ້ບໍລິການ Food Delivery ແມ່ນຍ້ອນສະດວກ
ໃນການສັ່ງຊື້, ມັກສັ່ງອາຫານຜ່ານແອັບພິເຄຊັ່ນ Food Panda, ປະເພດອາຫານທີ່ສັ່ງແມ່ນ ອາຫານຈານດຽວ ຕາມສັ່ງ, ຄ່າໃຊ້ຈ່າຍໃນການສັ່ງ Food Delivery ສະເລ່ຍຕໍ່ຄັ້ງຢູ່ທີ່ 50,000 -
100,000 ກີບ, ແຫຼ່ງຂໍ້ມູນທີ່ໃຊ້ປະກອບການຕັດສິນໃຈແມ່ນ ຕົວເອງ, ມັກສັ່ງ Food Delivery ມາຮັບປະທານ ຄົນດຽວ, ສະຖານທີ່ຈັດສົ່ງອາຫານ ແມ່ນ ເຮືອນ, ໄລຍະເວລາໃນການໃຊ້ Food
Delivery ແມ່ນ 12 ເດືອນ ຂຶ້ນໄປ, ການໃຊ້ບໍລິການ Food Delivery ສະເລ່ຍ 1 ຄັ້ງຕໍ່ອາທິດ, ມັກໃຊ້ບໍລິການ Food Delivery ມື້ວັນ ເສົາ-ອາທິດ, ມັກໃຊ້ບໍລິການ Food Delivery ຊ່ວງ
11:01 - 13:00 ໂມງ, ມັກຊຳລະເງິນຜ່ານຊ່ອງທາງການ ໂອນຈ່າຍ, ກໍລະນີ ໂອນຈ່າຍ ແມ່ນ ມັກຊຳລະຜ່ານທະນາຄານ BCELONE. ຜົນການສຶກສາປັດໄຈທີ່ສົ່ງຜົນຕໍ່ການຕັດສິນໃຈເລືອກໃຊ້ບໍລິການ Food Delivery ຂອງ ຜູ້ບໍລິໂພກໃນ ນະຄອນຫຼວງວຽງຈັນ ພົບວ່າ ປັດໄຈສ່ວນປະສົມທາງການຕະຫຼາດມີລະດັບຄວາມ ສໍາຄັນຫຼາຍກວ່າໝູ່ແມ່ນ ດ້ານຊ່ອງທາງການຈັດຈ ໍາໜ່າຍ, ຮອງລົງມາແມ່ນ ດ້ານຂະບວນການ, ດ້ານລັກສະນະທາງກາຍະພາບ, ດ້ານຜະລິດຕະພັນ, ດ້ານບຸກຄະລາກອນ, ດ້ານການສົ່ງເສີມການ ຕະຫຼາດ ແລະ ດ້ານລາຄາຕາມລໍາດັບ ຜົນການປຽບທຽບລະດັບຄວາມສໍາຄັນຂອງປັດໄຈທີ່ສົ່ງຜົນ ຕໍ່ການຕັດສິນໃຈເລືອກໃຊ້ບໍລິການກັບປັດໄຈ (7Ps) ແຕກຕ່າງກັນດ້ວຍຄວາມສໍາຄັນສະຖິຕິ 0.05

Download

Search

Main Menu